ການກັກເກັບນ້ຳຢູ່ແຂວງໄຊຍະບູລີ

(ຂປລ) ເປັນໄລຍະເກືອບສີ່ປີແລ້ວ ທີ່ອົງການ UNDP ໄດ້ມີໂຄງການຢູ່ແຂວງໄຊຍະບູລີ ທາງພາກເໜືອຂອງລາວ ເພື່ອຊ່ວຍເຫຼືອຊາວກະສິກອນທີ່ທຸກຍາກໃນການຜະເຊີນໜ້າກັບການປ່ຽນແປງຂອງສະພາບອາກາດ.

ໃນເດືອນກຸມພານີ້, ໂຄງການຈະລົງຢ້ຽມຢາມໜຶ່ງໃນບ້ານເປົ້າໝາຍ ເພື່ອສຶກສາວ່າເຂົາເຈົ້າສາມາດຈັດການກັບສະພາບອາກາດທີ່ມີການປ່ຽນແປງໄດ້ຄືແນວໃດນັບແຕ່ດຳເນີນໂຄງການມາ.

ເປົ້າໝາຍການພັດທະນາແບບຍືນຍົງ ທີ່ມີການຮັບຮອງໃນທົ່ວໂລກໃນປີ 2015, ເຮັດໃຫ້ໂຄງການໃນອົງການ UNDP ລາວ ຍິ່ງເພີ່ມທະວີຄວາມຮັບຜິດຊອບ ເພື່ອຮັບປະກັນວ່າໂຄງການພັດທະນາຕ່າງໆ ບໍ່ພຽງແຕ່ໃຫ້ການຊ່ວຍເຫຼືອຊຸມຊົນທີ່ທຸກຍາກໃນ ສປປ ລາວ ແບບຊົ່ວຄັ້ງຊົ່ວຄາວ, ແຕ່ຈະເປັນການສ້າງພື້ນຖານທີ່ໝັ້ນຄົງສຳລັບການສ້າງອະນາຄົດທີ່ຍືນຍົງຂອງເຂົາເຈົ້າອີກດ້ວຍ.

ອ່ານຕໍ່…

ຂປລ