ວິທະຍຸເສລີເອເຊຍ

ສ ເກົາຫຼີ ຖືກວິຈານທີ່ບໍ່ສາມາດປົກປ້ອງສິດທິເດັກຈາກເຫດເຂື່ອນແຕກໃນລາວ

ເກົາຫຼີໃຕ້ ໄດ້ຖືກວິຈານ ເນື່ອງຈາກບໍ່ສາມາດປົກປ້ອງສິດທິເດັກຈາກເຫດເຂື່ອນແຕກໃນລາວປີກາຍນີ້ ເຊິ່ງເຮັດໃຫ້ຫຼາຍສິບຊີວິດຕ້ອງສູນເສຍ. ອົງການສະຫະປະຊາຊາດ ແນະນຳໃຫ້ລາວ ກວດກາໂຄງການຕ່າງປະເທດຢ່າງໃກ້ຊິດ ເພື່ອປ້ອງກັນການລ່ວງລະເມີດສິດທິດັ່ງກ່າວທີ່ອາດເກີດຂຶ້ນ.ຄະນະສົນທິສັນຍາສະຫະປະຊາຊາດວ່າດ້ວຍສິດທິເດັກ ກ່າວໃນວັນທີ 3 ຕຸລານີ້ວ່າ ປະເທດເກົາຫຼີໃຕ້ຄວນພິຈາລະນາວ່າ ບໍລິສັດ ຫຼື ອົງການຈັດຕັ້ງຂອງຕົນລ່ວງລະເມີດສິດທິເດັກໃນທ້ອງຖິ່ນຫຼືບໍ່ ເມື່ອມີການໄປລົງທຶນຢູ່ຕ່າງປະເທດ ຫຼື ດຳເນີນໂຄງການຮ່ວມມືເພື່ອການພັດທະນາສາກົນ, ແລະ ຄວນສ້າງລະບົບເພື່ອຮັບປະກັນວ່າເຈົ້າໜ້າມີຄວາມຮັບຜິດຊອບທີ່ດີຕໍ່ເຫດການທີ່ເຮັດໃຫ້ເກີດຄວາມເສຍຫາຍ.ອ່ານຕໍ່ ...

Taejun Kang
https://laotiantimes.com/2019/10/09/s-korea-criticized-for-failing-to-protect-childrens-rights-over-laos-dam-collapse/

ກຸ່ມອະນຸລັກແມ່ນ້ຳຂອງ ຊຸກຍູ້ໃຫ້ລາວຍົກເລີກການກໍ່ສ້າງເຂື່ອນໃຫຍ່ແຫ່ງທີຫ້າໃນສາຍແມ່ນ້ຳຂອງ

ໃນວັນອັງຄານນີ້ ກຸ່ມພັນທະມິດອົງການທີ່ບໍ່ຂຶ້ນກັບລັດຖະບານ ໄດ້ອອກມາຮຽກຮ້ອງໃຫ້ຍົກເລີກໂຄງການກໍ່ສ້າງເຂື່ອນຂະໜາດໃຫຍ່ແຫ່ງທີຫ້າໃນສາຍແມ່ນ້ຳຂອງຢູ່ລາວ, ໂດຍກ່າວອ້າງເຖິງຜົນເສຍຫາຍອັນໃຫຍ່ຫຼວງຂອງເຂື່ອນທີ່ມີໃນປະຈຸບັນ ຕໍ່ຄວາມສາມາດຂອງພາກພື້ນໃນການຮັບມືກັບວິກິດການທາງສິ່ງແວດລ້ອມ. ການກໍ່ສ້າງເຂື່ອນຢູ່ຫຼວງພະບາງນີ້ ຍິ່ງຈະເພີ່ມທະວີຄວາມຮ້າຍແຮງຂອງຜົນກະທົບຈາກການປ່ຽນແປງຂອງສະພາບອາກາດ ທີ່ກຳລັງສົ່ງຜົນຕໍ່ພາກພື້ນໃນປີນີ້, ກຸ່ມອະນຸລັກແມ່ນ້ຳຂອງ ກ່າວເປີດເຜີຍໃນບົດຂ່າວຕໍ່ສື່ມວນຊົນ.ອ່ານຕໍ່ ...

Eugene Whong
https://www.rfa.org/english/news/laos/save-mekong-coalition-luang-prabang-10082019144557.html

ໂຮງງານຊີມັງຈີນໃນລາວລະເບີດ ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ, ບາດເຈັບອີກ 20 ຄົນ

ການລະເບີດໃນວັນເສົານີ້ ເຊິ່ງເກີດຈາກການລະເບີດຫີນໃນໂຮງງານຊີມັງຂອງຈີນ ຢູ່ແຂວງພາກເໜືອຂອງລາວ ໄດ້ສົ່ງຜົນກະທົບຕໍ່ບ້ານແຫ່ງໜຶ່ງ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍໜຶ່ງຄົນ ແລະ ບາດເຈັບອີກ 20 ກວ່າຄົນ, ຕາມການກ່າວຂອງຊາວບ້ານ.ການລະເບີດດັ່ງກ່າວຢູ່ບ້ານພອນມະນີ ເມືອງນ້ຳບາກ ແຂວງຫຼວງພະບາງ ເຮັດໃຫ້ເຮືອນຊານ ແລະ ລົດພັງເສຍຫາຍ.ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/cement-blast-10062019112820.html

ເຈົ້າໜ້າທີ່ແຂວງ ຕ້ອງການຍົກເລີກສັນຍາສຳປະທານສຳລັບບໍລິສັດຖ່ານຫີນຈີນ

ເຈົ້າໜ້າທີ່ແຂວງຫົວພັນ ກ່າວວ່າຕ້ອງການຍົກເລີກການສັນຍາການສຳຫຼວດຂອງບໍລິສັດຖ່ານຫີນຈີນ ຫຼັງຈາກພົບວ່າການດຳເນີນການຂອງບໍລິສັດໄດ້ສ້າງຄວາມລຳບາກໃຫ້ແກ່ຊາວບ້ານ ເຊິ່ງຍັງບໍ່ໄດ້ຮັບການຊົດເຊີຍໃດໆ.ຈາກການລາຍງານ ບໍລິສັດດັ່ງກ່າວໄດ້ສ້າງຄວາມເສຍຫາຍໃຫ້ແກ່ພື້ນທີ່ນາແປດເຮັກຕາ, ແລະຍັງເຮັດໃຫ້ດິນເຈື່ອນ ເນື່ອງຈາກການຂຸດຄອງເໝືອງເພື່ອການສຳຫຼວດ.ເຈົ້າໜ້າທີ່ພະແນກພະລັງງານ ແລະ ບໍ່ແຮ່ໄດ້ກ່າວຕໍ່ໜ່ວຍຂ່າວວິທະຍຸເສລີອາຊີລາວວ່າ ການສຳປະທານດັ່ງກ່າວຄວນໄດ້ຮັບການຍົກເລີກ ເນື່ອງຈາກເຫດຜົນທາງສະພາບແວດລ້ອມ.ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/laos-chinese-coal-survey-10022019170509.html

ຊາວບ້ານ ຄັດຄ້ານການສຳປະທານທີ່ດິນໄລຍະ 50 ປີ ໃຫ້ແກ່ບໍລິສັດໄທ

ປະຊາຊົນໃນເຈັດບ້ານຂອງແຂວງຫຼວງນ້ຳທາ ກຳລັງພະຍາຍາມຄັດຄ້ານການອະນຸມັດການສຳປະທານທີ່ດິນຂະໜາດ 5,000 ເຮັກຕາໃຫ້ແກ່ບໍລິສັດໄທ ເຊິ່ງບັງຄັບໃຫ້ພວກເຂົາຕ້ອງຍ້າຍພູມລຳເນົາອອກຈາກພື້ນທີ່.ຊາວບ້ານມີຄວາມກັງວົນວ່າ ພື້ນທີ່ໂຄງການດັ່ງກ່າວຈະໄດ້ຮັບການພັດທະນາໃຫ້ເປັນເຂດອຸດສາຫະກຳໂດຍບໍລິສັດອາມະຕະຂອງໄທ ເຊິ່ງຈະສົ່ງຜົນເສຍຕໍ່ສະພາບແວດລ້ອມໃນໄລຍະຍາວ.ໜຶ່ງຊາວບ້ານໃນເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ເຊິ່ງທີ່ດິນຂອງຕົນນອນຢູ່ໃນພື້ນທີ່ສຳປະທານ ໄດ້ຢືນຢັນຕໍ່ສຳນັກຂ່າວວິທະຍຸເສລີອາຊີລາວ ໃນອາທິດແລ້ວນີ້ວ່າ ໂຄງການສຳປະທານດັ່ງກ່າວກວມເອົາພື້ນທີ່ບ້ານຫ້ວຍດຳ, ຫ້ວຍຫອມ, ນ້ຳແດງເໜືອ, ນ້ຳແດງໃຕ້ ແລະ ບ້ານອື່ນໆອີກສາມແຫ່ງ.ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/laos-thailand-concession-10012019165645.html

ຍິງສາວທີ່ຖືກກັກຂັງໃນຂໍ້ຫາທຳລາຍຊື່ສຽງຂອງປະເທດ ຖືກສັ່ງຫ້າມບໍ່ໃຫ້ຄອບຄົວເຂົ້າຢ້ຽມ

ຍິງສາວທີ່ຖືກຈັບໃນວັນທີ 12 ກັນຍາ ໃນຂໍ້ຫາທຳລາຍຊື່ສຽງປະເທດ ຍັງຄົງຖືກກັກຂັງບໍ່ໃຫ້ພົບກັບຄອບຄົວ ຈົນກວ່າຈະສຳເລັດການສືບສວນຄະດີກ່ຽວກັບໃນການກະທຳຄວາມຜິດຂອງລາວ, ແຫຼ່ງຂ່າວ RFA ລາວ ລາຍງານໃນວັນພະຫັດນີ້.ນາງ ຮວາຍເຮືອງ ໄຊຍະບູລີ ອາຍຸ 30 ປີ ໄດ້ຖືກັກຕົວ ຫຼັງຈາກທີ່ໄດ້ທຳການວິຈານຜ່ານທາງເຟັສ໌ບຸ໊ກ ກ່ຽວກັບການຊ່ວຍເຫຼືອບັນເທົາທຸກນ້ຳຖ້ວມຂອງລັດຖະບານ ໃນວັນທີ 5 ກັນຍາ ຢູ່ແຂວງຈຳປາສັກ ແລະ ສາລະວັນ ທາງພາກໃຕ້ຂອງລາວ, ຕາມການລາຍງານຂອງໜ່ວຍຂ່າວ RFA ລາວ.ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/refused-09262019131452.html

ຄະນະກຳມາທິການແມ່ນ້ຳຂອງອອກມາປ້ອງກັນການມິດງຽບເປັນເວລາເຈັດອາທິດ ກ່ຽວກັບການຍື່ນສະເໜີໂຄງການກໍ່ສ້າງເຂື່ອນຂອງລາວ

ໃນວັນພຸດນີ້ ຄະນະກຳມາທິການແມ່ນ້ຳຂອງ (MRC) ໄດ້ອອກມາປ້ອງກັນການຕັດສິນໃຈຂອງອົງກອນ ໃນການແກ່ຍາວເວລາເກືອບເຈັດອາທິດ ກ່ອນທີ່ຈະອອກມາຖະແຫຼງຕໍ່ສາທາລະນະຊົນວ່າ ລາວໄດ້ລິເລີ່ມຂັ້ນຕອນການກະກຽມ ສຳລັບການກໍ່ສ້າງເຂື່ອນໄຟຟ້າຂະໜາດໃຫຍ່ ເຊິ່ງເປັນເຂື່ອນແຫ່ງທີຫ້າເທິງແມ່ນ້ຳຂອງ.ລັດຖະບານລາວໄດ້ແຈ້ງຕໍ່ຄະນະກຳມາທິການແມ່ນ້ຳຂອງ (MRC) ແຕ່ວັນທີ 31 ກໍລະກົດທີ່ຜ່ານມາ ກ່ຽວກັບການຍື່ນສະເໜີໂຄງການເຂື່ອນໄຟຟ້າແຂວງຫຼວງພະບາງ ເພື່ອດຳເນີນຕາມຂະບວນການປຶກສາຫາລືລ່ວງໜ້າກ່ອນຫົກເດືອນ ຕາມຂັ້ນຕອນໃນການແຈ້ງ, ການປຶກສາຫາລືລ່ວງໜ້າ ແລະ ການຕົກລົງ (PNPCA) ຂອງ MRC.ຈາກການສອບຖາມຂອງສຳນັກຂ່າວ RFA, ເລຂາທິການ MRC ໄດ້ອອກມາອະທິບາຍກ່ຽວກັບການຊັກຊ້າດັ່ງກ່າວ ວ່າຫຼາຍໂຄງການກ່ອນໜ້ານີ້ ໄດ້ມີການຖະແຫຼງຂ່າວຕໍ່ສາທາລະນະຊົນໃນທັນທີ.ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/laos-mrc-silence-submission-mekong-dam-09252019170454.html

ກຸ່ມອົງການ NGOs ກ່າວຕ້ານການກໍ່ສ້າງເຂື່ອນໄຟຟ້າແຫ່ງໃໝ່ຂອງລາວ

ແຜນການກໍ່ສ້າງເຂື່ອໄຟຟ້ານ້ຳຂອງແຫ່ງໃໝ່ຂອງລາວ ໄດ້ສ້າງຄວາມກັງວົນຢ່າງຍິ່ງໃນກຸ່ມອົງການທີ່ບໍ່ຂຶ້ນກັບລັກຖະບານ (NGOs) ເພື່ອສິ່ງແວດລ້ອມໃນປະເທດໄທ, ເຊິ່ງກ່າວວ່າການສ້າງເຂື່ອນໄຟຟ້າຂະໜາດໃຫຍ່ແຫ່ງທີຫ້າຂອງລາວ ຈະສ້າງຜົນເສຍຫາຍຢ່າງຮ້າຍແຮງຕໍ່ປາ ແລະ ຄົນໃນພາກພື້ນ.ໂຄງການກໍ່ສ້າງເຂື່ອນໄຟຟ້າຫຼວງພະບາງ ຈະເປັນເປັນເຂື່ອນໄຟຟ້າຂະໜາດໃຫຍ່ແຫ່ງທີຫ້າໃນແມ່ນ້ຳຂອງ. ລັດຖະບານລາວໄດ້ແຈ້ງຕໍ່ຄະນະກຳມາທິການແມ່ນ້ຳຂອງ (MRC) ໃນວັນທີ 31 ກໍລະກົດຜ່ານມາວ່າ ຈະຍື່ນຂໍ້ສະເໜີໂຄງການ ເພື່ອດຳເນີນຕາມຂະບວນການປຶກສາຫາລືລ່ວງໜ້າຫົກເດືອນ ຕາມຂັ້ນຕອນການແຈ້ງການ, ການປຶກສາຫາລືລ່ວງໜ້າ ແລະ ການຕົກລົງ (PNPCA) ຂອງ MRC.ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/laos-luang-prabang-dam-mekong-09232019161400.html

ນ້ຳຖ້ວມປີກາຍເຮັດໃຫ້ລາຄາເຂົ້າຂຶ້ນສອງເທົ່າ

ລາຄາເຂົ້າສານໜຽວປັບຕົວສູງຂຶ້ນໃນລາວ, ຍ້ອນໄພນ້ຳຖ້ວມຄັ້ງໃຫຍ່ໃນດິນແດນທີ່ອຸດົມສົມບູນທີ່ສຸດໃນພາກພື້ນ ແລະ ສາເຫດອື່ນໆທີ່ກ່ຽວຂ້ອງ, ຄຽງຄູ່ກັນລາຄາອາຫານສ່ວນໃຫຍ່ທີ່ປັບຕົວສູງຂຶ້ນ ເນື່ອງຈາກການລະບາດຂອງພະຍາດອະຫິວາໝູອາຟຼິກາໃນຈີນ ແລະ ພາກພື້ນອາຊີຕາເວັນອອກສຽງໃຕ້ໃນຊ່ວງປີຜ່ານມາ.ເຈົ້າຂອງຮ້ານຂາຍເຂົ້າຢູ່ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ເປີດເຜີຍຕໍ່ໜ່ວຍຂ່າວ RFA ລາວວ່າ, “ລາຄາເຂົ້າສານແມ່ນເພີ່ມຂຶ້ນສອງເທົ່າ. ບາງເທື່ອອາດຂຶ້ນເຖິງສາມເທົ່າຕົວ. ປະຈຸບັນຢູ່ນະຄອນຫຼວງ ລາຄາເຂົ້າສານໜຽວໜຶ່ງໝື່ນແມ່ນຢູ່ທີ່ $13 ໂດລາ, ເພີ່ມຂຶ້ນຈາກ $7 ໂດລາໃນທ້າຍປີກາຍ.”ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/laos-sticky-rice-price-increase-09052019094704.html

ແຮງງານລາວອົບພະຍົບທີ່ຕ້ອງການໜີຈາກຄວາມທຸກຍາກ ບໍ່ເກງກົວຕໍ່ໄພອັນຕະລາຍໃນການໄປອອກແຮງງານຢູ່ປະເທດໄທ

ແຮງງານລາວ, ເຊິ່ງຫຼາຍຄົນຍັງຢູ່ໃນໄວໜຸ່ມ ແລະ ບາງຄົນກໍຍັງເປັນໄວລຸ້ນ ໄດ້ຫຼັ່ງໄຫຼກັນໄປອອກແຮງງານຢູ່ປະເທດໄທເພື່ອນບ້ານໃນປີນີ້ໃນອັດຕາທີ່ເພີ່ມຂຶ້ນ, ​ໂດບບໍ່ເກງກົວຕໍ່ການຂູດຮີດແຮງງານ ແລະ ສະພາບການເຮັດວຽກທີ່ສ່ຽງຕໍ່ອັນຕະລາຍ ເພື່ອຊອກຫາວຽກເຮັດງານທຳຊ່ວຍເຫຼືອຄອບຄົວທາງບ້ານ, ຕາມແຫຼ່ງຂ່າວໃນປະເທດໄທ.ຫຼາຍຄົນກໍໄດ້ຮັບການຊຸກຍູ້ຈາກພໍ່ແມ່ໃຫ້ໄປອອກແແຮງງານຢູ່ຕ່າງປະເທດ, ຕາມແຫຼ່ງຂ່າວ. ບາງຄົນກໍຕົກເປັນເຫຍື່ອຂອງການຄ້າມະນຸດ ແລະ ຕິດກັບດັກໜີ້ສິນ, ຫຼື ຖືກເສຍຊີວິດຍ້ອນອຸບັດຕິເຫດແຮງງານ ຫຼື ອຸບັດຕິເຫດບົນທ້ອງຖະໜົນ.ໃນວັນຈັນຜ່ານມາ, ສົບຂອງແຮງງານລາວອົບພະຍົບ 9 ຄົນທີ່ເສຍຊີວິດໃນວັນທີ 18 ສິງຫາ ເນື່ອງຈາກອຸບັດຕິເຫດລົດຕຳກັນໃນຂະນະເດີນທາງໄປຊາຍແດນເພື່ອຕໍ່ວີຊາທ່ອງທ່ຽວເພື່ອເຂົ້າປະເທດໄທ ໄດ້ຖືກສົ່ງກັບສູ່ຄອບຄົວ. ສ່ວນອີກສົບໜຶ່ງແມ່ນໄດ້ເຮັດພິທີເຜົາຢູ່ປະເທດໄທ. ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/migrants-08272019160657.html

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

BNrnu
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!