Phnompenh Post

ຂໍ້ຕົກລົງກ່ຽວກັບໄຟຟ້າພະລັງຖ່ານຫີນລະຫວ່າງກຳປູເຈຍ-ລາວ ສ້າງຄວາມກັງວົນທາງດ້ານສິ່ງແວດລ້ອມ

ພາຍໃຕ້ແຜນການຂະຫຍາຍຕາຂ່າຍໄຟຟ້າລະຫວ່າງຊາຍແດນໃນພາກພື້ນ, ປະເທດລາວພວມເລັ່ງໃສ່ການຂະຫຍາຍການສົ່ງອອກໄຟຟ້າຈາກເຂື່ອນ ເພື່ອສ້າງລາຍຮັບເຂົ້າປະເທດ. ແຕ່ວ່າຂໍ້ຕົກລົງຫຼ້າສຸດໃນການຂາຍໄຟຟ້າພະລັງຖ່ານຫີນຈາກລາວໃຫ້ແກ່ກຳປູເຈຍ ໄດ້ສ້າງຄວາມກັງວົນທາງດ້ານສິ່ງແວດລ້ອມຕໍ່ກັບການຄ້າຂາຍດັ່ງກ່າວ.ໃນເດືອນທີ່ຜ່ານມາ, ລັດວິສາຫະກິດໄຟຟ້າແຫ່ງປະເທດກຳປູເຈຍ ໄດ້ລົງນາມໃນຂໍ້ຕົກລົງຮັບຊື້ໄຟຟ້າພະລັງຖ່ານຫີນໄລຍະ 30 ປີ ຈາກສອງບໍລິສັດ ເຊິ່ງມີກຳລັງໄຟຟ້າລວມ 2,400 ເມກາວັດ ຢູ່ແຂວງເຊກອງຂອງລາວ.ສອງບໍລິສັດດັ່ງກ່າວໄດ້ແກ່ – ບໍລິສັດພະລັງງານຄວາມຮ້ອນແຂວງເຊກອງ ຈຳກັດ ແລະ ບໍລິສັດພະລັງງານ ແລະ ບໍ່ແຮ່ TSBP ເຊກອງຈຳກັດ – ຈະເລີ່ມສະໜອງພະລັງງານໄຟຟ້າຕັ້ງແຕ່ປີ 2024 ເປັນຕົ້ນໄປ.ປະເທດກຳປູເຈຍ ຕ້ອງການຮັກສາທ່າແຮງໃນຖານະເປັນໜຶ່ງໃນປະເທດທີ່ມີເສດຖະກິດຂະຫຍາຍຕົວສູງທີ່ສຸດໃນພາກພື້ນອາຊຽນ, ລວມທັງເປັນປະເທດທີ່ມີອັດຕາຄ່າໄຟຟ້າສູງທີ່ສຸດໃນພາກພື້ນ.ອ່ານຕໍ່ ...

THE STRAITS TIMES (SINGAPORE)/ASIA NEWS NETWORK
https://www.phnompenhpost.com/business/cambodian-lao-coal-power-deal-environmental-worry

IFC ຕົກລົງໃຫ້ທຶນກູ້ຢືມ $87.5 ລ້ານເພື່ອການທ່ອງທ່ຽວຫວຽດນາມ ແລະ ລາວ

ບໍລິສັດຮ່ວມຫຸ້ນທີ່ດິນ Bim, ບໍລິສັດອະສັງຫາລິມະຊັບໃນກຸ່ມບໍລິສັດ BIM, ໄດ້ບັນລຸຂໍ້ຕົກລົງກັບອົງການການເງິນສາກົນ (IFC) ສະມາຊິກກຸ່ມທະນາຄານໂລກ, ກ່ຽວກັບການກູ້ຢືມເງິນປະມານ $87.5 ລ້ານໂດລາ ເພື່ອພັດທະນາພື້ນຖານໂຄງລ່າງການທ່ອງທ່ຽວໃນປະເທດຫວຽດນາມ ແລະ ລາວ.ຂະແໜງການທ່ອງທ່ຽວແມ່ນຂະແໜງໜຶ່ງທີ່ເປັນຕົວຂັບເຄື່ອນການຂະຫຍາຍຕົວທີ່ສຳຄັນຂອງສອງປະເທດ. ໃນປີກາຍນີ້ ຫວຽດນາມມີນັກທ່ອງທ່ຽວຈາກຕ່າງປະເທດທັງໝົດ 15.5 ລ້ານຄົນ ໃນຂະນະທີ່ລາວມີນັກທ່ອງທ່ຽວຈາກຕ່າງປະເທດປະມານ 4.2 ລ້ານຄົນ, ເຊິ່ງຕ່ຳກວ່າຈຳນວນນັກທ່ອງທ່ຽວໃນປະເທດໄທຫຼາຍເທົ່າ ເຊິ່ງມີປະມານ 38 ລ້ານຄົນຕໍ່ປີ.ອ່ານຕໍ່ ...

Vietnam News
https://www.phnompenhpost.com/business/ifc-agrees-875m-loan-vietnam-lao-tourism

ລາດຊະອານາຈັກກຳປູເຈຍ ຕົກລົງຊື້ໄຟຟ້າຈາກລາວ 2,400 ເມກາວັດ

ກອງປະຊຸມຂອງຄະນະລັດຖະບານກຳປູເຈຍໃນວັນພຸດນີ້ ໄດ້ຕົກລົງວ່າ ລັດຖະບານກຳປູເຈຍຈະຊື້ໄຟຟ້າ 2,400 ເມກາວັດຈາກລາວ.ລາຍງານດັ່ງກ່າວໄດ້ຮັບການຢັ້ງຢືນຈາກລາຍງານຫຍໍ້ ທີ່ອັບໂຫຼດຂຶ້ນທາງໜ້າເຟສ໌ບຸກ ໂດຍທ່ານໄພ ສີພັນ ໂຄສົກລັດຖະບານກຳປູເຈຍ.ເຊິ່ງມີເນື້ອໃນວ່າ ກຳປູເຈຍຈະຊື້ໄຟຟ້າຈາກສະເພາະຈາກໂຮງງານໄຟຟ້າພະລັງຖ່ານຫີນຂອງລາວສອງແຫ່ງຄື  – ບໍລິສັດໄຟຟ້າ ແລະ ບໍ່ແຮ່ TSBP ເຊກອງ ຈຳກັດ ເຊິ່ງມີກຳລັງການຜະລິດ 600 ເມກາວັດ, ແລະ ບໍລິສັດໄຟຟ້າພະລັງຄວາມຮ້ອນເຊກອງ ຈຳກັດ ເຊິ່ງມີກຳລັງການຜະລິດ 1,800 ເມກາວັດ.ອ່ານຕໍ່ ...

Thou Vireak
https://www.phnompenhpost.com/business/kingdom-okays-2400mw-power-purchase-laos

ລັດຖະບານກຳປູເຈຍລໍຖ້າຝ່າຍລາວດຳເນີນການແກ້ໄຂຂໍ້ຂັດແຍ່ງກ່ຽວກັບຊາຍແດນ

ລັດຖະບານກຳປູເຈຍຍັງຄົງລໍຖ້າຂໍ້ຕົກລົງ (ToR) ຈາກວຽງຈັນ ໃນການດຳເນີນການສົ່ງຈົດໝາຍຮ່ວມເພື່ອຂໍຂໍ້ມູນລາຍລະອຽດ ທາງດ້ານແຜນທີ່ຈາກລັດຖະບານຝຣັ່ງ ພ້ອມດ້ວຍເອກະສານທີ່ກ່ຽວຂ້ອງອື່ນໆ ເພື່ອນຳໄປສູ້ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບຊາຍແດນຂອງສອງປະເທດ, ຕາມການເປີດເຜີຍຂອງທ່ານ ເກດ ໂສພັນ ໂຄສົກກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນຂອງກຳປູເຈຍ.ອ່ານຕໍ່  ...

ເມັກ ດາຣາ

ອຸດສາຫະກຳຕັດຫຍິບໃນລາວປະສົບບັນຫາຕໍ່ເນື່ອງ

ວຽງຈັນທາມສ໌/ANN: ຜູ້ປະກອບການຕັດຫຍິບໃນລາວປະສົບບັນຫາຕໍ່ເນື່ອງໃນການສືບຕໍ່ດຳເນີນ ແລະ ຂະຫຍາຍທຸລະກິດ, ຕາມການເປີດເຜີຍຂອງ ສະມາຄົມອຸດສາຫະກຳຕັດຫຍິບລາວ.ລູກຄ້າຕ້ອງການສິນຄ້າທີ່ມີຄຸນນະພາບ ແຕ່ວ່າຜູ້ຜະລິດພັດບໍ່ມີອຳນາດໃນການກຳນົດລາຄາຕາມຕົ້ນທຶນທີ່ເພີ່ມສູງຂຶ້ນ ໃນຂະນະທີ່ລາຄາທີ່ຂາຍອອກຍັງຄົງເທົ່າເດີມ, ທ່ານ ໄຊບັນດິດ ຣາຊະພົນ ປະທານສະມາຄົມກ່າວເປີດເຜີຍຕໍ່ສະພາແຫ່ງຊາດຊຸດທີ 8 ທີ່ວຽງຈັນໃນອາທິດແລ້ວນີ້.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ນັກລົງທຶນໃຊ້ງົບກວ່າ 200 ລ້ານໂດລາໃນການພັດທະນາເຂດເສດຖະກິດພິເສດຢູ່ນະຄອນຫຼວງຂອງລາວ

(ວຽງຈັນທາມສ໌/ເອເອັນເອັນ) ນັກພັດທະນາເຂດເສດຖະກິດພິເສດບຶງທາດຫຼວງ ໄດ້ໃຊ້ເງິນ 200 ລ້ານໂດລາໃນໂຄງການພັດທະນາດັ່ງກ່າວ ນັບແຕ່ເລີ່ມການປະຕິບັດງານ ປີ 2012.ອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

gdjC3
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!