ຂໍ້ຕົກລົງກ່ຽວກັບໄຟຟ້າພະລັງຖ່ານຫີນລະຫວ່າງກຳປູເຈຍ-ລາວ ສ້າງຄວາມກັງວົນທາງດ້ານສິ່ງແວດລ້ອມ

ພາຍໃຕ້ແຜນການຂະຫຍາຍຕາຂ່າຍໄຟຟ້າລະຫວ່າງຊາຍແດນໃນພາກພື້ນ, ປະເທດລາວພວມເລັ່ງໃສ່ການຂະຫຍາຍການສົ່ງອອກໄຟຟ້າຈາກເຂື່ອນ ເພື່ອສ້າງລາຍຮັບເຂົ້າປະເທດ. ແຕ່ວ່າຂໍ້ຕົກລົງຫຼ້າສຸດໃນການຂາຍໄຟຟ້າພະລັງຖ່ານຫີນຈາກລາວໃຫ້ແກ່ກຳປູເຈຍ ໄດ້ສ້າງຄວາມກັງວົນທາງດ້ານສິ່ງແວດລ້ອມຕໍ່ກັບການຄ້າຂາຍດັ່ງກ່າວ.

ໃນເດືອນທີ່ຜ່ານມາ, ລັດວິສາຫະກິດໄຟຟ້າແຫ່ງປະເທດກຳປູເຈຍ ໄດ້ລົງນາມໃນຂໍ້ຕົກລົງຮັບຊື້ໄຟຟ້າພະລັງຖ່ານຫີນໄລຍະ 30 ປີ ຈາກສອງບໍລິສັດ ເຊິ່ງມີກຳລັງໄຟຟ້າລວມ 2,400 ເມກາວັດ ຢູ່ແຂວງເຊກອງຂອງລາວ.

ສອງບໍລິສັດດັ່ງກ່າວໄດ້ແກ່ – ບໍລິສັດພະລັງງານຄວາມຮ້ອນແຂວງເຊກອງ ຈຳກັດ ແລະ ບໍລິສັດພະລັງງານ ແລະ ບໍ່ແຮ່ TSBP ເຊກອງຈຳກັດ – ຈະເລີ່ມສະໜອງພະລັງງານໄຟຟ້າຕັ້ງແຕ່ປີ 2024 ເປັນຕົ້ນໄປ.

ປະເທດກຳປູເຈຍ ຕ້ອງການຮັກສາທ່າແຮງໃນຖານະເປັນໜຶ່ງໃນປະເທດທີ່ມີເສດຖະກິດຂະຫຍາຍຕົວສູງທີ່ສຸດໃນພາກພື້ນອາຊຽນ, ລວມທັງເປັນປະເທດທີ່ມີອັດຕາຄ່າໄຟຟ້າສູງທີ່ສຸດໃນພາກພື້ນ.

ອ່ານຕໍ່…

THE STRAITS TIMES (SINGAPORE)/ASIA NEWS NETWORK
https://www.phnompenhpost.com/business/cambodian-lao-coal-power-deal-environmental-worry