ບັນຫາດ້ານແມ່ນ້ຳ: ຂໍ້ຂັດແຍ່ງທາງແມ່ນຳ້ຂອງເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້ບໍ?

ບັນດາຜູ້ນຳດ້ານນະໂຍບາຍ, ສະຖາບັນການສຶກສາ, ອົງການຈັດຕັ້ງສາກົນ, ອົງການບໍ່ສັງກັດລັດຖະບານ ແລະ ສື່ຕ່າງໆ ໄດ້ພາກັນເຕືອນວ່າຄວາມກົດດັນລະຫວ່າງລັດທີ່ມີຊາຍແດນຈອດກັນທາງນ້ຳ ຈະເປັນເຫດຂໍ້ຂັດແຍ່ງທີ່ຫຼີກລ່ຽງບໍ່ໄດ້ໃນສັດຕະວັດທີ 21​.  

ປອ. ອານຸລັກ ແລະ ດຣ. ຊູຊານ, ຮສຈ ປະຈຳ IHE Delft ຊຶ່ງເປັນບັນນາທິການຮ່ວມເຮັດປື້ມກ່ຽວກັບຫົວຂໍ້ດັ່ງກ່າວ, ຊຶ່ງເນື້ອໃນໄດ້ແບ່ງອອກເປັນ 2​ ພາກສ່ວນສຳຄັນເຊັ່ນ: ລະດັບຂອງການພັດທະນາຂອງແຕ່ລະສະໄໝຂອງແມ່ນ້ຳຂອງ ແລະ ການສ້າງລະບົບສະຖາບັນຮ່ວມກັນທາງດ້ານວິຊາການ ແລະ ຍຸດທະສາດຄວາມອາດສາມາດຕ່າງໆ.​ 

ຢູ່ໃນອານາດເຂດທີ່ອ້ອມຮອບແມ່ນ້ຳຂອງ ຊຶ່ງປະກອບມີພົນລະເມືອງທັງໝົດ 70​ ລ້ານຄົນ, ການສ້າງເຂື່ອນ ແລະ ການນຳໃຊ້ນ້ຳແບບບໍ່ຍືນຍົງຂອງແຕ່ລະປະເທດແມ່ນ້ຳນີ້ ໄດ້ເພິ່ມສັນຍານເຕືອນໃຫ້ບັນດາປະເທດ, ຜູ້ມີສ່ວນຮ່ວມ ແລະ ອຳນາດຢູ່ນອກພາກພື້ນໃຫ້ຄຳນຶງເຖິງຜົນກະທົບທີ່ພົ້ນເດັ່ນ ແລະ ທ່າແຮງທີ່ຮ້າຍແຮງໃນອະນາຄົດ. 

ອ່ານຕໍ່ … 

ຝຣັ່ງຊິດ ສະຫວັນຄຳ