ກຸ່ມອົງການ NGOs ກ່າວຕ້ານການກໍ່ສ້າງເຂື່ອນໄຟຟ້າແຫ່ງໃໝ່ຂອງລາວ

ແຜນການກໍ່ສ້າງເຂື່ອໄຟຟ້ານ້ຳຂອງແຫ່ງໃໝ່ຂອງລາວ ໄດ້ສ້າງຄວາມກັງວົນຢ່າງຍິ່ງໃນກຸ່ມອົງການທີ່ບໍ່ຂຶ້ນກັບລັກຖະບານ (NGOs) ເພື່ອສິ່ງແວດລ້ອມໃນປະເທດໄທ, ເຊິ່ງກ່າວວ່າການສ້າງເຂື່ອນໄຟຟ້າຂະໜາດໃຫຍ່ແຫ່ງທີຫ້າຂອງລາວ ຈະສ້າງຜົນເສຍຫາຍຢ່າງຮ້າຍແຮງຕໍ່ປາ ແລະ ຄົນໃນພາກພື້ນ.

ໂຄງການກໍ່ສ້າງເຂື່ອນໄຟຟ້າຫຼວງພະບາງ ຈະເປັນເປັນເຂື່ອນໄຟຟ້າຂະໜາດໃຫຍ່ແຫ່ງທີຫ້າໃນແມ່ນ້ຳຂອງ. ລັດຖະບານລາວໄດ້ແຈ້ງຕໍ່ຄະນະກຳມາທິການແມ່ນ້ຳຂອງ (MRC) ໃນວັນທີ 31 ກໍລະກົດຜ່ານມາວ່າ ຈະຍື່ນຂໍ້ສະເໜີໂຄງການ ເພື່ອດຳເນີນຕາມຂະບວນການປຶກສາຫາລືລ່ວງໜ້າຫົກເດືອນ ຕາມຂັ້ນຕອນການແຈ້ງການ, ການປຶກສາຫາລືລ່ວງໜ້າ ແລະ ການຕົກລົງ (PNPCA) ຂອງ MRC.

ອ່ານຕໍ່…

ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/laos-luang-prabang-dam-mekong-09232019161400.html