ປະເທດລາວຢູ່ອັນດັບ 132 ໃນບົດລາຍງານສະຖານະເດັກນ້ອຍ
ອົງການຊ່ວຍເຫຼືອເດັກໄດ້ເຜີຍແຜ່ບົດລາຍງານ ‘ຫຼາຍໂສມໜ້າຂອງການກີດກັ້ນ’ ເຊິ່ງຈັດອັນດັບປະເທດອີງຕາມຕົວຊີ້ວັດກ່ຽວກັບເດັກນ້ອຍ.ອ່ານຕໍ່ ...
ເດິລາວທຽນທາມສ໌
ເງິນກີບອ່ອນຄ່າທຽບກັບເງິນບາດ ສົ່ງຜົນກະທົບຕໍ່ຜູ້ນຳເຂົ້າສິນຄ້າໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ການອ່ອນຄ່າຢ່າງຕໍ່ເນື່ອງຂອງເງິນກີບລາວທຽບກັບເງິນບາດຂອງໄທ ໄດ້ສົ່ງຜົນກະທົບຕໍ່ຫົວໜ່ວຍທຸລະກິດໃນລາວ, ໂດຍສະເພາະແມ່ນຜູ້ນຳເຂົ້າສິນຄ້າ, ເຮັດໃຫ້ເຂົາເຈົ້າສູນເສຍຜົນກຳໄລ.ມາຮອດວັນທີ 2 ກັນຍາ, ອັດຕາແລກປ່ຽນຢູ່ທະນາຄານການຄ້າຕ່າງປະເທດລາວ (BCEL) ໜຶ່ງບາດແມ່ນມີອັດຕາຂາຍເທົ່າກັບ 291.92 ກີບ ແລະ ອັດຕາຊື້ແມ່ນຢູ່ທີ່ 289.73 ກີບຕໍ່ໜຶ່ງບາດ.ອ່ານຕໍ່ ...
ບຸນແຝງ ໄພມະນີວົງ
http://annx.asianews.network/content/kip-weakens-against-thai-baht-hurts-lao-importers-103260
ອຸດສາຫະກຳການກໍ່ສ້າງຂອງລາວ ໝາຍຕາການນຳໃຊ້ ສະມາດເທັກໂນໂລຢີ
ວຽງຈັນ (ວຽງຈັນທາມສ໌/ANN) – ຊ່ຽວຊານວິສະວະກຳໃນຂະແໜງການກໍ່ສ້າງ ແລະ ສະຖາປັດ ໄດ້ຮຽນຮູ້ກ່ຽວກັບອຸດສາຫະກຳການກໍ່ສ້າງແບບສະຫຼາດ ໃນກອງປະຊຸມສຳມະນາ ເຊິ່ງຈັດຂຶ້ນໃນວັນອັງຄານນີ້ ກ່ຽວກັບການປະຕິວັດອຸດສາຫະກຳ 4.0 ແລະ ການຫັນປ່ຽນສູ່ຍຸກດິຈິຕອລ໌.ງານດັ່ງກ່າວແມ່ນຈັດໂດຍ ສຳນັກງານອົງການສົ່ງເສີມການຄ້າ-ການລົງທຶນ ເກົາຫຼີ (KOTRA) ນະຄອນຫຼວງວຽງຈັນ ແລະ ທີມນັກສະຖາປັດຕະຍາກຳ ແລະ ນັກວາງແຜນ Heerim ຈາກເກົາຫຼີໃຕ້. ພາຍໃຕ້ຫົວຂໍ້ “ການກໍ່ສ້າງແບບສະຫຼາດ – ການປະຕິວັດອຸດສາຫະກຳ 4.0 ແລະ ການຫັນປ່ຽນອຸດສາຫະກຳການກໍ່ສ້າງສູ່ຍຸກດິຈິຕອລ໌.”ອ່ານຕໍ່ ...
ສຸກສະໄໝ ບູລົມ
ລັດຖະບານຍີ່ປຸ່ນລ້ຽງສົ່ງນັກສຶກສາທຶນລາວ, ທັງສະເຫຼີມສະຫຼອງວັນຄົບຮອບການສ້າງຕັ້ງໂຄງການ
ນັກສຶກສາລາວຈຳນວນ 20 ຄົນຈະເດີນທາງໄປສຶກສາ ແລະ ຄົ້ນຄວ້ລະດັບສູງຢູ່ປະເທດຍີ່ປຸ່ນ ພາຍໃຕ້ໂຄງການທຶນການສຶກສາເພື່ອການພັດທະນາຊັບພະຍາກອນມະນຸດປະເທດຍີ່ປຸ່ນ (JDS) ແລະ ໂຄງການຜູ້ນຳໜຸ່ມ (YLP).ງານລ້ຽງຮັບຮອງນັກສຶກສາ ແລະ ອະດີດນັກສຶກສາທຶນ JDS ແລະ YLP ໄດ້ຈັນຂຶ້ນຢູ່ນະຄອນຫຼວງວຽງຈັນໃນວັນອັງຄານນີ້ ເພື່ອເປັນການລ້ຽງສົ່ງນັກສຶກສາທີ່ຈະເດີນທາງໄປຮຽນຕໍ່ຢູ່ປະເທດຍີ່ປຸ່ນ ແລະ ເປັນການສະຫຼີມສະຫຼອງວັນສ້າງຕັ້ງໂຄງການ JDS ຄົບຮອບ 20 ປີ.ອ່ານຕໍ່ ...
ແກ້ວວຽງຄອນ ບຸນວິເສດ
ນັກວິໄຈດ້ານການແພດຫາລືການຄວບຄຸມພະຍາດບໍ່ຕິດແປດ
ຕາງໜ້າຈາກຄູ່ຮ່ວມພັດທະນາ ແລະ ກົມກອງຖັນແຖວກະຊວງສາທາລະນະສຸກ ໄດ້ປະຊຸມກັນວານນີ້ ທີ່ວຽງຈັນ ເພື່ອຫາລືກ່ຽວກັບການຄວບຄຸມພະຍາດບໍ່ຕິດແປດ (NCD).ການຫາລືດັ່ງກ່າວແມ່ນສ່ວນໜຶ່ງຂອງກອງປະຊຸມຫາລືວິຊາການດ້ານການແພດແຫ່ງຊາດຄັ້ງທີ 12 (12th NHRF) ເຊິ່ງໄດ້ອັດລົງວານນີ້ ແລະ ຍັງຄອບຄຸມການບັນລຸເປົ້າໝາຍການຮັບປະກັນດ້ານສຸຂະພາບໂລກ (UHC) ແລະ ການລົບລ້າງພະຍາຍຕິດແປດບາງຊະນິດ ພາຍໃນປີ 2025 (NCD).ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ນາຍົກຈະເຂົ້າຮ່ວມກອງປະຊຸມເສດຖະກິດໂລກທີ່ຫວຽດນາມ
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຈະນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມເສດຖະກິດໂລກກ່ຽວກັບອາຊຽນ ເຊິ່ງຈະຈັດຂຶ້ນໃນວັນທີ 11-13 ກັນຍາ ທີ່ນະຄອນຮ່າໂນ້ຍ ປະເທດຫວຽດນາມ ຕາມການແຈ້ງການຂອງກະຊວງການຕ່າງປະເທດ.ອ່ານຕໍ່ ...
ນັກຂ່າວວຽງຈັນທາມສ໌
ອັດຕາໄຫຼເຂົ້າຂອງການລົງທຶນໂດຍກົງຈາກຕ່າງປະເທດໃນລາວຫຼຸດຜ່ອນລົງ
ອັດຕາໄຫຼເຂົ້າຂອງການລົງທຶນໂດຍກົງຈາກຕ່າງປະເທດ (FDI) ໃນລາວຫຼຸດລົງໃນປີ 2018 ທ່າມກາງງການຫຼຸດລົງຂອງໂຄງການລົງທຶນໃໝ່ໆຈາກຈີນ, ຕາມບົດລາຍງານຫຼ້າສຸດ.ອັດຕາໄຫຼເຂົ້າຂອງ FDI ໃນລາວຂອງປີກາຍນີ້ແມ່ນຢູ່ທີ່ USD 1.3 ຕື້ໂດລາ, ຫຼຸດລົງ 17 ເປີເຊັນທຽບກັບປີກ່ອນ, ຕາມບົດລາຍງານການລົງທຶນຂອງໂລກ 2019 ໃນກອງປະຊຸມສະຫະປະຊາຊາດວ່າດ້ວຍການຄ້າ ແລະ ການພັດທະນາ (UNCTAD).ອ່ານຕໍ່ ...
The Laotian Times
https://laotiantimes.com/2019/07/15/laos-sees-drop-in-foreign-direct-investment-inflow/
ລາວ, ອາຊຽນສົ່ງເສີມການນຳໃຊ້ຢາພື້ນເມືອງ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວຈະສືບຕໍ່ເຮັດວຽກຮ່ວມກັບບັນດາປະເທດສະມາຊິກອາຊຽນ ເພື່ອຮັບປະກັນຄຸນນະພາບ ແລະ ຄວາມປອດໄພຂອງຢາພື້ນເມືອງ.ນີ້ແມ່ນຂໍ້ຄວາມຈາກກອງປະຊຸມຄະນະທີ່ປຶກສາອາຊຽນຊຸດທີ 31 ວ່າດ້ວຍມາດຕະຖານ ແລະ ຄຸນນະພາບຂອງຢາພື້ນເມືອງ ແລະ ກຸ່ມເຮັດວຽກກ່ຽວກັບຜະລິດຕະພັນສົ່ງເສີມສຸຂະພາບ ແລະ ກິດຈະກຳທີ່ກ່ຽວຂ້ອງ ເຊິ່ງຈັດຂຶ້ນທີ່ວຽງຈັນແຕ່ວັນ 29 ເມສາ ແລະ 3 ພຶດສະພາ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ມຊ ຈະເປັນເຈົ້າພາບຈັດກອງປະຊຸມການຄົ້ນຄວ້າວິທະຍາສາດສາກົນ
ວຽງຈັນ (ວຽງຈັນທາມສ໌) – ບັນຄະນະວິຊາໃນມະຫາວິທະຍາໄລແຫ່ງຊາດລາວ (ມຊ), ສະຖາບັນ ແລະ ຊ່ຽວຊານຕ່າງປະເທດ ຈະຂຶ້ນນຳສະເໜີບົດຄົ້ນຄວ້າຂອງຕົນ ໃນກອງປະຊຸມສາກົນວ່າດ້ວຍການຄົ້ນຄວ້າວິທະຍາສາດ, ເທັກໂນໂນຢີ ແລະ ນະວັດຕະກຳເພື່ອການພັດທະນາແບບຍືນຍົງ ທີ່ ມຊ ໃນວັນທີ 5-6 ພະຈິກນີ້.ກອງປະຊຸມດັ່ງກ່າວແມ່ນຈັດໂດຍຫ້ອງການຄົ້ນຄວ້າ ແລະ ບໍລິການການສຶກສາ ມຊ ເຊິ່ງຈະມີຄູອາຈານ ແລະ ນັກຄົ້ນຄວ້າເຂົ້າຮ່ວມທັງໝົດ 98 ຄົນ ທັງລະດັບປະລິນຍາໂທ, ປະລິນຍາເອກ ແລະ ລະດັບອາຊີບ ຈາກ 13 ຄະນະວິຊາ ລວມເຖິງບັນດານັກຄົ້ນຄວ້າຈາກຕ່າງປະເທດ ທີ່ຈະມາບັນຍາຍຜົນງານການຄົ້ນຄວ້າໃນຂະແໜງວິຊາຂອງຕົນ.ອ່ານຕໍ່ ...
ສັງຄົມໄຊ ບຸບຜານຸວົງ
ລາວ-ກຳປູເຈຍຖອນທະຫານອອກຈາກພື້ນທີ່ຊາຍແດນທີ່ມີຂໍ້ຂັດແຍ່ງ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ກຳປູເຈຍຖອນກຳລັງທະຫານອອກຈາກພື້ນທີ່ຊາຍແດນທີ່ມີຂໍ້ຂັດແຍ່ງ ທີ່ເມືອງມູນລູປະໂມກ ແຂວງຈຳປາສັກ ເຊິ່ງການປະຕິບັດການແມ່ນສຳເລັດຕາມກຳນົດການ.ການຖອນກຳລັງທະຫານດັ່ງກ່າວແມ່ນເປັນໄປຕາມຂໍ້ຕົກລົງຂອງຕົວແທນທະຫານຈາກສອງຊາດໃນວັນທີ 27 ສິງຫາ, ທີ່ກຳນົດໃຫ້ມີການຖອນກຳລັງທະຫານອອກຈາກພື້ນທີ່ໄຮຂາວ ຈຸດພິກັດທີ່ຕັ້ງ E0523410, N1579776.ອ່ານຕໍ່ ...
ໂຕະຂ່າວ
http://annx.asianews.network/content/troops-withdrawn-unsettled-laos-cambodia-border-area-103145
ຄາດໝາຍການຂະຫຍາຍຕົວຂອງເສດຖະກິດລາວປັບລົງເປັນ 6.6% ຍ້ອນຜົນຈາກໄພນ້ຳຖ້ວມ
ຜູ້ທີ່ຕິດຕາມຂ່າວສານກ່ຽວກັບໄພນ້ຳຖ້ວມໃນລາວ, ລວມເຖິງໄພພິບັດທີ່ກ່ຽວຂ້ອງກັບສະພາບອາກາດທີ່ຮຸນແຮງໃນພາກພື້ນ ແລະ ບັນຫາຄວາມຂັດແຍ່ງທາງດ້ານການຄ້າໃນທົ່ວໂລກ ຄົງຈະບໍ່ມີຄວາມສົງໄສໃນການປັບລົງເຊິ່ງເປົ້າໝາຍການຂະຫຍາຍຕົວດ້ານເສດຖະກິດຂອງລາວດັ່ງກ່າວ.ອ່ານຕໍ່ ...
ເດິລາວທຽນທາມສ໌
ລັດຖະບານ ສະເໜີໃຫ້ດັດແກ້ ກົດໝາຍວ່າດ້ວຍການລົ້ມລະລາຍຂອງວິສາຫະກິດ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ສະເໜີໃຫ້ສະພາແຫ່ງຊາດ ອະນຸມັດການດັດແກ້ກົດໝາຍວ່າດ້ວຍການລົ້ມລະລາຍຂອງວິສາຫະກິດ, ໂດຍຫວັງວ່າການແກ້ໄຂກົດໝາຍດັ່ງກ່າວ ຈະຊ່ວຍປັບປຸງສະພາບແວດລ້ອມການດຳເນີນທຸລະກິດໃນລາວ.ໃນວັນອັງຄານນີ້ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸດຕິທຳ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍການລົ້ມລະລາຍຂອງວິສາຫະກິດສະບັບດັດແກ້ ຕໍ່ນັກກົດໝາຍສະພາແຫ່ງຊາດ ເພື່ອພິຈາລະນາຮັບຮອງເອົາ.ອ່ານຕໍ່ ...
ເອກະພອນ ພູທອນສີ
ລາວຕີລາຄາການຮ່ວມມືກັບມົນທົນຢຸນນານຂອງຈີນ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວຕີລາຄາສູງຕໍ່ສາຍພົວພັນການຮ່ວມມືກັບມົນທົນຢຸນນານຂອງຈີນ ເຊິ່ງມີລັກສະນະພູມສັນຖານທີ່ເໝາະສົມໃນການເປີດກວ້າງດ້ານການຮ່ວມມື.ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ປະເມີນຄຸນຄ່າດັ່ງກ່າວໃນໂອກາດເດີນທາງຢ້ຽມຢາມແຂວງຢຸນນານຂອງຈີນໃນຕົ້ນອາທິດນີ້ ຕາມຄຳເຊີນຂອງທ່ານ ເສີນ ຫາວ ເລຂາທິການພັກຄອມມຸຍນິດແຂວງຢຸນນານ.ອ່ານຕໍ່ ...
ທີມຂ່າວວຽງຈັນທາມສ໌
http://annx.asianews.network/content/laos-values-cooperation-china%E2%80%99s-yunnan-province-98793
ປະເທດໄທເຊີນຜູ້ປະກອບການລາວເຂົ້າຮ່ວມງານຕະຫຼາດນັດການຄ້າ
ວຽງຈັນ (ວຽງຈັນທາມສ໌/ANN) – ກົມສົ່ງເສີມການຄ້າສາກົນ, ກະຊວງການຄ້າໄທ ຮ່ວມກັບສະຫະພັນອຸດສາຫະກຳປະເທດໄທ ນຳສະເໜີແຜນຈັດງານຕະຫຼາດນັດ Bangkok RHVAC 2019 and Bangkok E&E 2019 ໃຫ້ແກ່ຜູ້ປະກອບການຈາກລາວ ເພື່ອດຶງດູດຜູ້ຊົມຈາກບັນດາປະເທດໃນອາຊຽນ.ງານຕະຫຼາດນັດເຄື່ອງທຳຄວາມເຢັນ, ເຄື່ອງທຳຄວາມຮ້ອນ, ພັດລົມ ແລະ ເຄື່ອງປັບອາກາດ ບາງກອກ Fair 2019 (Bangkok RAVAC 2019) ແລະ ຕະຫຼາດນັດເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນການໄຟຟ້າ ບາງກອກ (Bangkok E&E) 2019 ຈະຈັດຂຶ້ນໃນວັນທີ 25-28 ກັນຍານີ້ ທີ່ສູນວາງສະແດງການຄ້າສາກົນບາງກອກ ທີ່ບາງນາ ປະເທດໄທ.ອ່ານຕໍ່ ...
ໂຕະຂ່າວ
ອຳນາດການປົກຄອງ ສະຫຼຸບຜົນສຳເລັດຂອງການຈັດປີທ່ອງທ່ຽວລາວ-ຈີນ
ວຽງຈັນ (ວຽງຈັນທາມສ໌/ANN) – ປີທ່ອງທ່ຽວລາວ-ຈີນ 2019 ໄດ້ອັດລົງຢ່າງເປັນທາງການໃນວັນຈັນນີ້ ໂດຍມີອຳນາດການປົກຄອງຈາກສອງປະເທດ ເຂົ້າຮ່ວມໃນພິທີດັ່ງກ່າວ ເຊິ່ງໂຄງການສົ່ງເສີມການທ່ອງທ່ຽວດັ່ງກ່າວ ບໍ່ພຽງແຕ່ເປັນການສົ່ງເສີມການທ່ອງທ່ຽວໃນສອງປະເທດ ແຕ່ຍັງເປັນຂີດໝາຍສຳຄັນໃນການເສີມຂະຫຍາຍສາຍພົວພັນສອງຊາດ.ພິທີປິດປີທ່ອງທ່ຽວລາວ-ຈີນ 2019 ໄດ້ຈັດຂຶ້ນທີ່ນະຄອນປັກກິ່ງ, ຈີນ ພາຍໃຕ້ການເຂົ້າຮ່ວມຂອງການນຳທັງສອງຝ່າຍ, ຝ່າຍລາວມີທ່ານນາງ ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດ ແລະ ທ່ານ ສ.ປອ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.ອ່ານຕໍ່ ...
ໂຕະຂ່າວວຽງຈັນທາມສ໌
ທະນາຄານແມນດິຣິ ທະນາຄານທີ່ໃຫຍ່ທີ່ສຸດຂອງອິນໂດເນເຊຍ ໝາຍຕາຕະຫຼາດໃນລາວ
ທະນາຄານແມນດິຣິ ທະນາຄານແຫ່ງລັດຂອງອິນໂດເນເຊຍໄດ້ສະແດງເຈດຈຳນົງໃນການເຂົ້າສູາຕະຫຼາດລາວ ແລະ ກຳປູເຈຍ.ທ່ານ ໂຣຮັນ ນາຟາສ ເລຂາທິການໃຫຍ່ຂອງທະນາຄານ ແມນດິຣິ ກ່າວວ່າ ທະນາຄານກຳລັງທຳການສຶກສາວິທີການທີ່ດີທີ່ສຸດໃນການເຈາະສອງຕະຫຼາດໃໝ່.ອ່ານຕໍ່ ...
The Laotian Times
https://laotiantimes.com/2019/08/07/indonesias-largest-bank-mandiri-eyes-lao-market/
ລັດຖະບານທົບທວນຄວາມຄືບໜ້າກ່ຽວກັບສົງຄາມຕ້ານຢາເສບຕິດ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານກຳລັງຈັດການກັບບັນຫາຢາເສບຕິດໃນທົ່ວປະເທດໂດຍການຮ່ວມມືກັບບັນດາປະເທດເພື່ອນບ້ານ ແລະ ເຈົ້າໜ້າທີ່ຕຳຫຼວດກໍໄດ້ມີການຍືດຢາບ້າ, ເຮໂລອິນ ແລະ ຢາໄອສ໌ ເປັນຈຳນວນຫຼວງຫຼາຍ.ນີ້ແມ່ນສະຖານະການກ່ຽວກັບຢາເສບຕິດໃນປະຈຸບັນທີ່ມີການລາຍງານໃນກອງປະຊຸມເຊິ່ງຈັດຂຶ້ນໃນວັນອັງຄານນີ້ ເພື່ອທົບທວນຄວາມຄືບໜ້າກ່ຽວກັບການຄວບຄຸມຢາເສບຕິດ. ກອງປະຊຸມດັ່ງກ່າວມີການເຂົ້າຮ່ວມຂອງ ທ່ານພົນຕີ ປອ ສົມຫວັງ ທຳມະສິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ຫົວໜ້າໜ່ວຍງານຄວບຄຸມ ແລະ ກວດກາຢາເສບຕິດ ພ້ອມດ້ວຍເຈົ້າໜ້າທີ່ຕຳຫຼວດ 50 ຄົນ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ.ອ່ານຕໍ່ ...
ພົມພົງ ເຫຼົາອິນ
ນາຍົກລົງຢ້ຽມຢາມພື້ນທີ່ທີ່ມີການລະບາດຂອງພະຍາດຢູ່ແຂວງສາລະວັນ
ວຽງຈັນ (ວຽງຈັນທາມສ໌/ANN) – ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີໄດ້ກ່າວຕໍ່ລັດຖະມົນຕີ ແລະ ອຳນາດການປົກຄອງທ້ອງຖິ່ນ ໃຫ້ສືບຕໍ່ມີສະຕິລະມັດລະວັງໃນການຄວບຄຸມການລະບາດຂອງພະຍາດໄຂ້ເລືອດອອກ ແລະ ພະຍາດອະຫິວາໝູອາຟຣິກາຢູ່ແຂວງສາລະວັນ.ພະນະທ່ານນາຍົກໄດ້ໃຫ້ຄຳຊີ້ນຳດັ່ງກ່າວໃນຂະນະລົງຢ້ຽມຢາມພື້ນທີ່ແຂວງພາກໃຕ້ ເຊິ່ງເປັນສ່ວນໜຶ່ງຂອງການເດີນທາງຢ້ຽມຢາມແຂວງພາກກາງ ແລະ ພາກໃຕ້ ເພື່ອສົ່ງເສີມຄວາມສາມາດດ້ານການຜະລິດໃຫ້ສູງຂຶ້ນ ແລະ ໃຫ້ທິດຊີ້ນຳກ່ຽວກັບບັນຫາທີ່ເກີດຂຶ້ນໃນທ້ອງຖິ່ນ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/pm-visits-disease-outbreak-areas-saravan-102111
ກົດໝາຍສະບັບດັດແກ້ແນໃສ່ສົ່ງເສີມລາຍຮັບແຫ່ງຊາດ
ລັດຖະບານໄດ້ເນັ້ນໃຫ້ເຫັນເຖິງຄວາມຈຳເປັນໃນການປັບປຸງລະບົບການເກັບອາກອນໃຫ້ທັນສະໄໝ ແລະ ເພີ່ມທະວີຄວາມໂປ່ງໃສໃນຂະແໜງການເງິນ ເພື່ອສົ່ງເສີມລາຍຮັບແຫ່ງຊາດ, ເຈົ້າໜ້າທີ່ການນຳກ່າວ.ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍການຄຸ້ມຄອງອາກອນໃນມື້ວານນີ້ ໃນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດທີ່ກຳລັງດຳເນີນ ກ່ອນການຫາລືຂອງສະມາຊິກສະພາ.ທ່ານ ສົມດີ ໄດ້ກ່າວເນັ້ນວ່າກົດໝາຍສະບັບປະຈຸບັນໄດ້ມີການດັດແກ້ມາແລ້ວຫ້າຄັ້ງ ເຊິ່ງຫຼ້າສຸດແມ່ນຕັ້ງແຕ່ປີ 2015.ອ່ານຕໍ່ ...
ສົມສັກ ພົງຂາວ
ລາດຊະອານາຈັກກຳປູເຈຍ ຕົກລົງຊື້ໄຟຟ້າຈາກລາວ 2,400 ເມກາວັດ
ກອງປະຊຸມຂອງຄະນະລັດຖະບານກຳປູເຈຍໃນວັນພຸດນີ້ ໄດ້ຕົກລົງວ່າ ລັດຖະບານກຳປູເຈຍຈະຊື້ໄຟຟ້າ 2,400 ເມກາວັດຈາກລາວ.ລາຍງານດັ່ງກ່າວໄດ້ຮັບການຢັ້ງຢືນຈາກລາຍງານຫຍໍ້ ທີ່ອັບໂຫຼດຂຶ້ນທາງໜ້າເຟສ໌ບຸກ ໂດຍທ່ານໄພ ສີພັນ ໂຄສົກລັດຖະບານກຳປູເຈຍ.ເຊິ່ງມີເນື້ອໃນວ່າ ກຳປູເຈຍຈະຊື້ໄຟຟ້າຈາກສະເພາະຈາກໂຮງງານໄຟຟ້າພະລັງຖ່ານຫີນຂອງລາວສອງແຫ່ງຄື – ບໍລິສັດໄຟຟ້າ ແລະ ບໍ່ແຮ່ TSBP ເຊກອງ ຈຳກັດ ເຊິ່ງມີກຳລັງການຜະລິດ 600 ເມກາວັດ, ແລະ ບໍລິສັດໄຟຟ້າພະລັງຄວາມຮ້ອນເຊກອງ ຈຳກັດ ເຊິ່ງມີກຳລັງການຜະລິດ 1,800 ເມກາວັດ.ອ່ານຕໍ່ ...
Thou Vireak
https://www.phnompenhpost.com/business/kingdom-okays-2400mw-power-purchase-laos