ກຸ່ມອະນຸລັກແມ່ນ້ຳຂອງ ຊຸກຍູ້ໃຫ້ລາວຍົກເລີກການກໍ່ສ້າງເຂື່ອນໃຫຍ່ແຫ່ງທີຫ້າໃນສາຍແມ່ນ້ຳຂອງ

ໃນວັນອັງຄານນີ້ ກຸ່ມພັນທະມິດອົງການທີ່ບໍ່ຂຶ້ນກັບລັດຖະບານ ໄດ້ອອກມາຮຽກຮ້ອງໃຫ້ຍົກເລີກໂຄງການກໍ່ສ້າງເຂື່ອນຂະໜາດໃຫຍ່ແຫ່ງທີຫ້າໃນສາຍແມ່ນ້ຳຂອງຢູ່ລາວ, ໂດຍກ່າວອ້າງເຖິງຜົນເສຍຫາຍອັນໃຫຍ່ຫຼວງຂອງເຂື່ອນທີ່ມີໃນປະຈຸບັນ ຕໍ່ຄວາມສາມາດຂອງພາກພື້ນໃນການຮັບມືກັບວິກິດການທາງສິ່ງແວດລ້ອມ. 

ການກໍ່ສ້າງເຂື່ອນຢູ່ຫຼວງພະບາງນີ້ ຍິ່ງຈະເພີ່ມທະວີຄວາມຮ້າຍແຮງຂອງຜົນກະທົບຈາກການປ່ຽນແປງຂອງສະພາບອາກາດ ທີ່ກຳລັງສົ່ງຜົນຕໍ່ພາກພື້ນໃນປີນີ້, ກຸ່ມອະນຸລັກແມ່ນ້ຳຂອງ ກ່າວເປີດເຜີຍໃນບົດຂ່າວຕໍ່ສື່ມວນຊົນ.

ອ່ານຕໍ່…

Eugene Whong
https://www.rfa.org/english/news/laos/save-mekong-coalition-luang-prabang-10082019144557.html