ລັດຖະບານທົບທວນຄວາມຄືບໜ້າກ່ຽວກັບສົງຄາມຕ້ານຢາເສບຕິດ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານກຳລັງຈັດການກັບບັນຫາຢາເສບຕິດໃນທົ່ວປະເທດໂດຍການຮ່ວມມືກັບບັນດາປະເທດເພື່ອນບ້ານ ແລະ ເຈົ້າໜ້າທີ່ຕຳຫຼວດກໍໄດ້ມີການຍືດຢາບ້າ, ເຮໂລອິນ ແລະ ຢາໄອສ໌ ເປັນຈຳນວນຫຼວງຫຼາຍ.

ນີ້ແມ່ນສະຖານະການກ່ຽວກັບຢາເສບຕິດໃນປະຈຸບັນທີ່ມີການລາຍງານໃນກອງປະຊຸມເຊິ່ງຈັດຂຶ້ນໃນວັນອັງຄານນີ້ ເພື່ອທົບທວນຄວາມຄືບໜ້າກ່ຽວກັບການຄວບຄຸມຢາເສບຕິດ. ກອງປະຊຸມດັ່ງກ່າວມີການເຂົ້າຮ່ວມຂອງ ທ່ານພົນຕີ ປອ ສົມຫວັງ ທຳມະສິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ຫົວໜ້າໜ່ວຍງານຄວບຄຸມ ແລະ ກວດກາຢາເສບຕິດ ພ້ອມດ້ວຍເຈົ້າໜ້າທີ່ຕຳຫຼວດ 50 ຄົນ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ.

ອ່ານຕໍ່…

ພົມພົງ ເຫຼົາອິນ