ເຈົ້າໜ້າທີ່ລາວອະນຸຍາດໃຫ້ບໍລິສັດຈີນປູກຝັງໃນທີ່ດິນທີ່ຈັດສັນສຳລັບຜູ້ປະສົບໄພເຂື່ອນແຕກ

ບໍລິສັດຈີນຈະເຮັດສວນກ້ວຍໃນພື້ນທີ່ຈັດສັນຂອງລັດຖະບານເພື່ອຊົດເຊີຍໃຫ້ແກ່ຜູ້ປະສົບໄພເຂື່ອນແຕກໃນປີ 2018 ທີ່ຖືໄດ້ວ່າເປັນໄພນ້ຳຖ້ວມຄັ້ງຮ້າຍແຮງທີ່ສຸດຂອງປະເທດ ໃນຮອບຫຼາຍທົດສະວັດ, ຕາມຂ່າວຈາກໜ່ວຍຂ່າວ RFA ລາວ.

ໄພພິບັດດັ່ງກ່າວ ເກີດຂື້ນໃນເດືອນກໍລະກົດປີກາຍນີ້ ເນື່ອງຈາກສັນເຂື່ອນຂອງໂຄງການພະລັງງານໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກ ຫຼັງຈາກມີຝົນຕົກໜັກ ເຮັດໃຫ້ນ້ຳໄຫຼຖ້ວມ 12 ບ້ານ ແລະ ຂ້າຊີວິດຊາວບ້ານຢ່າງໜ້ອຍ 40 ຄົນຢູ່ແຂວງຈຳປາສັກ ແລະ ອັດຕະປືທາງພາກໃຕ້ຂອງລາວ ແລະ ມີຜູ້ສູນຫາຍອີກບາງຈຳນວນ.

ພື້ນທີ່ດິນຈຳນວນ 2,000 ເຮັກຕາທີ່ຕັ້ງຢູ່ໃກ້ບ້ານພິນດົງ ເມືອງສະໜາມໄຊ ແຂວງອັດຕະປື ໄດ້ຮັບການບຸກເບີກໂດຍລັດຖະບານໃນສາມເດືອນກ່ອນ ເຊິ່ງເຂົ້າໃຈວ່າຈະມອບໃຫ້ແກ່ຜູ້ປະສົບໄພໃຫ້ສາມາດທຳການຜະລິດໃນຊ່ວງລະດູຝົນນີ້,​ ແຕ່ວ່າຫຼ້າສຸດ ອຳນາດການປົກຄອງໄດ້ມີການອະນຸຍາດໃຫ້ນັກລົງທຶນຈີນເຂົ້າມາປູກກ້ວຍ.

ອ່ານຕໍ່…

RFA’s Lao Service
https://www.rfa.org/english/news/laos/laos-bananas-on-survivor-land-05292019154355.html