ມຊ ຈະເປັນເຈົ້າພາບຈັດກອງປະຊຸມການຄົ້ນຄວ້າວິທະຍາສາດສາກົນ

ວຽງຈັນ (ວຽງຈັນທາມສ໌) – ບັນຄະນະວິຊາໃນມະຫາວິທະຍາໄລແຫ່ງຊາດລາວ (ມຊ), ສະຖາບັນ ແລະ ຊ່ຽວຊານຕ່າງປະເທດ ຈະຂຶ້ນນຳສະເໜີບົດຄົ້ນຄວ້າຂອງຕົນ ໃນກອງປະຊຸມສາກົນວ່າດ້ວຍການຄົ້ນຄວ້າວິທະຍາສາດ, ເທັກໂນໂນຢີ ແລະ ນະວັດຕະກຳເພື່ອການພັດທະນາແບບຍືນຍົງ ທີ່ ມຊ ໃນວັນທີ 5-6 ພະຈິກນີ້.

ກອງປະຊຸມດັ່ງກ່າວແມ່ນຈັດໂດຍຫ້ອງການຄົ້ນຄວ້າ ແລະ ບໍລິການການສຶກສາ ມຊ ເຊິ່ງຈະມີຄູອາຈານ ແລະ ນັກຄົ້ນຄວ້າເຂົ້າຮ່ວມທັງໝົດ 98 ຄົນ ທັງລະດັບປະລິນຍາໂທ, ປະລິນຍາເອກ ແລະ ລະດັບອາຊີບ ຈາກ 13 ຄະນະວິຊາ ລວມເຖິງບັນດານັກຄົ້ນຄວ້າຈາກຕ່າງປະເທດ ທີ່ຈະມາບັນຍາຍຜົນງານການຄົ້ນຄວ້າໃນຂະແໜງວິຊາຂອງຕົນ.

ອ່ານຕໍ່…

 

ສັງຄົມໄຊ ບຸບຜານຸວົງ