ເຂື່ອນນ້ອຍແຕກຢູ່ທາງພາກຕາເວັນອອກສຽງເໜືອຂອງລາວເຮັດໃຫ້ເກີດຜົນເສຍຫາຍຕໍ່ທ້ອງຖິ່ນ ແລະ ເຈົ້າຂອງໂຄງການ

ຝົນຕົກໜັກທາງພາກຕາເວັນອອກສຽງເໜືອຂອງລາວ ເຮັດໃຫ້ເຂື່ອນໄຟຟ້ານ້ອຍຂະໜາດໜຶ່ງເມກາວັດແຕກ ຢູ່ເມືອງແປກ ແຂວງຊຽງຂວາງ ໃນຕົ້ນອາທິດນີ້, ເຮັດໃຫ້ເກີດຜົນເສຍຫາຍເປັນບໍລິເວນກວ້າງ ແລະ ນ້ຳຖ້ວມໄຮ່ນາ ແລະ ຊັບສິນ, ຕາມການລາຍງານຂອງປະຊາຊົນທ້ອງຖິ່ນໃນວັນພຸດຜ່ານມານີ້.

“ເນື່ອງຈາກຝົກຕົກໜັກ ແລະ ມີປະລິມານນ້ຳຫຼາຍເກີນໄປ ເຮັດໃຫ້ເຂື່ອນບໍ່ສາມາດຕ້ານທານໄດ້ ຈຶ່ງແຕກພັງລົງ ສ້າງຄວາມເສຍຫາຍເປັນບໍລິເວນກວ້າງ ແລະ ເກີດນ້ຳຖ້ວມພື້ນທີ່ໄຮ່ນາ ແລະ ໜອງປາ 30 ເຮັກຕາ (74 ເອເຄີ),” ຕາມການກ່າວຂອງຊາວບ້ານທີ່ອາໄສຢູ້ໃກ້ກັບເຂື່ອນດັ່ງກ່າວ.

ອ່ານຕໍ່…

ທີມຂ່າວ RFA ລາວ
https://www.rfa.org/english/news/laos/dam-break-in-northeast-laos-08082019163519.html