News

ບັນຫາດ້ານແມ່ນ້ຳ: ຂໍ້ຂັດແຍ່ງທາງແມ່ນຳ້ຂອງເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້ບໍ?

ບັນດາຜູ້ນຳດ້ານນະໂຍບາຍ, ສະຖາບັນການສຶກສາ, ອົງການຈັດຕັ້ງສາກົນ, ອົງການບໍ່ສັງກັດລັດຖະບານ ແລະ ສື່ຕ່າງໆ ໄດ້ພາກັນເຕືອນວ່າຄວາມກົດດັນລະຫວ່າງລັດທີ່ມີຊາຍແດນຈອດກັນທາງນ້ຳ ຈະເປັນເຫດຂໍ້ຂັດແຍ່ງທີ່ຫຼີກລ່ຽງບໍ່ໄດ້ໃນສັດຕະວັດທີ 21​.  ປອ. ອານຸລັກ ແລະ ດຣ. ຊູຊານ, ຮສຈ ປະຈຳ IHE Delft ຊຶ່ງເປັນບັນນາທິການຮ່ວມເຮັດປື້ມກ່ຽວກັບຫົວຂໍ້ດັ່ງກ່າວ, ຊຶ່ງເນື້ອໃນໄດ້ແບ່ງອອກເປັນ 2​ ພາກສ່ວນສຳຄັນເຊັ່ນ: ລະດັບຂອງການພັດທະນາຂອງແຕ່ລະສະໄໝຂອງແມ່ນ້ຳຂອງ ແລະ ການສ້າງລະບົບສະຖາບັນຮ່ວມກັນທາງດ້ານວິຊາການ ແລະ ຍຸດທະສາດຄວາມອາດສາມາດຕ່າງໆ.​ ຢູ່ໃນອານາດເຂດທີ່ອ້ອມຮອບແມ່ນ້ຳຂອງ ຊຶ່ງປະກອບມີພົນລະເມືອງທັງໝົດ 70​ ລ້ານຄົນ, ການສ້າງເຂື່ອນ ແລະ ການນຳໃຊ້ນ້ຳແບບບໍ່ຍືນຍົງຂອງແຕ່ລະປະເທດແມ່ນ້ຳນີ້ ໄດ້ເພິ່ມສັນຍານເຕືອນໃຫ້ບັນດາປະເທດ, ຜູ້ມີສ່ວນຮ່ວມ ແລະ ອຳນາດຢູ່ນອກພາກພື້ນໃຫ້ຄຳນຶງເຖິງຜົນກະທົບທີ່ພົ້ນເດັ່ນ ແລະ ທ່າແຮງທີ່ຮ້າຍແຮງໃນອະນາຄົດ. ອ່ານຕໍ່   ...

ຝຣັ່ງຊິດ ສະຫວັນຄຳ

ຄະນະກຳມາທິການແມ່ນ້ຳຂອງອອກມາປ້ອງກັນການມິດງຽບເປັນເວລາເຈັດອາທິດ ກ່ຽວກັບການຍື່ນສະເໜີໂຄງການກໍ່ສ້າງເຂື່ອນຂອງລາວ

ໃນວັນພຸດນີ້ ຄະນະກຳມາທິການແມ່ນ້ຳຂອງ (MRC) ໄດ້ອອກມາປ້ອງກັນການຕັດສິນໃຈຂອງອົງກອນ ໃນການແກ່ຍາວເວລາເກືອບເຈັດອາທິດ ກ່ອນທີ່ຈະອອກມາຖະແຫຼງຕໍ່ສາທາລະນະຊົນວ່າ ລາວໄດ້ລິເລີ່ມຂັ້ນຕອນການກະກຽມ ສຳລັບການກໍ່ສ້າງເຂື່ອນໄຟຟ້າຂະໜາດໃຫຍ່ ເຊິ່ງເປັນເຂື່ອນແຫ່ງທີຫ້າເທິງແມ່ນ້ຳຂອງ.ລັດຖະບານລາວໄດ້ແຈ້ງຕໍ່ຄະນະກຳມາທິການແມ່ນ້ຳຂອງ (MRC) ແຕ່ວັນທີ 31 ກໍລະກົດທີ່ຜ່ານມາ ກ່ຽວກັບການຍື່ນສະເໜີໂຄງການເຂື່ອນໄຟຟ້າແຂວງຫຼວງພະບາງ ເພື່ອດຳເນີນຕາມຂະບວນການປຶກສາຫາລືລ່ວງໜ້າກ່ອນຫົກເດືອນ ຕາມຂັ້ນຕອນໃນການແຈ້ງ, ການປຶກສາຫາລືລ່ວງໜ້າ ແລະ ການຕົກລົງ (PNPCA) ຂອງ MRC.ຈາກການສອບຖາມຂອງສຳນັກຂ່າວ RFA, ເລຂາທິການ MRC ໄດ້ອອກມາອະທິບາຍກ່ຽວກັບການຊັກຊ້າດັ່ງກ່າວ ວ່າຫຼາຍໂຄງການກ່ອນໜ້ານີ້ ໄດ້ມີການຖະແຫຼງຂ່າວຕໍ່ສາທາລະນະຊົນໃນທັນທີ.ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/laos-mrc-silence-submission-mekong-dam-09252019170454.html

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

7rJbB
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!