ຄະນະກຳມາທິການແມ່ນ້ຳຂອງອອກມາປ້ອງກັນການມິດງຽບເປັນເວລາເຈັດອາທິດ ກ່ຽວກັບການຍື່ນສະເໜີໂຄງການກໍ່ສ້າງເຂື່ອນຂອງລາວ

ໃນວັນພຸດນີ້ ຄະນະກຳມາທິການແມ່ນ້ຳຂອງ (MRC) ໄດ້ອອກມາປ້ອງກັນການຕັດສິນໃຈຂອງອົງກອນ ໃນການແກ່ຍາວເວລາເກືອບເຈັດອາທິດ ກ່ອນທີ່ຈະອອກມາຖະແຫຼງຕໍ່ສາທາລະນະຊົນວ່າ ລາວໄດ້ລິເລີ່ມຂັ້ນຕອນການກະກຽມ ສຳລັບການກໍ່ສ້າງເຂື່ອນໄຟຟ້າຂະໜາດໃຫຍ່ ເຊິ່ງເປັນເຂື່ອນແຫ່ງທີຫ້າເທິງແມ່ນ້ຳຂອງ.

ລັດຖະບານລາວໄດ້ແຈ້ງຕໍ່ຄະນະກຳມາທິການແມ່ນ້ຳຂອງ (MRC) ແຕ່ວັນທີ 31 ກໍລະກົດທີ່ຜ່ານມາ ກ່ຽວກັບການຍື່ນສະເໜີໂຄງການເຂື່ອນໄຟຟ້າແຂວງຫຼວງພະບາງ ເພື່ອດຳເນີນຕາມຂະບວນການປຶກສາຫາລືລ່ວງໜ້າກ່ອນຫົກເດືອນ ຕາມຂັ້ນຕອນໃນການແຈ້ງ, ການປຶກສາຫາລືລ່ວງໜ້າ ແລະ ການຕົກລົງ (PNPCA) ຂອງ MRC.

ຈາກການສອບຖາມຂອງສຳນັກຂ່າວ RFA, ເລຂາທິການ MRC ໄດ້ອອກມາອະທິບາຍກ່ຽວກັບການຊັກຊ້າດັ່ງກ່າວ ວ່າຫຼາຍໂຄງການກ່ອນໜ້ານີ້ ໄດ້ມີການຖະແຫຼງຂ່າວຕໍ່ສາທາລະນະຊົນໃນທັນທີ.

ອ່ານຕໍ່…

ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/laos-mrc-silence-submission-mekong-dam-09252019170454.html