ການຍ້າຍຖິ່ນຖານ

Informal migration for labor

ປະກັນໄພໂຄວິດແມ່ນຖືເປັນສິ່ງບັງຄັບສຳລັບແຮງງານຕ່າງປະເທດໃນສປປ ລາວ

ກົດໝາຍສະບັບໃໝ່ຂອງກະຊວງປ້ອງກັນຄວາມສະຫງົບ ເຫັນວ່າແຮງງານຕ່າງປະເທດທັງໝົດທີ່ເຂົ້າມາລາວຕ້ອງຊື້ປະກັນໄພພະຍາດໂຄວິດ-19. ແຈ້ງການຂອງກະຊວງປ້ອງກັນປກສ ສະບັບວັນທີ 15 ທັນວາ 2022 ໄດ້ລະບຸເຖິງລະບຽບການປະກັນສຸຂະພາບຂອງແຮງງານຕ່າງປະເທດ ເຊິ່ງໄດ້ຮັບການອະນຸມັດຈາກສໍານັກງານນາຍົກລັດຖະມົນຕີ ແລະ ກະຊວງການເງິນ.ຕາມ​ແຈ້ງ​ການ​ແລ້ວ, ແຜນ​ງານ​ປະກັນ​ໄພ​ທົດ​ລອງ​ກ່ອນ​ນີ້​ໄດ້​ປ່ຽນ​ເປັນ​ໂຄງການ​ຖາວອນ​ທີ່​ຕ້ອງການ​ແຮງ​ງານ​ຕ່າງປະ​ເທດ​ທັງ​ໝົດ​ໃນ​ການ​ຊື້​ປະກັນ​ໄພ​ໂຄ​ວິດ-19 ​ໃນ​ມູນ​ຄ່າ 500,000 ກີບ (ປະມານ 30 USD).ອ່ານເພິ່ມເຕີມ ...

ພອນທຳ ວິຊັບຮະ

ອຳນາດການປົກຄອງລັດໄດ້ຊີ້ແຈງກ່ຽວກັບການປະທ້ວງຂອງແຮງງານຊາວພະມ້າຢູ່ເຂດເສດຖະກິດພິເສດ

ເຂດເສດຖະກິດພິເສດ ສາມລ່ຽມທອງຄຳ ໄດ້ຖືກປິດບໍລິເວນໃນວັນສຸກທີ່ຜ່ານມາ ເນື່ອງຈາກຍັງມີການແຜ່ລະບາດຂອງພະຍາດໂຄວິດ-19 ຈາກຄົນງານພາຍໃນນັ້ນ. ອຳນາດການປົກຄອງທີ່ກ່ຽວຂ້ອງຢູ່ເຂດເສດຖະກິດພິເສດສາມລ່ຽມທອງຄຳແຫ່ງນັ້ນ ໄດ້ອອກຄຳຖະແຫຼງກ່ຽວກັບເຫດການໂຮມຊຸມນຸມຂອງບັນດາແຮງານຕ່າງດ້າວຈາກປະເທດມຽນມ້າ.​ ການປະທ້ວງດັ່ງກ່າວແມ່ນເກີດຈາກຄວາມບໍ່ພໍໃຈກັບການຫວ່າງງານ ແລະ ຕໍ່ກັບມາດຕະການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ -19 ໃນລະຫວ່າງການປິດລ້ອມໃນເຂດເສດຖະກິດພິເສດ.ອ່ານຕໍ່ທີ່ນີ້  ...

ໄພບູນ ທະນະບົວສີ

ແຮງງານອົບພະຍົບຕົກຢູ່ໃນສະພາບຖືກປິດລ້ອມຍ້ອນການລະບາດຂອງພະຍາດໂຄວິດ -19: ສິ້ນຫວັງທີ່ຈະອອກຈາກເຂດເສດຖະກິດພິເສດຂອງລາວ

ຄົນງານຢູ່ເຂດເສດຖະກິດພິເສດ (SEZ) ຢູ່ພາກເໜືອຂອງລາວ ທີ່ເຮັດວຽກບໍລິການແກ່ນັກພະນັນຊາວຈີນ ສິ້ນຫວັງທີ່ຈະກັບຄືນບ້ານຂອງເຂົາເຈົ້າທ່າມກາງການລະບາດຂອງພະຍາດໂຄໂຣນາ ທີ່ເຮັດໃຫ້ເກີດມີການປິດປະຕູໃນຕົ້ນອາທິດນີ້, ໂດຍກ່າວວ່າເຂົາເຈົ້າບໍ່ໄດ້ຮັບເງິນມາເປັນຫຼາຍເດືອນ ແລະ ບໍ່ກໍບໍ່ສາມາດຮັບຜິດຊອບຄ່າເຊົ່າ ແລະ ອາຫານໄດ້ອີກຕໍ່ໄປ. ອ່ານຕໍ່ທີ່ນີ້  ...

ວິທະຍຸເອເຊຍເສລີ

ປະເທດໄທ ເຫັນດີອຳນວຍຄວາມສະດວກສັກວັກຊິນປ້ອງກັນໂຄວິດ-19 ໃຫ້ບັນດາແຮງງານລາວ

ອີງຕາມຂໍ້ຕົກລົງທາງການ  ຈາກສະຖາທູດລາວປະຈຳປະເທດໄທກ່າວວ່າ ລັດຖະບານໄທໄດ້ຕົກລົງອຳນວຍຄວາມສະດວກໃນການສັກວັກຊິນປ້ອງກັນພະຍາດໂຄວິດ-19 ໃຫ້ຕ່າງປະເທດ ລວມທັງແຮງງານລາວທີ່ອາໃສຢູ່ປະເທດໄທ. ຊຶ່ງຈະໄດ້ດຳເນີນການສັກໃຫ້ກຸ່ມບູລິມະສິດທີ່ມີອາຍຸ 60 ປີຂື້ນໄປແລະ ຜູ້ທີ່ມີພະຍາດປະຈຳຕົວ. ອ່ານເພິ່ມເຕີມ  ...

ໄພບູນ ທະນະບົວສີ

ແຮງງານລາວອົບພະຍົບທີ່ຕ້ອງການໜີຈາກຄວາມທຸກຍາກ ບໍ່ເກງກົວຕໍ່ໄພອັນຕະລາຍໃນການໄປອອກແຮງງານຢູ່ປະເທດໄທ

ແຮງງານລາວ, ເຊິ່ງຫຼາຍຄົນຍັງຢູ່ໃນໄວໜຸ່ມ ແລະ ບາງຄົນກໍຍັງເປັນໄວລຸ້ນ ໄດ້ຫຼັ່ງໄຫຼກັນໄປອອກແຮງງານຢູ່ປະເທດໄທເພື່ອນບ້ານໃນປີນີ້ໃນອັດຕາທີ່ເພີ່ມຂຶ້ນ, ​ໂດບບໍ່ເກງກົວຕໍ່ການຂູດຮີດແຮງງານ ແລະ ສະພາບການເຮັດວຽກທີ່ສ່ຽງຕໍ່ອັນຕະລາຍ ເພື່ອຊອກຫາວຽກເຮັດງານທຳຊ່ວຍເຫຼືອຄອບຄົວທາງບ້ານ, ຕາມແຫຼ່ງຂ່າວໃນປະເທດໄທ.ຫຼາຍຄົນກໍໄດ້ຮັບການຊຸກຍູ້ຈາກພໍ່ແມ່ໃຫ້ໄປອອກແແຮງງານຢູ່ຕ່າງປະເທດ, ຕາມແຫຼ່ງຂ່າວ. ບາງຄົນກໍຕົກເປັນເຫຍື່ອຂອງການຄ້າມະນຸດ ແລະ ຕິດກັບດັກໜີ້ສິນ, ຫຼື ຖືກເສຍຊີວິດຍ້ອນອຸບັດຕິເຫດແຮງງານ ຫຼື ອຸບັດຕິເຫດບົນທ້ອງຖະໜົນ.ໃນວັນຈັນຜ່ານມາ, ສົບຂອງແຮງງານລາວອົບພະຍົບ 9 ຄົນທີ່ເສຍຊີວິດໃນວັນທີ 18 ສິງຫາ ເນື່ອງຈາກອຸບັດຕິເຫດລົດຕຳກັນໃນຂະນະເດີນທາງໄປຊາຍແດນເພື່ອຕໍ່ວີຊາທ່ອງທ່ຽວເພື່ອເຂົ້າປະເທດໄທ ໄດ້ຖືກສົ່ງກັບສູ່ຄອບຄົວ. ສ່ວນອີກສົບໜຶ່ງແມ່ນໄດ້ເຮັດພິທີເຜົາຢູ່ປະເທດໄທ. ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/migrants-08272019160657.html

ແຮງງານຍ້າຍຖິ່ນລາວເສຍຊີວິດສິບຄົນ, ບາດເຈັບອີກສາມຈາກອຸບັດຕິເຫດທາງລົດຢູ່ປະເທດໄທ

ແຮງງານຍ້າຍຖິ່ນສິບຄົນເຊິ່ງບໍ່ມີເອກະສານສິບຄົນຖືກເສຍຊີວິດ ແລະ ອີກສາມຄົນໄດ້ຮັບບາດເຈັບສາຫັດຈາກເຫດລົດຕຳກັນໃນຕອນເຊົ້າຂອງວັນອາທິດ ຢູ່ຈັງຫວັດສະແກ້ວ ທາງພາກຕາເວັນອອກຂອງປະເທດໄທ ໃນຂະນະທີ່ພວມໂດຍສານລົດຕູ້ໄປຈັງຫວັດຈັນທະບູລີ ໃນບໍລິເວນຊາຍແດນປະເທດກຳປູເຈຍ ເພື່ອຕໍ່ວີຊາທ່ອງທ່ຽວ, ຕາມການເປີດເຜີຍຂອງເຈົ້າໜ້າທີ່ຕຳຫຼວດໄທ.ພັນຕຳຫຼວດເອກ ໃຈຍະນັນ ຈິລາພິຍະເຊດ ຫົວໜ້າສະຖານນີຕຳຫຼວດອຳເພີວັງສົມບູນຈັງຫວັດສະແກ້ວ ເປີດເຜີຍຕໍ່ໜ່ວຍຂ່າວ RFA ລາວວ່າ, “ເກີດອຸບັດຕິເຫດບົນທ້ອງຖະໜົນສາຍສະແກ້ວ ຈັງຫວັດສະແກ້ວ ເມື່ອລົດຕູ້ຂົນສົ່ງແຮງງານລາວໄດ້ຕຳໃສ່ກັບລົດພ່ວງ ເຮັດໃຫ້ແຮງງານລາວເສຍຊີວິດເປັນຍິງຫົກຄົນ ແລະ ຊາຍສີ່ຄົນ.”ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/ten-lao-migrant-workers-die-08202019144737.html

ຊາວໜຸ່ມລາວເລີ່ມໄປອອກແຮງງານຢູ່ປະເທດຈີນຫຼາຍຂຶ້ນ

ຊາວໜຸ່ມໃນບັນດາແຂວງພາກເໜືອຂອງລາວ ມີການຍ້າຍຖິ່ນຂ້າມຊາຍແດນໄປຈີນຫຼາຍຂຶ້ນ ເພື່ອຊອກຫາວຽກເຮັດງານທຳ ແລະ ຄ່າແຮງງານທີ່ສູງກວ່າ.ຍ້ອນທ່າແຮງທີ່ຈຳກັດໃນລາວ, ຊາວໜຸ່ມຈາກເຂດພູດອຍຫ່າງໄກສອກຫຼີກ ເລືອກທີ່ຈະເປັນຜູ້ຍ້າຍຖິ່ນໂດຍບໍ່ມີເອກະສານ ໄປແຂວງຢຸນນານປະເທດຈີນ ເຊິ່ງເຂົາສາມາດຫາເງິນໄດ້ຫຼາຍກວ່າໃນການອອກແຮງງານໃນໜ້າວຽກດຽວກັນຢູ່ລາວ.ອ່ານຕໍ່  ...

RFA’s Lao Service

ບົດລາຍງານ UNDP-ILO ສົມທຽບຂະບວນການຍ້າຍຖິ່ນຂອງແຮງງານລະຫວ່າງ ສປປ ລາວ ແລະ ໄທ

ບົດລາຍງານສະບັບໃໝ່ຈາກອົງການ ສະຫະປະຊາຊາດເພື່ອການພັດທະນາ (UNDP) ແລະ ອົງການແຮງງານສາກົນ (ILO ) ເປີດເຜີຍວ່າ ການຍ້າຍຖິ່ນຂອງແຮງງານແບບສະໝ່ຳສະເໝີ ໃຫ້ຜົນທາງບວກຫຼາຍກວ່າການຍ້າຍຖິ່ນບໍ່ສະໝ່ຳສະເໝີລະຫວ່າງ ສປປ ລາວ ແລະ ໄທ.ອ່ານຕໍ່ ...

UNDP-ILO

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

v2UTF
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!