ແຮງງານລາວອົບພະຍົບທີ່ຕ້ອງການໜີຈາກຄວາມທຸກຍາກ ບໍ່ເກງກົວຕໍ່ໄພອັນຕະລາຍໃນການໄປອອກແຮງງານຢູ່ປະເທດໄທ

ແຮງງານລາວ, ເຊິ່ງຫຼາຍຄົນຍັງຢູ່ໃນໄວໜຸ່ມ ແລະ ບາງຄົນກໍຍັງເປັນໄວລຸ້ນ ໄດ້ຫຼັ່ງໄຫຼກັນໄປອອກແຮງງານຢູ່ປະເທດໄທເພື່ອນບ້ານໃນປີນີ້ໃນອັດຕາທີ່ເພີ່ມຂຶ້ນ, ​ໂດບບໍ່ເກງກົວຕໍ່ການຂູດຮີດແຮງງານ ແລະ ສະພາບການເຮັດວຽກທີ່ສ່ຽງຕໍ່ອັນຕະລາຍ ເພື່ອຊອກຫາວຽກເຮັດງານທຳຊ່ວຍເຫຼືອຄອບຄົວທາງບ້ານ, ຕາມແຫຼ່ງຂ່າວໃນປະເທດໄທ.

ຫຼາຍຄົນກໍໄດ້ຮັບການຊຸກຍູ້ຈາກພໍ່ແມ່ໃຫ້ໄປອອກແແຮງງານຢູ່ຕ່າງປະເທດ, ຕາມແຫຼ່ງຂ່າວ. ບາງຄົນກໍຕົກເປັນເຫຍື່ອຂອງການຄ້າມະນຸດ ແລະ ຕິດກັບດັກໜີ້ສິນ, ຫຼື ຖືກເສຍຊີວິດຍ້ອນອຸບັດຕິເຫດແຮງງານ ຫຼື ອຸບັດຕິເຫດບົນທ້ອງຖະໜົນ.

ໃນວັນຈັນຜ່ານມາ, ສົບຂອງແຮງງານລາວອົບພະຍົບ 9 ຄົນທີ່ເສຍຊີວິດໃນວັນທີ 18 ສິງຫາ ເນື່ອງຈາກອຸບັດຕິເຫດລົດຕຳກັນໃນຂະນະເດີນທາງໄປຊາຍແດນເພື່ອຕໍ່ວີຊາທ່ອງທ່ຽວເພື່ອເຂົ້າປະເທດໄທ ໄດ້ຖືກສົ່ງກັບສູ່ຄອບຄົວ. ສ່ວນອີກສົບໜຶ່ງແມ່ນໄດ້ເຮັດພິທີເຜົາຢູ່ປະເທດໄທ. 

ອ່ານຕໍ່…

ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/migrants-08272019160657.html