ນັກສຶກສາລາວໄດ້ຮຽນຮູ້ກ່ຽວກັບໂອກາດດ້ານການສຶກສາໃນປະເທດຍີ່ປຸ່ນ

ນັກສຶກສາລາວຈຳຳນວນຫຼາຍ ທີ່ພວມພິຈາລະນາການໄປສຶກສາຢູ່ປະເທດຍີ່ປຸ່ນ ແລະ ມີຄວາມສົນໃຈຢາກຮູ້ຂໍ້ມູນຂ່າວສານ ກ່ຽວກັບວິທີການໃນການໄປສຶກສາດັ່ງກ່າວ.

ງານກິດຈະກຳຕະຫຼາດນັດການສຶກສາທີ່ປະເທດຍີ່ປຸ່ນ 2019 ເຊິ່ງຈັດຂຶ້ນໃນວັນພຸດຜ່ານມານີ້ ທີ່ມະຫາວິທະຍາໄລແຫ່ງຊາດລາວ (ມຊ) ນະຄອນຫຼວງວຽງຈັນ ໄດ້ເປີດໂອກາດໃຫ້ແກ່ນັກສຶກສາທີ່ຕ້ອງການຮຽນຮູ້ກ່ຽວກັບມະຫາວິທະຍາໄລຂອງຍີ່ປຸ່ນ ແລະ ຫຼັກສູດການສຶກສາຂອງເຂົາເຈົ້າ.

ກິດຈະກຳດັ່ງກ່າວເປັນປະໂຫຍດສຳລັບຄູອາຈານ, ນັກຄົ້ນຄວ້າ, ມະຫາຊົນ ແລະ ນັກສຶກສາທີ່ມີຄວາມຕ້ອງການຢາກໄປສຶກສາຢູ່ປະເທດຍີ່ປຸ່ນ.

ອ່ານຕໍ່…

ໂຕະຂ່າວວຽງຈັນທາມສ໌