ປະເດັນບັນຫາໄດ້ຮັບການຍົກຂຶ້ນ ເມື່ອຊາວສວນກາເຟລາວຮ້ອງຂໍຄວາມຊ່ວຍເຫຼືອຈາກລັດຖະບານ

 

ຈຳປາສັກ (ວຽງຈັນທາມສ໌/ANN) – ຊາວກະສິກອນທີ່ປູກກາເຟຢູ່ທາງພາກໃຕ້ຂອງລາວ ຮ້ອງຂໍຄວາມຊ່ວຍເຫຼືອຈາກລັດຖະບານ ໃນການຈັດຕັ້ງກອງທຶນສະໜັບສະໜູນການປຸງແຕ່ງເມັດກາເຟ ແລະ ໃຫ້ຄຳແນະນຳທາງດ້ານວິຊາການສຳລັບຊາວສວນກາເຟທ້ອງຖິ່ນ ຫຼັງຈາກທີ່ລາຄາກາເຟໃນຕະຫຼາດຕົກຕ່ຳໃນໄລຍະຜ່ານມາ.

ທ່ານ ສີວິໄຊ ໄຊຍະແສງ ຫົວໜ້າສະມາຄົມກາເຟລາວ ລາຍງານຜ່ານໜັງສືພີມວຽງຈັນທາມສ໌ວ່າ “ລາຄາກາເຟຂຽວຕົກຕ່ຳລົງ ຍ້ອນມີການສະໜອງທີ່ເພີ່ມຂຶ້ນໃນຕະຫຼາດໂລກ. ໂດຍສະເພາະ ແມ່ນການເພີ່ມຂຶ້ນຂອງການຜະລິດເມັດກາເຟຂຽວຈາກອິນໂດເນເຊຍ ເຊິ່ງເປັນໜຶ່ງໃນຜູ້ສົ່ງອອກລາຍໃຫຍ່ທີ່ສຸດໃນໂລກ.”

ອ່ານຕໍ່…

ສຸກສະໄໝ ບູລົມ