ການຊ່ວຍເຫຼືອດ້ານການພັດທະນາແບບສອງຝ່າຍ
ການຊ່ວຍເຫຼືອດ້ານການພັດທະນາຂອງພາກເອກະຊົນທີ່ບໍ່ຫວັງຜົນກຳໄລ
ສະຫະກອນສົ່ງເສີມການກະເສດເມືອງຫົງສາ ໄດ້ຮັບບໍລິຈາກອຸປະກອນເຄື່ອງຕອງນ້ຳ
(ຂປລ) ສະຫະກອນສົ່ງເສີມການກະເສດເມືອງຫົງສາ ແຂວງໄຊຍະບູລີ ໄດ້ຮັບອຸປະກອນເຄື່ອງຕອງນ້ຳມູນຄ່າກວ່າ 100,000 ບາດຈາກບໍລິສັດໄຟຟ້າຫົງສາ.ພິທີມອບອຸປະກອນດັ່ງກ່າວໄດ້ມີຂຶ້ນໃນວັນຈັນຜ່ານມາ ລະຫວ່າງທ່ານ ຄະທາຍຸດ ຊູພູນ ອຳນວນການບໍລິຫານບໍລິສັດໄຟຟ້າຫົງສາ ແລະ ທ່ານ ທອງ ສິມມະທອງ ຫົວໜ້າສະຫະກອນສົ່ງເສີມການກະເສດເມືອງຫົງສາ, ແລະ ຕາງໜ້າຈາກອຳນາດການປົກຄອງທີ່ກ່ຽວຂ້ອງເຂົາຮ່ວມ.ອ່ານຕໍ່ ...
ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=47795
ສອງອົງການກອງທຶນໂລກສະໜັບສະໜູນການປັບຕົວຕໍ່ການປ່ຽນແປງຂອງສະພາບອາກາດໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ສອງອົງການກອງທຶນໂລກຮ່ວມມືກັນໃນການສະໜັບສະໜູນລັດຖະບານລາວ ກ່ຽວກັບການຈັດການບັນຫາການການປ່ຽນແປງຂອງສະພາບອາກາດ. ອົງການກອງທຶນສິ່ງແວດລ້ອມໂລກ (GEF) ແລະ ກອງທຶນສະພາບອາກາດສີຂຽວ (GCF) ໄດ້ຖະແຫຼງໃນກອງປະຊຸມຮ່ວມກັບຕາງໜ້າລັດຖະບານໃນອາທິດນີ້ວ່າ ຈະຈັດຕັ້ງພາລະກິດຮ່ວມໃນການຊ່ວຍເຫຼືອລາວເພື່ອຈັດຕັ້ງປະຕິບັດມາດຕະການຮັບມືຕໍ່ການປ່ຽນແປງຂອງສະພາບອາກາດໃຫ້ເກີດດອກອອກຜົນ.ອ່ານຕໍ່ ...
ພູທອງ ສີວົງສາ
ທຶນສະໜັບສະໜູນການພັດທະນາກະສິກຳ
ກອງທຶນສາກົນເພື່ອການພັດທະນາກະສິກຳ (IFAD) ມີແຜນໃຫ້ທຶນກູ້ຢືມຈຳນວນ 40 ລ້ານໂດລາສະຫະລັດ ເພື່ອສົ່ງເສີມໂຄງການສ້າງໂອກາດຍຸດທະສາດຂອງປະເທດ (COSOP) 2018-24 ໃນລາວ. ກອງທຶນໃໝ່ຈະນຳໃຊ້ເພື່ອເສີມຂະຫຍາຍການຜະລິດກະສິກຳຕາມທ້ອງຕະຫຼາດ, ການບໍລິການການເງິນຊົນນະບົດ ແລະ ລະບົບການຄຸ້ມຄອງແບບຍືນຍົງສຳລັບທະນາຄານບ້ານ ເພື່ອລົງທຶນໃນໂຄງການຊົນລະປະທານຂະໜາດນ້ອຍ.ອ່ານຕໍ່ ...
ວຽງຈັນທາມສ໌
ລຸກເຊັມບວກຊ່ວຍເຫຼືອໂຮງໝໍໃນແຂວງບໍລິຄຳໄຊ
ຄົນເຈັບຈະມີຄວາມໄວ້ວາງໃຈເພີ່ມຂຶ້ນໃນການປິ່ນປົວສຸຂະພາບ ຫຼັງຈາກພິທີເປີດໂຮງໝໍແຫ່ງໃໝ່ໃນແຂວງບໍລິຄຳໄຊວານນີ້ ເຊິ່ງເປັນສ່ວນໜຶ່ງຂອງການຍົກລະດັບການບໍລິການສາທາລະນະສຸກ ສູ່ມາດຕະຖານສາກົນໃນພາກກາງ ແລະ ພາກໃຕ້ຂອງລາວ. ໂຮງໝໍແຫ່ງໃໝ່ນີ້ເປັນໂຮງໝໍແຫ່ງທີສອງໃນລາວ ທີ່ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານລຸກເຊັມບວກ ຫຼັງແຜນສົ່ງເສີມການກໍ່ສ້າງໂຮງໝໍແຂວງວຽງຈັນໃນຊ່ວງສິບປີຫຼັງ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ອົງການພັດທະນາລຸກ ແລະ ຄູ່ຮ່ວມງານ ທົບທວນຜົນຂອງໂຄງການພັດທະນາ
ພະນັກງານລັດ ແລະ ຄູ່ຮ່ວມງານສາກົນທົບທວນຜົນຂອງໂຄງການພັດທະນາໃນແຂວງວຽງຈັນ, ບໍ່ແກ້ວ, ບໍລິຄຳໄຊ ແລະ ຄຳມ່ວນ ຫຼັງຈາກໄລຍະໜຶ່ງປີຂອງການຈັດຕັ້ງປະຕິບັດໂຄງການ. ກອງປະຊຸມດັ່ງກ່າວຈັດຂຶ້ນໃນລະຫວ່າງວັນທີ 20-21 ມິຖຸນາ ເພື່ອທົວທວນ ແລະ ລາຍງານຄວາມຄືບໜ້າ ແລະ ສິ່ງທ້າທາຍຂອງໂຄງການ ລວມເຖິງແຜນການໃນອະນາຄົດ.ອ່ານຕໍ່ ...
ວຽງຈັນທາມສ໌
ກອງທຶນຫຼຸດຜ່ອນຄວາມທຸກຍາກສືບຕໍ່ສົ່ງເສີມການພັດທະນາຊົນນະບົດ
ກອງທຶນຫຼຸດຜ່ອນຄວາມທຸກຍາກສືບຕໍ່ດຳເນີນໂຄງການຂະໜາດຍ່ອຍ 300 ກວ່າໂຄງການໃນປີນີ້ ເຊິ່ງນຳໃຊ້ທຶນ 94 ຕື້ກີບໃນການປັບປຸງພື້ນຖານໂຄງລ່າງໃນຊົນນະບົດ, ສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ແລະ ສົ່ງເສີມຊີວິດການເປັນຢູ່ຂອງຄົວເຮືອນ.ອ່ານຕໍ່ ...
ວຽງຈັນທາມສ໌