ນັກອຸຕຸນິຍົມຮຽນຮູ້ກ່ຽວກັບການຈຳລອງແບບສະພາບອາກາດ

ເຈົ້າໜ້າທີ່ອຸຕຸນິຍົມຈາກລາວ, ຫວຽດນາມ, ມຽນມາ ແລະ ກຳປູເຈຍ ປະຊຸມທີ່ນະຄອນຫຼວງວຽງຈັນໃນວັນອັງຄານຜ່ານມາ ເພື່ອຫາລື ແລະ ຮຽນຮູ້ກ່ຽວກັບການຈຳລອງແບບສະພາບອາກາດຂັ້ນສູງ.ເຂົ້າຮ່ວມໃນກອງປະຊຸມຝຶກອົບຮົມກ່ຽວກັບການຈຳລອງແບບສະພາບອາກາດຂັ້ນສູງສາກົນ ເຊິ່ງຈັດໂດຍກົມອຸຕຸນິຍົມວິທະຍາ ແລະ ອຸທົກກະສາດ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ມີທ່ານ ຄຳມະນີ ຄູນພົນ ຫົວໜ້າກົມ, ທ່ານ ປາໂບລ ອິມບາກ ຜູ້ຕາງໜ້າ CIAT ແລະ ທ່ານ ນາຊາ ຮາຢັດ ຜູ້ຕາງໜ້າ FAO ປະຈຳລາວ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ການກັກເກັບນ້ຳຢູ່ແຂວງໄຊຍະບູລີ

(ຂປລ) ເປັນໄລຍະເກືອບສີ່ປີແລ້ວ ທີ່ອົງການ UNDP ໄດ້ມີໂຄງການຢູ່ແຂວງໄຊຍະບູລີ ທາງພາກເໜືອຂອງລາວ ເພື່ອຊ່ວຍເຫຼືອຊາວກະສິກອນທີ່ທຸກຍາກໃນການຜະເຊີນໜ້າກັບການປ່ຽນແປງຂອງສະພາບອາກາດ.ໃນເດືອນກຸມພານີ້, ໂຄງການຈະລົງຢ້ຽມຢາມໜຶ່ງໃນບ້ານເປົ້າໝາຍ ເພື່ອສຶກສາວ່າເຂົາເຈົ້າສາມາດຈັດການກັບສະພາບອາກາດທີ່ມີການປ່ຽນແປງໄດ້ຄືແນວໃດນັບແຕ່ດຳເນີນໂຄງການມາ.ເປົ້າໝາຍການພັດທະນາແບບຍືນຍົງ ທີ່ມີການຮັບຮອງໃນທົ່ວໂລກໃນປີ 2015, ເຮັດໃຫ້ໂຄງການໃນອົງການ UNDP ລາວ ຍິ່ງເພີ່ມທະວີຄວາມຮັບຜິດຊອບ ເພື່ອຮັບປະກັນວ່າໂຄງການພັດທະນາຕ່າງໆ ບໍ່ພຽງແຕ່ໃຫ້ການຊ່ວຍເຫຼືອຊຸມຊົນທີ່ທຸກຍາກໃນ ສປປ ລາວ ແບບຊົ່ວຄັ້ງຊົ່ວຄາວ, ແຕ່ຈະເປັນການສ້າງພື້ນຖານທີ່ໝັ້ນຄົງສຳລັບການສ້າງອະນາຄົດທີ່ຍືນຍົງຂອງເຂົາເຈົ້າອີກດ້ວຍ.ອ່ານຕໍ່ ...

ຂປລ

ສອງອົງການກອງທຶນໂລກສະໜັບສະໜູນການປັບຕົວຕໍ່ການປ່ຽນແປງຂອງສະພາບອາກາດໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ສອງອົງການກອງທຶນໂລກຮ່ວມມືກັນໃນການສະໜັບສະໜູນລັດຖະບານລາວ ກ່ຽວກັບການຈັດການບັນຫາການການປ່ຽນແປງຂອງສະພາບອາກາດ. ອົງການກອງທຶນສິ່ງແວດລ້ອມໂລກ (GEF) ແລະ ກອງທຶນສະພາບອາກາດສີຂຽວ (GCF) ໄດ້ຖະແຫຼງໃນກອງປະຊຸມຮ່ວມກັບຕາງໜ້າລັດຖະບານໃນອາທິດນີ້ວ່າ ຈະຈັດຕັ້ງພາລະກິດຮ່ວມໃນການຊ່ວຍເຫຼືອລາວເພື່ອຈັດຕັ້ງປະຕິບັດມາດຕະການຮັບມືຕໍ່ການປ່ຽນແປງຂອງສະພາບອາກາດໃຫ້ເກີດດອກອອກຜົນ.ອ່ານຕໍ່ ...

ພູທອງ ສີວົງສາ

ລັດຖະບານ ແລະ ຄູ່ຮ່ວມພັດທະນາທົບທວນພາລະກິດການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານດ້ານກະສິກຳ-ສະພາບອາກາດໃນລາວ

ເຈົ້າໜ້າທີ່ລັດຖະບານ ແລະ ຄູ່ຮ່ວມພັດທະນາປະຊຸມກັນທີ່ວຽງຈັນໃນວັນອັງຄານນີ້ ເພື່ອທົບທວນກ່ຽວກັບໂຄງການລະບົບຂໍ້ມູນຂ່າວສານເພື່ອການຕິດຕາມດ້ານກະສິກຳ-ສະພາບອາກາດ (SAMIS) ແນໃສ່ຍົກລະດັບການປັບຕົວຕໍ່ການປ່ຽນແປງຂອງສະພາບອາກາດ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານໃນລາວ.ອ່ານຕໍ່  ...

ພົມພົງ ເຫຼົາອິນ

ອົງການ FAO ຈະເຮັດວຽກໃນຂະແໜງການປັບຕົວຕໍ່ການປ່ຽນແປງຂອງສະພາບອາກາດໃນພຶ້ນທີ່ຊຸ່ມນ້ຳ ຂອງ ສປປ ລາວ

ອົງການ FAO ຈະເຮັດວຽກໃນຂະແໜງການປັບຕົວຕໍ່ສະພາບອາກາດໃນພຶ້ນທີ່ຊຸ່ມນ້ຳ ຂອງ ສປປ ລາວ. ລາວເປັນໜຶ່ງໃນປະເທດທີ່ມີພື້ນທີ່ຊຸ່ມນ້ຳຂະໜາດໃຫຍ່ຂອງໂລກ ທີ່ຕິດພັນກັບລະບົບແມ່ນ້ຳຂອງ. ລ້ອງແມ່ນ້ຳຂອງຄອບຄຸມ 88% ຂອງປະເທດ.ອ່ານຕໍ່ ...

ບັນນາທິການເດັບດິດຄອສ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

Hdw2j
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!