ແຮງງານຍ້າຍຖິ່ນລາວເສຍຊີວິດສິບຄົນ, ບາດເຈັບອີກສາມຈາກອຸບັດຕິເຫດທາງລົດຢູ່ປະເທດໄທ

ແຮງງານຍ້າຍຖິ່ນສິບຄົນເຊິ່ງບໍ່ມີເອກະສານສິບຄົນຖືກເສຍຊີວິດ ແລະ ອີກສາມຄົນໄດ້ຮັບບາດເຈັບສາຫັດຈາກເຫດລົດຕຳກັນໃນຕອນເຊົ້າຂອງວັນອາທິດ ຢູ່ຈັງຫວັດສະແກ້ວ ທາງພາກຕາເວັນອອກຂອງປະເທດໄທ ໃນຂະນະທີ່ພວມໂດຍສານລົດຕູ້ໄປຈັງຫວັດຈັນທະບູລີ ໃນບໍລິເວນຊາຍແດນປະເທດກຳປູເຈຍ ເພື່ອຕໍ່ວີຊາທ່ອງທ່ຽວ, ຕາມການເປີດເຜີຍຂອງເຈົ້າໜ້າທີ່ຕຳຫຼວດໄທ.

ພັນຕຳຫຼວດເອກ ໃຈຍະນັນ ຈິລາພິຍະເຊດ ຫົວໜ້າສະຖານນີຕຳຫຼວດອຳເພີວັງສົມບູນຈັງຫວັດສະແກ້ວ ເປີດເຜີຍຕໍ່ໜ່ວຍຂ່າວ RFA ລາວວ່າ, “ເກີດອຸບັດຕິເຫດບົນທ້ອງຖະໜົນສາຍສະແກ້ວ ຈັງຫວັດສະແກ້ວ ເມື່ອລົດຕູ້ຂົນສົ່ງແຮງງານລາວໄດ້ຕຳໃສ່ກັບລົດພ່ວງ ເຮັດໃຫ້ແຮງງານລາວເສຍຊີວິດເປັນຍິງຫົກຄົນ ແລະ ຊາຍສີ່ຄົນ.”

ອ່ານຕໍ່…

ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/ten-lao-migrant-workers-die-08202019144737.html