ລາດຊະອານາຈັກກຳປູເຈຍ ຕົກລົງຊື້ໄຟຟ້າຈາກລາວ 2,400 ເມກາວັດ

ກອງປະຊຸມຂອງຄະນະລັດຖະບານກຳປູເຈຍໃນວັນພຸດນີ້ ໄດ້ຕົກລົງວ່າ ລັດຖະບານກຳປູເຈຍຈະຊື້ໄຟຟ້າ 2,400 ເມກາວັດຈາກລາວ.

ລາຍງານດັ່ງກ່າວໄດ້ຮັບການຢັ້ງຢືນຈາກລາຍງານຫຍໍ້ ທີ່ອັບໂຫຼດຂຶ້ນທາງໜ້າເຟສ໌ບຸກ ໂດຍທ່ານໄພ ສີພັນ ໂຄສົກລັດຖະບານກຳປູເຈຍ.

ເຊິ່ງມີເນື້ອໃນວ່າ ກຳປູເຈຍຈະຊື້ໄຟຟ້າຈາກສະເພາະຈາກໂຮງງານໄຟຟ້າພະລັງຖ່ານຫີນຂອງລາວສອງແຫ່ງຄື  – ບໍລິສັດໄຟຟ້າ ແລະ ບໍ່ແຮ່ TSBP ເຊກອງ ຈຳກັດ ເຊິ່ງມີກຳລັງການຜະລິດ 600 ເມກາວັດ, ແລະ ບໍລິສັດໄຟຟ້າພະລັງຄວາມຮ້ອນເຊກອງ ຈຳກັດ ເຊິ່ງມີກຳລັງການຜະລິດ 1,800 ເມກາວັດ.

ອ່ານຕໍ່…

Thou Vireak
https://www.phnompenhpost.com/business/kingdom-okays-2400mw-power-purchase-laos