ວິທະຍຸເສລີເອເຊຍ

ແຮງງານຍ້າຍຖິ່ນລາວເສຍຊີວິດສິບຄົນ, ບາດເຈັບອີກສາມຈາກອຸບັດຕິເຫດທາງລົດຢູ່ປະເທດໄທ

ແຮງງານຍ້າຍຖິ່ນສິບຄົນເຊິ່ງບໍ່ມີເອກະສານສິບຄົນຖືກເສຍຊີວິດ ແລະ ອີກສາມຄົນໄດ້ຮັບບາດເຈັບສາຫັດຈາກເຫດລົດຕຳກັນໃນຕອນເຊົ້າຂອງວັນອາທິດ ຢູ່ຈັງຫວັດສະແກ້ວ ທາງພາກຕາເວັນອອກຂອງປະເທດໄທ ໃນຂະນະທີ່ພວມໂດຍສານລົດຕູ້ໄປຈັງຫວັດຈັນທະບູລີ ໃນບໍລິເວນຊາຍແດນປະເທດກຳປູເຈຍ ເພື່ອຕໍ່ວີຊາທ່ອງທ່ຽວ, ຕາມການເປີດເຜີຍຂອງເຈົ້າໜ້າທີ່ຕຳຫຼວດໄທ.ພັນຕຳຫຼວດເອກ ໃຈຍະນັນ ຈິລາພິຍະເຊດ ຫົວໜ້າສະຖານນີຕຳຫຼວດອຳເພີວັງສົມບູນຈັງຫວັດສະແກ້ວ ເປີດເຜີຍຕໍ່ໜ່ວຍຂ່າວ RFA ລາວວ່າ, “ເກີດອຸບັດຕິເຫດບົນທ້ອງຖະໜົນສາຍສະແກ້ວ ຈັງຫວັດສະແກ້ວ ເມື່ອລົດຕູ້ຂົນສົ່ງແຮງງານລາວໄດ້ຕຳໃສ່ກັບລົດພ່ວງ ເຮັດໃຫ້ແຮງງານລາວເສຍຊີວິດເປັນຍິງຫົກຄົນ ແລະ ຊາຍສີ່ຄົນ.”ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/ten-lao-migrant-workers-die-08202019144737.html

ປະຊາຊົນຊາວນະຄອນຫຼວງວຽງຈັນຂັດຂ້ອງຕໍ່ການຈ່າຍຄ່່າຊົດເຊີຍຕໍ່ການສູນເສຍທີ່ດິນຍ້ອນໂຄງການທາງດ່ວນທີ່ຕ່ຳກວ່າຕະຫຼາດ

ຊາວບ້ານຈາກ 18 ບ້ານໃນສອງເມືອງໃນນະຄອນຫຼວງວຽງຈັນ ປະຕິເສດທີ່ຈະຮັບຄ່າຊົດເຊີຍການສູນເສຍທີ່ດິນຈາກລັດເນື່ອງຈາກໂຄງການກໍ່ສ້າງທາງດ່ວນ, ໂດຍກ່າວວ່າເງິນຈຳນວນດັ່ງກ່າວແມ່ນຕ່ຳກວ່າມູນຄ່າຕະຫຼາດຫຼາຍ.ເຈົ້າໜ້າທີ່ໄດ້ສະເໜີເງິນຄ່າຊົດເຊີຍໃນອັດຕາ US$ 9-12 ໂດລາຕໍ່ຕາແມັດສຳລັບພື້ນທີ່ດິນທັງໝົດ 242 ເຮັກຕາ (600 ເອເຄີ), ຕາມການລາຍງານຂອງຊາວບ້ານບ້ານໄຊ ເມືອງໄຊທານີ ຕໍ່ໜ່ວຍຂ່າວ RFA ລາວໃນວັນອັງຄານຜ່ານມາ.ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/lao-capital-villagers-balk-08142019151459.html

ເຂື່ອນນ້ອຍແຕກຢູ່ທາງພາກຕາເວັນອອກສຽງເໜືອຂອງລາວເຮັດໃຫ້ເກີດຜົນເສຍຫາຍຕໍ່ທ້ອງຖິ່ນ ແລະ ເຈົ້າຂອງໂຄງການ

ຝົນຕົກໜັກທາງພາກຕາເວັນອອກສຽງເໜືອຂອງລາວ ເຮັດໃຫ້ເຂື່ອນໄຟຟ້ານ້ອຍຂະໜາດໜຶ່ງເມກາວັດແຕກ ຢູ່ເມືອງແປກ ແຂວງຊຽງຂວາງ ໃນຕົ້ນອາທິດນີ້, ເຮັດໃຫ້ເກີດຜົນເສຍຫາຍເປັນບໍລິເວນກວ້າງ ແລະ ນ້ຳຖ້ວມໄຮ່ນາ ແລະ ຊັບສິນ, ຕາມການລາຍງານຂອງປະຊາຊົນທ້ອງຖິ່ນໃນວັນພຸດຜ່ານມານີ້.“ເນື່ອງຈາກຝົກຕົກໜັກ ແລະ ມີປະລິມານນ້ຳຫຼາຍເກີນໄປ ເຮັດໃຫ້ເຂື່ອນບໍ່ສາມາດຕ້ານທານໄດ້ ຈຶ່ງແຕກພັງລົງ ສ້າງຄວາມເສຍຫາຍເປັນບໍລິເວນກວ້າງ ແລະ ເກີດນ້ຳຖ້ວມພື້ນທີ່ໄຮ່ນາ ແລະ ໜອງປາ 30 ເຮັກຕາ (74 ເອເຄີ),” ຕາມການກ່າວຂອງຊາວບ້ານທີ່ອາໄສຢູ້ໃກ້ກັບເຂື່ອນດັ່ງກ່າວ.ອ່ານຕໍ່ ...

ທີມຂ່າວ RFA ລາວ
https://www.rfa.org/english/news/laos/dam-break-in-northeast-laos-08082019163519.html

ຊາວບ້ານທີ່ໄດ້ຮັບຜົນກະທົບຈາກໂຄງການຍັງຄົງລໍຄອຍເງິນຊົດເຊີຍທາງລົດໄຟ

ປະຊາຊົນລາວທີ່ຕ້ອງຍ້າຍຖິ່ນຖານຈາກໂຄງການກໍ່ສ້າງທາງລົດໄຟລາວ-ຈີນຍັງຄົງລໍຖ້າເງິນຊົດເຊີຍຈາກລັດຖະບານ ໃນຂະນະທີ່ຫຼາຍຄົນທີ່ໄດ້ຮັບຄ່າຊົດເຊີຍແລ້ວກ່າວວ່າເງິນຊົດເຊີຍທີ່ໄດ້ແມ່ນໜ້ອຍກວ່າທີ່ຄິດຫຼາຍ.ໂຄງການທາງລົດໄຟເພື່ອເຊື່ອມຕໍ່ລາວກັບຈີນ ຄາດວ່າຈະສ້າງປະໂຫຍດໃຫ້ແກ່ເສດຖະກິດຂອງລາວ ເນື່ອງຈາກວ່າມັນຈະຊ່ວຍຫຼຸດຕົ້ນທຶນຂອງສິນຄ້າສົ່ງອອກ ແລະ ສິນຄ້າບໍລິໂພກ ໃນຂະນະດຽວກັນກໍສົ່ງເສີມການພັດທະນາເສດຖະກິດສັງຄົມຂອງປະເທດທຸກຍາກທີ່ມີປະຊາກອນປະມານເຈັດລ້ານຄືລາວ.ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/lao-china-railway-compensation-delay-07162019170632.html

ຊາວບ້ານປະມານ 500 ຄອບຄົວຕ້ອງຍ້າຍຖິ່ນຖານໃນເດືອນນີ້ ສຳລັບໂຄງການເຂື່ອນໄຟຟ້ານ້ຳຂອງແຫ່ງທີ 5

ໂຄງການເຂື່ອນໄຟຟ້ານ້ຳຂອງໃໝ່ຢູ່ແຂວງຫຼວງພະບາງ ເຮັດໃຫ້ 465 ຄອບຄົວຕ້ອງຍ້າຍຖິ່ນຖານໃນເດືອນນີ້, ຕົວເລກຫຼ້າສຸດຂອງໂຄງການກໍ່ສ້າງເຂື່ອນໄຟຟ້າທີ່ກຳລັງຂະຫຍາຍຕົວຢ່າງຕໍ່ເນື່ອງ ເຮັດໃຫ້ຊາວບ້ານຕ້ອງອົບພະຍົບເກືອບທົ່ວປະເທດ.ຊາວບ້ານໃນ 10 ບ້ານຂອງເມືອງຈອມເພັດແຂວງຫຼວງພະບາງຕ້ອງກະກຽມຍົກຍ້າຍທີ່ຢູ່ອາໄສ ເພື່ອຫຼີກທາງໃຫ້ແກ່ໂຄງການເຂື່ອນໄຟຟ້າແຂວງຫຼວງພະບາງດັ່ງກ່າວ ເຊິ່ງເປັນເຂື່ອນແມ່ນ້ຳຂອງແຫ່ງທີຫ້າຂອງລາວ, ເຊິ່ງສອງໃນຫ້າໂຄງການກຳລັງຢູ່ໃນໄລຍະການກໍ່ສ້າງ.ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/laos-luang-prabang-displacement-07122019165743.html

ຜູ້ປະສົບໄພເຂື່ອນ PNPC ແຕກລັງເລທີ່ຈະຮັບຂໍ້ສະເໜີການຊົດເຊີຍໃນລະດັບຕ່ຳ

ເປັນໄລຍະເກືອບໜຶ່ງປີພາຍຫຼັງການແຕກຂອງສັນເຂື່ອນເຊິ່ງເຮັດໃຫ້ເກີດໄພນ້ຳຖ້ວມຄັ້ງຮ້າຍແຮງທີ່ສຸດໃນລາວໃນຮອບຫຼາຍທົດສະວັດ, ຜູ້ປະສົບໄພທີ່ລອດຊີວິດຍັງຄົງລັງເລທີ່ຈະຮັບຂໍ້ສະເໜີໃນການຊົດເຊີຍຄວາມເສຍຫາຍເປັນມູນຄ່າເຄິ່ງໜຶ່ງຂອງຊັບສິນທັງໝົດຂອງເຂົາເຈົ້າ.ໄພພິບັດດັ່ງກ່າວໄດ້ເກີດຂຶ້ນໃນວັນທີ 23 ກໍລະກົດ 2018 ເມື່ອສັນເຂື່ອນຂອງໂຄງການເຂື່ອນໄຟຟ້າ ເຊປຽນ ເຊນ້ຳນ້ອຍ (PNPC) ໄດ້ພັງລົງຫຼັງຈາກມີຝົນຕົກໜັກ, ເຮັດໃຫ້ນ້ຳໄຫຼເຂົ້າຖ້ວມ 12 ບ້ານຢູ່ແຂວງຈຳປາສັກ ແລະ ອັດຕະປື, ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 40 ຄົນ ແລະ ມີຜູ້ສູນຫາຍອີກຈຳນວນໜຶ່ງ.ອ່ານຕໍ່  ...

ໂຕະຂ່າວ RFA
https://www.rfa.org/english/news/laos/laos-pnpc-compensation-50-percent-07102019134051.html

ປະຊາຊົນລາວ ແລະ ໄທໄດ້ຮັບຜົນກະທົບ ຫຼັງຈາກທີ່ປະເທດຈີນເປີດປະຕູນ້ຳເຂື່ອນແມ່ນ້ຳຂອງ

ຊາວບ້ານທີ່ອາໄສຢູ່ລຽບຝັ່ງແມ່ນ້ຳຂອງໃນປະເທດໄທ ແລະ ລາວ ກຳລັງຜະເຊີນກັບຄວາມຫຍຸ້ງຍາກ ຫຼັງຈາກທີ່ຈີນໄດ້ທຳການປ່ອຍນ້ຳອອກຈາກເຂື່ອນຕົ້ນແມ່ນ້ຳຂອງ.ຊາວບ້ານກວ່າ 200 ຄອບຄົວໃນແຂວງບໍ່ແກ້ວຂອງລາວໄດ້ຮັບຜົນກະທົບໜັກ ເຮັດໃຫ້ລະດັບຄວາມສູງຂອງນ້ຳເພີ່ມຂຶ້ນໂດຍກະທັນຫັນ ສົ່ງຜົນຕໍ່ການດຳລົງຊີວິດຂອງປະຊາຊົນ.ອ່ານຕໍ່ ...

ໜ່ວຍຂ່າວ RFA
https://www.rfa.org/english/news/laos/china-dam-mekong-laos-thailand-07032019151600.html

ສຳນັກຂ່າວ RFA ພົບສວນກ້ວຍຈີນໃໝ່ໃກ້ນະຄອນຫຼວງຂອງລາວເຊິ່ງລະເມີດຕໍ່ຄຳສັ່ງຫ້າມ

ໃນພື້ນທີ່ທີ່ຫາກໍ່ຖາກຖາງໃໝ່, ກຳມະກອນໄດ້ກະກຽມແນວພັນເພື່ອປູກສວນກ້ວຍຈີນແຫ່ງໃໝ່ຢູ່ໃກ້ກັບນະຄອນຫຼວງວຽງຈັນ ເຊິ່ງເປັນການລະເມີດຄຳສັ່ງຂອງລັດຖະບານທີ່ຫ້າມດຳເນີນໂຄງການດັ່ງກ່າວ.ໜ່ວຍຂ່າວວິທະຍຸເສຣິອາຊີ ພົບພື້ນທີ່ 30 ເຮັກຕາ ຢູ່ເມືອງນາຊາຍທອງ ຊານນະຄອນຫຼວງວຽງຈັນ ຫ່າງຈາກທາງຫຼວງປະມານ 5 ກິໂລແມັດ (3​ ໄມ). ມີກຳມະກອງສິບສອງຄົນ ອາໄສຢູ່ຕາມຖຽງນາ ບໍ່ມີສຸຂາພິບານ ມີແຕ່ໜອງນ້ຳເປື້ອນເພື່ອໃຊ້ໃນລະຫວ່າງວັນ ຢູ່ພາຍໃຕ້ການກວດກາຂອງຫົວໜ້າຄົນຈີນສອງຄົນ.ອ່ານຕໍ່ ...

ໜ່ວຍຂ່າວ RFA
https://www.rfa.org/english/news/laos/china-banana-07032019140543.html

ລັດຖະບານລາວເລີ່ມແຜນກວດສອບເຂື່ອນໄຟຟ້າ 55 ແຫ່ງ ໜຶ່ງປີພາຍຫຼັງໄພພິບັດເຂື່ອນ PNPC 

ລັດຖະບານລາວເນັ້ນໃສ່ການດຳເນີນແຜນກວດສອບເຂື່ອນໄຟຟ້າທັງໝົດຈຳນວນ 55 ແຫ່ງໃນລາວ ຫຼັງຈາກເກືອບໜຶ່ງປີຂອງການແຕກຂອງສັນເຂື່ອນແຫ່ງໜຶ່ງ ເຮັດໃຫ້ເກີດໄພພິບັດນ້ຳຖ້ວມຄັ້ງຮ້າຍແຮງທີ່ສຸດໃນປະເທດໃນຮອບຫຼາຍທົດສະວັດ.ໄພພິບັດດັ່ງກ່າວໄດ້ເກີດຂຶ້ນໃນວັນທີ 23 ກໍລະກົດ 2018 ເມື່ອສັນເຂື່ອນຂອງໂຄງການພະລັງງານໄຟຟ້າເຊປຽນ-ເຊນ້ຳນ້ອຍ (PNPC) ແຕກພັງລົງເນື່ອງຈາກຝົນຕົກໜັກ, ເຮັດໃຫ້ນ້ຳໄຫຼເຂົ້າຖ້ວມ 12 ບ້ານ ແລະ ມີຜູ້ເສຍຊີວິດຢ່າງໜ້ອຍ 40 ຄົນ ທັງມີຜູ້ສູນຫາຍອີກຈຳນວນໜຶ່ງຢູ່ແຂວງຈຳປາສັກ ແລະ ອັດຕະປື.ລັດຖະບານຈະເນັ້ນໃສ່ກວດສອບໂຄງສ້າງ, ການອອກແບບ ແລະ ມາດຕະຖານທາງວິຊາການຂອງເຂື່ອນ ໃນຂະນະດຽວກັນກໍຈະມີການກວດສອບວ່າເຈົ້າຂອງໂຄງການເຂື່ອນໄຟຟ້າມີການປະກັນໄພຖືກຕ້ອງ ແລະ ມີທີ່ປຶກສາທີ່ມີຄວາມຊຳນິຊຳນານປະຈຳຫຼືບໍ່.ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/laos-55-dams-inspect-07022019152725.html

ເຈົ້າໜ້າທີ່ລາວອະນຸຍາດໃຫ້ບໍລິສັດຈີນປູກຝັງໃນທີ່ດິນທີ່ຈັດສັນສຳລັບຜູ້ປະສົບໄພເຂື່ອນແຕກ

ບໍລິສັດຈີນຈະເຮັດສວນກ້ວຍໃນພື້ນທີ່ຈັດສັນຂອງລັດຖະບານເພື່ອຊົດເຊີຍໃຫ້ແກ່ຜູ້ປະສົບໄພເຂື່ອນແຕກໃນປີ 2018 ທີ່ຖືໄດ້ວ່າເປັນໄພນ້ຳຖ້ວມຄັ້ງຮ້າຍແຮງທີ່ສຸດຂອງປະເທດ ໃນຮອບຫຼາຍທົດສະວັດ, ຕາມຂ່າວຈາກໜ່ວຍຂ່າວ RFA ລາວ.ໄພພິບັດດັ່ງກ່າວ ເກີດຂື້ນໃນເດືອນກໍລະກົດປີກາຍນີ້ ເນື່ອງຈາກສັນເຂື່ອນຂອງໂຄງການພະລັງງານໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກ ຫຼັງຈາກມີຝົນຕົກໜັກ ເຮັດໃຫ້ນ້ຳໄຫຼຖ້ວມ 12 ບ້ານ ແລະ ຂ້າຊີວິດຊາວບ້ານຢ່າງໜ້ອຍ 40 ຄົນຢູ່ແຂວງຈຳປາສັກ ແລະ ອັດຕະປືທາງພາກໃຕ້ຂອງລາວ ແລະ ມີຜູ້ສູນຫາຍອີກບາງຈຳນວນ.ພື້ນທີ່ດິນຈຳນວນ 2,000 ເຮັກຕາທີ່ຕັ້ງຢູ່ໃກ້ບ້ານພິນດົງ ເມືອງສະໜາມໄຊ ແຂວງອັດຕະປື ໄດ້ຮັບການບຸກເບີກໂດຍລັດຖະບານໃນສາມເດືອນກ່ອນ ເຊິ່ງເຂົ້າໃຈວ່າຈະມອບໃຫ້ແກ່ຜູ້ປະສົບໄພໃຫ້ສາມາດທຳການຜະລິດໃນຊ່ວງລະດູຝົນນີ້,​ ແຕ່ວ່າຫຼ້າສຸດ ອຳນາດການປົກຄອງໄດ້ມີການອະນຸຍາດໃຫ້ນັກລົງທຶນຈີນເຂົ້າມາປູກກ້ວຍ.ອ່ານຕໍ່ ...

RFA’s Lao Service
https://www.rfa.org/english/news/laos/laos-bananas-on-survivor-land-05292019154355.html

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

5GAw8
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!