ອຸດສາຫະກຳ

ການກໍ່ສ້າງ

ສະໜາມບິນແຫ່ງໃໝ່ທີ່ແຂວງຫົວພັນ ສຳເລັດແລ້ວ 92 ເປີເຊັນ

ການໂຄງການກໍ່ສ້າງຢູ່ສະໜາມບິນໜອງຂາງ, ແຂວງຫົວພັນໄດ້ສຳເລັດ 92.34% ແຕ່ກໍຍັງມີການເລື່ອນໃນເດືອນມີນາ 2020 ຍ້ອນສະພາບການທາງການເງິນ ແລະ ບັນດາດ້ານສິ່ງແວດລ້ອມ. ຄ່າໃຊ້ຈ່າຍໃນການກໍສ້າງທີ່ເພິ່ມຂື້ນແບບບໍ່ໄດ້ຢູ່ໃນຄາດໝາຍ ເຮັດໃຫ້ໂຄງການຕ້ອງລໍຖ້າການຮັບຮອງຈາກລັດຖະບານ, ອີກທັງສະພາບການກັບບ້ານຂອງບັນດາແຮງງານຕ່າງປະເທດ ໃນຊ່ວງສະພາບການໂຄວິດ-19.  ລາຍລະອຽດເພິ່ມເຕີມເບິ່ງໄດ້>>> ທີ່ນີ້.  ...

ລັດສະໝີ ພອນວິໄລ

ຜູ້ຮັບເໝົາທາງດ່ວນວັງວຽງຊີ້ແຈງຄວາມຊັກຊ້າທີ່ຈະສຳເລັດ

ຜູ້ຮັບເໝົາທີ່ຮັບຜິດຊອບກ່ຽວກັບທາງດ່ວນວັງວຽງ ໄດ້ຢືນຢັນວ່າ ເສັ້ນທາງດັ່ງກ່າວຈະເປີດໃຫ້ບໍລິການໃນວັນທີ 31 ທັນວາ ປີນີ້.  ນັກຂັບຂີ່ທີ່ໄດ້ຂີ່ລົດໄປວັງວຽງໃນຊ່ວງພັກຜ່ອນເນື່ອງໃນວັນຊາດຄົບຮອບ 45 ປີ ໄດ້ມີຄວາມຜິດຫວັງໃນເສັ້ນທາງທີ່ຍັງບໍ່ທັນໄດ້ເປີດໃຫ້ບໍລິການ. ອ່ານເພິ່ມເຕີມ . ...

ໄພບູນ ທະນະບົວສີ

ອຸດສາຫະກຳການກໍ່ສ້າງຂອງລາວ ໝາຍຕາການນຳໃຊ້ ສະມາດເທັກໂນໂລຢີ

ວຽງຈັນ (ວຽງຈັນທາມສ໌/ANN) – ຊ່ຽວຊານວິສະວະກຳໃນຂະແໜງການກໍ່ສ້າງ ແລະ ສະຖາປັດ ໄດ້ຮຽນຮູ້ກ່ຽວກັບອຸດສາຫະກຳການກໍ່ສ້າງແບບສະຫຼາດ ໃນກອງປະຊຸມສຳມະນາ ເຊິ່ງຈັດຂຶ້ນໃນວັນອັງຄານນີ້ ກ່ຽວກັບການປະຕິວັດອຸດສາຫະກຳ 4.0 ແລະ ການຫັນປ່ຽນສູ່ຍຸກດິຈິຕອລ໌.ງານດັ່ງກ່າວແມ່ນຈັດໂດຍ ສຳນັກງານອົງການສົ່ງເສີມການຄ້າ-ການລົງທຶນ ເກົາຫຼີ (KOTRA) ນະຄອນຫຼວງວຽງຈັນ ແລະ ທີມນັກສະຖາປັດຕະຍາກຳ ແລະ ນັກວາງແຜນ Heerim ຈາກເກົາຫຼີໃຕ້. ພາຍໃຕ້ຫົວຂໍ້ “ການກໍ່ສ້າງແບບສະຫຼາດ – ການປະຕິວັດອຸດສາຫະກຳ 4.0 ແລະ ການຫັນປ່ຽນອຸດສາຫະກຳການກໍ່ສ້າງສູ່ຍຸກດິຈິຕອລ໌.”ອ່ານຕໍ່ ...

ສຸກສະໄໝ ບູລົມ

ກະຊວງຈະຄວບຄຸມການກໍ່ສ້າງປ້ຳນ້ຳມັນ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ຈະບໍ່ອະນຸມັດການກໍ່ສ້າງສ້າງນ້ຳມັນ ແລະ ປ້ຳນ້ຳມັນຢູ້ໃກ້ເຂດຊຸມຊົນ, ສຳນັກງານລັດຖະບານ, ວັດ, ແມ່ນ້ຳ ຫຼື ສະຖານນີວິທະຍຸ ໂທລະທັດ, ຕາມຂໍ້ຕົກລົງຂອງລັດຖະມົນຕີສະບັບໃໝ່.ທ່ານ ປອ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ອະນຸມັດຂໍ້ຕົກລົງຂອງລັດຖະມົນຕີສະບັບດັດແກ້ໃໝ່ໃນວັນທີ 18 ກໍລະກົດນີ້ ກ່ຽວກັບມາດຕະຖານທາງວິຊາການໃນການກໍ່ສ້າງສາງນ້ຳມັນ ແລະ ປ້ຳນ້ຳມັນ.ອ່ານຕໍ່ ...

ເອກະພອນ ພູທອນສີ
http://annx.asianews.network/content/lao-ministry-regulate-petrol-stations-100430

ລາວ, ຈີນຮ່ວມແລກປ່ຽນຄຳເຫັນກ່ຽວກັບການພັດທະນາການກໍ່ສ້າງ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ຈີນວາງແຜນສົ່ງເສີມການຮ່ວມມື ແລະ ການຊ່ວຍເຫຼືອທາງວິຊາການໃນການກໍ່ສ້າງເສັ້ນທາງ ແລະ ຂົວ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຈັດຕັ້ງປະຕິບັດໂຄງການທີ່ມີຄຸນນະພາບສູງໃຫ້ມີຄວາມວ່ອງໄວ ແລະ ປອດໄພຍິ່ງຂຶ້ນ.ຕາງໜ້າຈາກບໍລິສັດກໍ່ສ້າງຂອງລາວ ແລະ ຈີນໄດ້ຈັດປະຊຸມທີ່ວຽງຈັນວານນີ້ ເພື່ອແລກປ່ຽນປະສົບການ ແລະ ຮັບຟັງຄຳຄິຄຳເຫັນກ່ຽວກັບການພັດທະນາດ້ານເຕັກນິກ, ເທັກໂນໂລຢີ ແລະ ອຸປະກອນການກໍ່ສ້າງໃໝ່.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/laos-china-exchange-views-construction-development-99527

ລາວມີເປົ້າໝາຍຢຸດການນຳໃຊ້ແຮ່ໃຍຫີນພາຍໃນປີ 2020

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລາວພວມສະຫຼຸບແຜນດຳເນີນງານແຫ່ງຊາດ ເພື່ອແນໃສ່ລຶບລ້າງພະຍາດທີ່ເກີດຈາກການນຳໃຊ້ແຮ່ໃຍຫີນໃນປະເທດ ໂດຍການຢຸດການນຳເຂົ້າ ແລະ ນຳໃຊ້ວັດສະດຸກໍ່ສ້າງທີ່ເປັນອັນຕະລາຍຕໍ່ສຸຂະພາບໃນທົ່ວປະເທດ ພາຍໃນປີ 2020.ປະເທດລາວ ກໍຄືຫຼາຍປະເທດໃນພາກພື້ນອາຊຽນ ມີປະຫວັດການນຳໃຊ້ວັດສະດຸກໍ່ສ້າງດັ່ງກ່າວທັງໃນການກໍ່ສ້າງເພື່ອທຸລະກິດ ແລະ ທີ່ຢູ່ອາໄສ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ກະຊວງສັນຍາຈະປັບປຸງມາດຕະຖານການກໍ່ສ້າງຖະໜົນໃນອັດຕາທີ່ສົມເຫດສົມຜົນ

ກະຊວງໂຍທາທິການ ແລະ ຂົນສົ່ງໃຫ້ສັນຍາວ່າຈະປັບປຸງມາດຕະຖານການກໍ່ສ້າງຖະໜົນໃນອັດຕາທີ່ສົມເຫດສົມຜົນ ໃນກອງປະຊຸມຂອງຂະແໜງທົ່ວປະເທດ ເຊິ່ງຈັດຂຶ້ນທີ່ວຽງຈັນ.ໃນການກ່າວຄຳເຫັນໃນການເປີດກອງປະຊຸມໄລຍະສອງວັນມື້ວານນີ້, ທ່ານ (ປອ) ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມແບ່ງປັນຄວາມຮູ້ ກ່ຽວກັບຜົນຂອງການປຶກສາຫາລືໄລຍະສອງວັນນີ້ ເພື່ອປັບປຸງການປະຕິບັດງານຂອງຂະແໜງການ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ສູນກວດກາອຸປະກອນການກໍ່ສ້າງແຫ່ງທຳອິດຂອງລາວໄດ້ຮັບການອະນຸມັດ ພາຍໃຕ້ການຮ່ວມມືກັບຈີນ

ລາວ ແລະ ຈີນຕົກລົງສ້າງສູນທົດສອບ ແລະ ກວດກາຄຸນນະພາບອຸປະກອນການກໍ່ສ້າງແຫ່ງທຳອິດໃນລາວ ທີ່ນະຄອນຫຼວງວຽງຈັນ ເຊິ່ງເປັນສ່ວນໜຶ່ງຂອງການຮ່ວມມືປະຈຸບັນໃນຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ. ໂຄງການກໍ່ສ້າງສູນດັ່ງກ່າວ, ຈະໃສ່ຊື່ທາງການວ່າ “ສູນກວດກາ ແລະ ທົດສອບຄຸນນະພາບວິສະວະກຳການກໍ່ສ້າງ”, ມີມູນຄ່າປະມານ 8 ລ້ານໂດລາສະຫະລັດ. ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

4cr9B
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!