ລັດຖະບານລາວເລີ່ມແຜນກວດສອບເຂື່ອນໄຟຟ້າ 55 ແຫ່ງ ໜຶ່ງປີພາຍຫຼັງໄພພິບັດເຂື່ອນ PNPC 

ລັດຖະບານລາວເນັ້ນໃສ່ການດຳເນີນແຜນກວດສອບເຂື່ອນໄຟຟ້າທັງໝົດຈຳນວນ 55 ແຫ່ງໃນລາວ ຫຼັງຈາກເກືອບໜຶ່ງປີຂອງການແຕກຂອງສັນເຂື່ອນແຫ່ງໜຶ່ງ ເຮັດໃຫ້ເກີດໄພພິບັດນ້ຳຖ້ວມຄັ້ງຮ້າຍແຮງທີ່ສຸດໃນປະເທດໃນຮອບຫຼາຍທົດສະວັດ.

ໄພພິບັດດັ່ງກ່າວໄດ້ເກີດຂຶ້ນໃນວັນທີ 23 ກໍລະກົດ 2018 ເມື່ອສັນເຂື່ອນຂອງໂຄງການພະລັງງານໄຟຟ້າເຊປຽນ-ເຊນ້ຳນ້ອຍ (PNPC) ແຕກພັງລົງເນື່ອງຈາກຝົນຕົກໜັກ, ເຮັດໃຫ້ນ້ຳໄຫຼເຂົ້າຖ້ວມ 12 ບ້ານ ແລະ ມີຜູ້ເສຍຊີວິດຢ່າງໜ້ອຍ 40 ຄົນ ທັງມີຜູ້ສູນຫາຍອີກຈຳນວນໜຶ່ງຢູ່ແຂວງຈຳປາສັກ ແລະ ອັດຕະປື.

ລັດຖະບານຈະເນັ້ນໃສ່ກວດສອບໂຄງສ້າງ, ການອອກແບບ ແລະ ມາດຕະຖານທາງວິຊາການຂອງເຂື່ອນ ໃນຂະນະດຽວກັນກໍຈະມີການກວດສອບວ່າເຈົ້າຂອງໂຄງການເຂື່ອນໄຟຟ້າມີການປະກັນໄພຖືກຕ້ອງ ແລະ ມີທີ່ປຶກສາທີ່ມີຄວາມຊຳນິຊຳນານປະຈຳຫຼືບໍ່.

ອ່ານຕໍ່…

ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/laos-55-dams-inspect-07022019152725.html