ການຄົ້ນຄວ້າດ້ານກະສິກຳຈະໄດ້ຮັບທຶນສະໜັບສະໜູນເພີ່ມເຕີມ
ລັດຖະບານມີແຜນເພີ່ມທະວີທຶນຮອນສຳລັບກິດຈະກຳການຄົ້ນຄວ້າ ເພື່ອນຳໃຊ້ຜົນການຄົ້ນຄວ້າທາງວິທະຍາສາດເປັນບ່ອນອີງໃນການພັດທະນານະໂຍບາຍການສົ່ງເສີມກະສິກຳ ຕາມການເປີດເຜີຍຂອງການນຳລັດຖະບານ.ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ ໄດ້ກ່າວໃນກອງປະຊຸມສະພາແຫ່ງຊາດໃນທ້າຍເດືອນຜ່ານມາວ່າ ໜຶ່ງໃນມາດຕະການຂອງລັດຖະບານໃນປີ 2019 ໃນການຮັກສາຄວາມເຂັ້ມແຂງຂອງການຂະຫຍາຍຕົວດ້ານເສດຖະກິດ ແມ່ນການຈັດສັນທຶກຮອນເພີ່ມເຕີມສຳລັບການຄົ້ນຄວ້າກະສິກຳ.ອ່ານຕໍ່ ...
ເອກກະພອນ ພູທອນສີ
ລັດຖະບານ, ຂະແໜງເອກະຊົນຮ່ວມມືກ່ຽວກັບການຂະຫຍາຍຕົວສີຂຽວ
ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ລັດຖະບານ ແລະ ຕາງໜ້າຂະແໜງເອກະຊົນໄດ້ປະຊຸມກັນຢູ່ນະຄອນຫຼວງວຽງຈັນວານນີ້ ເພື່ອຫາລືກ່ຽວກັບສິ່ງທ້າທາຍ ແລະ ໂອກາດສຳລັບການມີສ່ວນຮ່ວມຂອງພາກສ່ວນເອກະຊົນໃນການພັດທະນາສີຂຽວ ແລະ ການປ່ຽນແປງຂອງສະພາບອາກາດໃນລາວ.ກອງປະຊຸມດັ່ງກ່າວ ພາຍໃຕ້ຫົວຂໍ້ “ການມີສ່ວນຮ່ວມຂອງຂະແໜງເອກະຊົນໃນການປ່ຽນແປງຂອງສະພາບອາກາດ ແລະ ການຂະຫຍາຍຕົວສີຂຽວ” ແມ່ນສ່ວນໜຶ່ງຂອງການສົ່ງເສີມຄວາມສາມາດ ພາຍໃຕ້ໂຄງການພັດທະນາຕົວເມືອງສີຂຽວ.ອ່ານຕໍ່ ...
ສີລັດດາ ສຸລິຍົງ
http://annx.asianews.network/content/govt-private-sector-collaborate-green-growth-laos-101332
ລັດຖະບານອອກມາດຕະການແກ້ໄຂກັບຜົນກະທົບຈາກໄພນ້ຳຖ້ວມ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ເນັ້ນໜັກກ່ຽວກັບຄວາມພຽງພໍໃນການສະໜອງອາຫານ ແລະ ນ້ຳສະອາດ ຄຽງຄູ່ກັບຄວາມປອດໄພ ແລະ ການປ້ອງກັນພະຍາດ ສຳລັບຊຸມຊົນທີ່ປະສົບໄພນ້ຳຖ້ວມທີ່ຍັງຄົງພັກອາໄສຢູ່ໃນສູນພັກອາໄສຊົ່ວຄາວ.ລັດຖະບານໄດ້ຮັບຮອງມາດຕະການເພື່ອແກ້ໄຂນ້ຳຖ້ວມໃນປີນີ້ ໃນກອງປະຊຸມປະຈຳເດືອນໃນວັນຈັນຜ່ານມາ, ພາຍໃຕ້ການເປັນປະທານການຫາລືຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ.ອ່ານຕໍ່ ...
ສົມໄຊ ແສງດາຣາ
http://annx.asianews.network/content/lao-govt-decides-measures-address-flood-impact-104378
ອົງການ FAO ຈະເຮັດວຽກໃນຂະແໜງການປັບຕົວຕໍ່ການປ່ຽນແປງຂອງສະພາບອາກາດໃນພຶ້ນທີ່ຊຸ່ມນ້ຳ ຂອງ ສປປ ລາວ
ອົງການ FAO ຈະເຮັດວຽກໃນຂະແໜງການປັບຕົວຕໍ່ສະພາບອາກາດໃນພຶ້ນທີ່ຊຸ່ມນ້ຳ ຂອງ ສປປ ລາວ. ລາວເປັນໜຶ່ງໃນປະເທດທີ່ມີພື້ນທີ່ຊຸ່ມນ້ຳຂະໜາດໃຫຍ່ຂອງໂລກ ທີ່ຕິດພັນກັບລະບົບແມ່ນ້ຳຂອງ. ລ້ອງແມ່ນ້ຳຂອງຄອບຄຸມ 88% ຂອງປະເທດ.ອ່ານຕໍ່ ...
ບັນນາທິການເດັບດິດຄອສ
ເຢຍລະມັນໃຫ້ການຊ່ວຍເຫຼືອການພັດທະນາພື້ນຖານໂຄງລ່າງໃນຊົນນະບົດ
ວຽງຈັນ (ວຽງຈັນທາມສ໌/ANN) – ເຢຍລະມັນຕົກລົງໃຫ້ການຊ່ວຍເຫຼືອໃນປັບປຸງການເຂົ້າເຖິງບ້ານໃນຊົນນະບົດໃນທຸກລະດູ, ການສົ່ງເສີມການສ້າງລາຍຮັບ, ການປັບປຸງສະພາບຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ ແຂວງຄຳມ່ວນ ແລະ ແຂວງອັດຕະປື.ທຶນສຳລັບສອງໂຄງການພັດທະນາຊົນນະບົດດັ່ງກ່າວ ຈະນຳໃຊ້ເຂົ້າໃນການກໍ່ສ້າງ ແລະ ບູລະນະຖະໜົນໃນຊົນນະບົດໃນສອງແຂວງດັ່ງກ່າວ ພາຍໃຕ້ໂຄງການພັດທະນາຊົນນະບົດ (RDP) ໄລຍະ 2 ແລະ ໂຄງການຟື້ນຟູພື້ນຖານໂຄງລ່າງຢູ່ພາກໃຕ້ຂອງລາວ (RISL).ອ່ານຕໍ່ ...
ໂຕະຂ່າວ
http://annx.asianews.network/content/germany-gives-boost-rural-infrastructure-development-105065
ປະເດັນບັນຫາໄດ້ຮັບການຍົກຂຶ້ນ ເມື່ອຊາວສວນກາເຟລາວຮ້ອງຂໍຄວາມຊ່ວຍເຫຼືອຈາກລັດຖະບານ
ຈຳປາສັກ (ວຽງຈັນທາມສ໌/ANN) – ຊາວກະສິກອນທີ່ປູກກາເຟຢູ່ທາງພາກໃຕ້ຂອງລາວ ຮ້ອງຂໍຄວາມຊ່ວຍເຫຼືອຈາກລັດຖະບານ ໃນການຈັດຕັ້ງກອງທຶນສະໜັບສະໜູນການປຸງແຕ່ງເມັດກາເຟ ແລະ ໃຫ້ຄຳແນະນຳທາງດ້ານວິຊາການສຳລັບຊາວສວນກາເຟທ້ອງຖິ່ນ ຫຼັງຈາກທີ່ລາຄາກາເຟໃນຕະຫຼາດຕົກຕ່ຳໃນໄລຍະຜ່ານມາ.ທ່ານ ສີວິໄຊ ໄຊຍະແສງ ຫົວໜ້າສະມາຄົມກາເຟລາວ ລາຍງານຜ່ານໜັງສືພີມວຽງຈັນທາມສ໌ວ່າ “ລາຄາກາເຟຂຽວຕົກຕ່ຳລົງ ຍ້ອນມີການສະໜອງທີ່ເພີ່ມຂຶ້ນໃນຕະຫຼາດໂລກ. ໂດຍສະເພາະ ແມ່ນການເພີ່ມຂຶ້ນຂອງການຜະລິດເມັດກາເຟຂຽວຈາກອິນໂດເນເຊຍ ເຊິ່ງເປັນໜຶ່ງໃນຜູ້ສົ່ງອອກລາຍໃຫຍ່ທີ່ສຸດໃນໂລກ.”ອ່ານຕໍ່ ...
ສຸກສະໄໝ ບູລົມ
ບໍລິສັດຈີນສົນໃຈລົງທຶນດ້ານພະລັງງານແສງອາທິດໃນລາວ
ບໍລິສັດຈີນ ຫາງຈູ ເຊັບຟາວ ເທັກໂນໂລຢີ ຈຳກັດສົນໃຈໃນການພັດທະນາພະລັງງານແສງອາທິດໃນລາວ ເນື່ອງຈາກປະເທດລາວມີພູມມິປະເທດທີ່ເໝາະສົມ ມີແສງຕາເວັນສ່ອງເກືອບຕະຫຼອດປີ.ປະຈຸບັນ ບໍລິສັດຄາດວ່າຈະດຳເນີນການສຶກສາຄວາມເປັນໄປໄດ້ກ່ຽວກັບການພັດທະນາໂຄງການພະລັງງານໄຟຟ້າແສງອາທິດເທິງໜ້າເຂື່ອນໄຟຟ້ານ້ຳງື່ມ 1 ໂດຍແນໃສ່ຊຸມຊົນບ້ານໂພນສະຫວາດ ເມືອງລ້ອງຊານ ແຂວງໄຊສົມບູນ.ອ່ານຕໍ່ ...
ບັນນາທິການວຽງຈັນທາມສ໌
ຄະນະລັດຖະບານຊຸກຍູ້ການຄຸ້ມຄອງອັດຕາແລກປ່ຽນໃຫ້ມີປະສິດທິພາບ
ວຽງຈັນ (ວຽງຈັນທາມສ໌/ANN) – ຄະນະລັດຖະບານຖືເອົາການຄຸ້ມຄອງອັດຕາແລກປ່ຽນເປັນໜຶ່ງໃນບູລິມະສິດສູງສຸດໃນໄລຍະເດືອນຕໍ່ໜ້າ, ເນື່ອງຈາກຊ່ອງຫວ່າງລະຫວ່າງອັດຕາແລກປ່ຽນທາງການ ແລະ ໃນທ້ອງຕະຫຼາດຂະຫຍາຍຕົວເພີ່ມຂຶ້ນ.ຕາມການເປີດເຜີຍຕໍ່ສື່ມວນຊົນໃນຕອນທ້າຍຂອງກອງປະຊຸມປະຈຳເດືອນຂອງຄະນະລັດຖະບານໃນວັນທີ 19 ສິງຫານີ້, ລັດຖະບານໄດ້ເນັ້ນເຖິງຄວາມຈຳເປັນສຳລັບທະນາຄານແຫ່ງ ສປປ ລາວ ແລະ ຂະແໜງການທີ່ກ່ຽວຂ້ອງ ໃຫ້ຮັດແໜ້ນການຄຸ້ມຄອງການແລກປ່ຽນເງິນຕາ.ອ່ານຕໍ່ ...
ເອກະພອນ ພູທອນສີ
http://annx.asianews.network/content/lao-cabinet-pushes-effective-management-exchange-rates-102988
ແມ່ຍິງໃນຊົນນະບົດເສີມຂະຫຍາທ່າແຮງໃນການເຮັດວຽກຈາກການຝຶກອົບຮົມ
ລາວ ແລະ ສາທາລະນະລັດເກົາຫຼີຮ່ວມກັນສົ່ງເສີມໃຫ້ແມ່ຍິງທີ່ດ້ອຍໂອກາດໃນທົ່ວປະເທດ ເພື່ອຍົກລະດັບທັກສະໃຫ້ເຂົາເຈົ້າສາມາດສ້າງລາຍຮັບ ຜ່ານຫຼັກສູດການຝຶກອົບຮົມທີ່ອອກແບບສະເພາະ ເຊິ່ງຈັດຂຶ້ນຢູ່ນະຄອນວຽງຈັນ.ໂຄງການດັ່ງກ່າວແມ່ນການຮ່ວມມືລະຫວ່າງສູນຝຶກອົບຮົມສູນກາງສະຫະພັນແມ່ຍິງລາວ ແລະ ກະຊວງຄວາມສະເໝີພາບທາງເພດ ແລະ ຄອບຄົວແຫ່ງປະເທດເກົາຫຼີ ແນໃສ່ເພື່ອຍົກລະດັບທັກສະ, ຄວາມຮູ້ ແລະ ທ່າແຮງໃນການປະກອບອາຊີບໃຫ້ແກ່ແມ່ຍິງທີ່ດ້ອຍໂອກາດ ເພື່ອໃຫ້ເຂົາເຈົ້າຫຼຸດພົ້ນຈາກຄວາມທຸກຍາກ.ອ່ານຕໍ່ ...
ສີລັດດາ ສຸລິຍົງ
ຍິງສາວທີ່ຖືກກັກຂັງໃນຂໍ້ຫາທຳລາຍຊື່ສຽງຂອງປະເທດ ຖືກສັ່ງຫ້າມບໍ່ໃຫ້ຄອບຄົວເຂົ້າຢ້ຽມ
ຍິງສາວທີ່ຖືກຈັບໃນວັນທີ 12 ກັນຍາ ໃນຂໍ້ຫາທຳລາຍຊື່ສຽງປະເທດ ຍັງຄົງຖືກກັກຂັງບໍ່ໃຫ້ພົບກັບຄອບຄົວ ຈົນກວ່າຈະສຳເລັດການສືບສວນຄະດີກ່ຽວກັບໃນການກະທຳຄວາມຜິດຂອງລາວ, ແຫຼ່ງຂ່າວ RFA ລາວ ລາຍງານໃນວັນພະຫັດນີ້.ນາງ ຮວາຍເຮືອງ ໄຊຍະບູລີ ອາຍຸ 30 ປີ ໄດ້ຖືກັກຕົວ ຫຼັງຈາກທີ່ໄດ້ທຳການວິຈານຜ່ານທາງເຟັສ໌ບຸ໊ກ ກ່ຽວກັບການຊ່ວຍເຫຼືອບັນເທົາທຸກນ້ຳຖ້ວມຂອງລັດຖະບານ ໃນວັນທີ 5 ກັນຍາ ຢູ່ແຂວງຈຳປາສັກ ແລະ ສາລະວັນ ທາງພາກໃຕ້ຂອງລາວ, ຕາມການລາຍງານຂອງໜ່ວຍຂ່າວ RFA ລາວ.ອ່ານຕໍ່ ...
ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/refused-09262019131452.html
ການປັບປຸງການບໍລິການສາທາລະນະແມ່ນຢູ່ໃນບູລິມະສິດລະດັບສູງສູງຕາມແຜນວາລະຂອງລັດຖະບານ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານສັນຍາວ່າຈະສືບຕໍ່ຄວາມພະຍາຍາມໃນການປັບປຸງການບໍລິການສາທາລະນະ, ເຊິ່ງປະຊາຊົນຫຼາຍຄົນໄດ້ຮຽກຮ້ອງໃຫ້ເຈົ້າໜ້າທີ່ລັດຖະບານ ປະຕິບັດຕົວໃຫ້ເໝາະສົມຍິ່ງຂຶ້ນໃນການບໍລິການປະຊາຊົນ.ຕາມບົດຂ່າວຕໍ່ສື່ມວນຊົນຈາກກົມປະຊາສຳພັນຂອງລັດຖະບານ ທີ່ເປີດເຜີຍໃນຕອນທ້າຍຂອງກອງປະຊຸມປະຈຳເດືອນຂອງຄະນະລັດຖະບານໃນວັນທິ 19 ສິງຫາຜ່ານມານີ້, ລັດຖະບານມີເປົ້າໝາຍເອົາໃຈໃສ່ໃນການປັບປຸງການບໍລິການສາທາລະນະໃນຊຸມເດືອນຕໍ່ໜ້າ.ອ່ານຕໍ່ ...
ເອກະພອນ ພູທອນສີ
http://annx.asianews.network/content/public-service-improvement-high-lao-gov%E2%80%99t-agenda-103259
ລາວອາດໄດ້ຮັບປະໂຫຍດຈາກສົງຄາມການຄ້າລະຫວ່າງສະຫະລັດ-ຈີນ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວແມ່ນໜຶ່ງໃນບັນດາປະເທດອາຊີຕາເວັນອອກສຽງໃຕ້ທີ່ອາດໄດ້ຮັບປະໂຫຍດຈາກຄວາມຂັດແຍ່ງທາງການຄ້າລະຫວ່າງສະຫະລັດ ແລະ ຈີນໃນປະຈຸບັນ, ແຕ່ວ່າລັດຖະບານຕ້ອງດຳເນີນຂັ້ນຕອນການປັບປຸງສະພາບແວດລ້ອມໃນການລົງທຶນ.ນີ້ແມ່ນຂໍ້ສະຫຼຸບຈາກບົດລາຍງານຂອງສູນຄົ້ນຄວ້ານະໂຍບາຍເສດຖະກິດມະຫາພາກ ແລະ ປະຕິຮູບເສດຖະກິດ (CMER) ພາຍໃຕ້ສະຖານບັນຄົ້ນຄວ້າເສດຖະກິດແຫ່ງຊາດ (NIER).ອ່ານຕໍ່ ...
ໂຕະຂ່າວ
ນັກສຶກສາລາວໄດ້ຮຽນຮູ້ກ່ຽວກັບໂອກາດດ້ານການສຶກສາໃນປະເທດຍີ່ປຸ່ນ
ນັກສຶກສາລາວຈຳຳນວນຫຼາຍ ທີ່ພວມພິຈາລະນາການໄປສຶກສາຢູ່ປະເທດຍີ່ປຸ່ນ ແລະ ມີຄວາມສົນໃຈຢາກຮູ້ຂໍ້ມູນຂ່າວສານ ກ່ຽວກັບວິທີການໃນການໄປສຶກສາດັ່ງກ່າວ.ງານກິດຈະກຳຕະຫຼາດນັດການສຶກສາທີ່ປະເທດຍີ່ປຸ່ນ 2019 ເຊິ່ງຈັດຂຶ້ນໃນວັນພຸດຜ່ານມານີ້ ທີ່ມະຫາວິທະຍາໄລແຫ່ງຊາດລາວ (ມຊ) ນະຄອນຫຼວງວຽງຈັນ ໄດ້ເປີດໂອກາດໃຫ້ແກ່ນັກສຶກສາທີ່ຕ້ອງການຮຽນຮູ້ກ່ຽວກັບມະຫາວິທະຍາໄລຂອງຍີ່ປຸ່ນ ແລະ ຫຼັກສູດການສຶກສາຂອງເຂົາເຈົ້າ.ກິດຈະກຳດັ່ງກ່າວເປັນປະໂຫຍດສຳລັບຄູອາຈານ, ນັກຄົ້ນຄວ້າ, ມະຫາຊົນ ແລະ ນັກສຶກສາທີ່ມີຄວາມຕ້ອງການຢາກໄປສຶກສາຢູ່ປະເທດຍີ່ປຸ່ນ.ອ່ານຕໍ່ ...
ໂຕະຂ່າວວຽງຈັນທາມສ໌
ການສຳຫຼວດບໍ່ຄຳແຂວງໄຊສົມບູນເລີ່ມຕົ້ນດຳເນີນການ
ວຽງຈັນ (ວຽງຈັນທາມສ໌/ANN) – ການສຶກສາຄວາມເປັນໄປໄດ້ໃນການສຳຫຼວດ ແລະ ການປຸງແຕ່ງຄຳໃນພື້ນທີ່ຂຸດຄົ້ນບໍ່ຄຳ 234.6 ກິໂລຕາແມັດ ບ້ານນາຕີ ເມືອງລ່ອງແຈ້ງ ແຂວງໄຊສົມບູນ ໄດ້ເລີ່ມດຳເນີນການ ພາຍຫຼັງໄດ້ຮັບການອະນຸມັດຈາກລັດຖະບານ.ໂຄງການດັ່ງກ່າວແມ່ນການຮ່ວມມືລະຫວ່າງ ບໍລິສັດພັດທະນາບໍ່ແຮ່ໂຈ້ບຸນມີ ຈຳກັດ ພາຍໃຕ້ກຸ່ມບໍລິສັດໂຈ້ບຸນມີ, ກຸ່ມບໍລິສັດທຸລະກິດຊນນຳຂອງລາວ ແລະ ກະຊວງປ້ອງກັນປະເທດ.ອ່ານຕໍ່ ...
ໂຕະຂ່າວ
http://annx.asianews.network/content/gold-mining-operation-kicks-xaysomboun-103146
ລາຄາອາຫານທີ່ສູງຂຶ້ນສົ່ງຜົນກະທົບຕໍ່ປະຊາຊົນຜູ້ມີລາຍໄດ້ຕ່ຳ
ວຽງຈັນ (ວຽງຈັນທາມສ໌/ANN) – ປະຊາຊົນຈຳນວນຫຼາຍ ໂດຍສະເພາະແມ່ນຜູ້ທີ່ມີລາຍໄດ້ຕ່ຳ ກຳລັງໄດ້ຮັບຜົນກະທົບຈາກລາຄາອາຫານທີ່ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ.ພວກເຂົາເວົ້າວ່າລາຄາອາຫານທີ່ສູງເຮັດໃຫ້ຄ່າຄອງຊີບສູງຂຶ້ນເຊັ່ນດຽວກັນ, ເຊິ່ງໝາຍຄວາມວ່າພວກເຂົາຕ້ອງກິນໃຫ້ໜ້ອຍລົງ ຫຼື ຕ້ອງປ່ຽນວິທີການດຳລົງຊີວິດເພື່ອຮັບມືກັບສະພາບເສດຖະກິດໃນປະຈຸບັນ.ອ່ານຕໍ່ ...
ໂຕະຂ່າວ
http://annx.asianews.network/content/rising-food-prices-hit-low-income-earners-101263
ນາຍົກລວມສູນການຄຸ້ມຄອງການຊ່ວຍເຫຼືອທາງການເພື່ອການພັດທະນາ
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ອອກດຳລັດໃໝ່ ເພື່ອແນໃສ່ລວມສູນການຄຸ້ມຄອງການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA).ທ່ານ ທອງລຸນ ໄດ້ລົງນາມຮັບຮອງເອົາດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຄຸ້ມຄອງການຊ່ວຍເຫຼືອທາງການເພື່ອການພັດທະນາ ໃນວັນທີ 9 ຕຸລາ. ເຊິ່ງໄດ້ມີການລົງເຜີຍແຜ່ໃນເວັບໄຊຈົດໝາຍວຽນທາງລັດຖະການຂອງກະຊວງຍຸດຕິທຳ ໃນວັນທີ 25 ຕຸລາ.ອີງຕາມດຳລັດສະບັບດັ່ງກ່າວ ເຊິ່ງສາມາດເບິ່ງໄດ້ທາງເວັບໄຊ, ອົງການຈັດຕັ້ງທີ່ສາມາດອະນຸມັດການຮັບຮອງເອົາການຊ່ວຍເຫຼືອທາງການເພື່ອການພັດທະນາ ລວມມີ ລັດຖະບານ, ກະຊວງແຜນການ ແລະ ການລົງທຶນ, ແລະ ກະຊວງການຕ່າງປະເທດ.ອ່ານຕໍ່ ...
ເອກະພອນ ພູທອນສີ
ຊ່ຽວຊານດ້ານກົດໝາຍຮ່ວມວາງແຜນການສ້າງລະບົບສານປົກຄອງ
ສານປະຊາຊົນສູງສຸດຮ່ວມກັບສະຖາບັນຊ່ວຍເຫຼືອກົດໝາຍ ແລະ ວິຊາການ (ILSTA) ຈັດກອງປະຊຸມປຶກສາຫາລືວິຊາການຂຶ້ນໃນອາທິດນີ້ ກ່ຽວກັບຮ່າງດຳລັດປະທານປະເທດວ່າດ້ວຍການດຳເນີນຄະດີການປົກຄອງ.ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນທີ່ປາກເຊ ໃນວັນທີ 5-6 ສິງຫານີ້. ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວມີຜູ້ຕາງໜ້າຈາກອົງການຈັດຕັ້ງລັດຖະບານ ເພື່ອຮ່ວມຫາລື ແລະ ເດີນໜ້າການຈັດຕັ້ງລະບົບສານປົກຄອງໃນລາວ.ອ່ານຕໍ່ ...
ໂຕະຂ່າວວຽຈັນທາມສ໌
ງານວາງສະແດງສິນຄ້າວິທະຍາສາດ ແລະ ເທັກໂນໂລຢີ ລາວ-ຈີນ ສົ່ງເສີມການພັດທະນາອຸດສາຫະກຳ
ວຽງຈັນ (ວຽງຈັນທາມສ໌/ANN) – ງານວາງສະແດງສິນຄ້າ “ສະມາດເທັກໂນໂລຢີ ເພື່ອການພັດທະນາສີຂຽວ ແລະ ຍືນຍົງ” ແມ່ນກຳລັງດຳເນີນຢູ່ນະຄອນຫຼວງວຽງຈັນ ເພື່ອເສີມຂະຫຍາຍໜໍ່ແໜງການພັດທະນາໃນຂະແໜງອຸດສາຫະກຳໃນລາວ.ງານວາງສະແດງສິນຄ້າດັ່ງກ່າວ ແມ່ນຈັດຂຶ້ນທີ່ຫໍປະຊຸມແຫ່ງຊາດ ແຕ່ວັນທີ 11-16 ຕຸລານີ້ ເຊິ່ງມີບໍລິສັດຈາກລາວ ແລະ ຈີນເຂົ້າຮ່ວມປະມານ 100 ບໍລິສັດ.ອ່ານຕໍ່ ...
ລາວຈະເລີ່ມໃຫ້ບໍລິການຍື່ນວີຊາແບບອອນລາຍໃນເດືອນມິຖຸນານີ້
(ຂປລ) ລັດຖະບານໄດ້ມອບໝາຍໃຫ້ກະຊວງການຕ່າງປະເທດເປັນຜູ້ຈັດຕັ້ງປະຕິບັດໂຄງການ ອີ-ວີຊາ ເພື່ອຊ່ວຍໃຫ້ຊາວຕ່າງປະເທດສາມາດສະໝັກວີຊາເຂົ້າລາວແບບອອນລາຍ.ການບໍລິການ ອີ-ວີຊາຄາດວ່າຈະເລີ່ມມີການດຳເນີນການໃນເດືອນມິຖຸນາປີນີ້ ເພື່ອເຮັດໃຫ້ຂັ້ນຕອນການຍື່ນວີຊາສະດວກສະບາຍຍິ່ງຂຶ້ນສຳລັບຊາວຕ່າງປະເທດທີ່ຕ້ອງການເດີນທາງເຂົ້າມາປະເທດລາວ ແລະ ເພື່ອເປັນການສົ່ງເສີມການທ່ອງທ່ຽວລາວ.ອ່ານຕໍ່ ...
ຂປລ
ຄູຝຶກຊ່າງໄມ້ໄດ້ຮຽນຮູ້ຍົກລະດັບທັກສະໃໝ່ໆ
ຄູອາຈານຈາກ ໂຮງຮຽນວິຊາຊີບ 11 ແຫ່ງໄດ້ຮັບຄວາມຮູ້ ແລະ ທັກສະໃໝ່ໆຈາກຫຼັກສູດຝຶກອົບຮົມຢູ່ວຽງຈັນ ແຕ່ວັນທີ 24 ມິຖຸນາເຖິງ 30 ສິງຫາ ພາຍໃຕ້ໂຄງການຊ່ວຍເຫຼືອຂອງອົງການຮ່ວມມືສາກົນແຫ່ງປະເທດຍີ່ປຸ່ນ (JICA).ປະຈຸບັນ ຄູຝຶກຊ່າງໄມ້ (ຄູສອນ) ຊຸດດັ່ງກ່າວແມ່ນພ້ອມທີ່ຈະຖ່າຍທອດຄວາມຮູ້ທັກສະ ເພື່ອຍົກລະດັບການສຶກສາວິຊາຊີບໃນແຂວງຂອງຕົນ.ອ່ານຕໍ່ ...
ສັງຄົມໄຊ ບຸບຜານຸວົງ