Economic, social and cultural rights
Land and housing rights and evictions
ການສ້າງທີ່ຢູ່ອາໃສສຳເລັດເພື່ອມອບໃຫ້ປະຊາຊົນທີ່ຍ້າຍອອກຈາກໂຄງການເຂື່ອນໄຟຟ້ານ້ຳເທີນ 1
ໂຄງການເຂື່ອນໄຟຟ້ານໍ້າເທີນ 1 ໄດ້ມອບເຮືອນຫຼັງໃໝ່ໃຫ້ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການ. ປະຈຸບັນນີ້ມີເຮືອນຈຳນວນ 88 ຫຼັງກຽມພ້ອມເພື່ອມອບໃຫ້ຄອບຄົວປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໂຄງການໄຟຟ້າຢູ່ແຂວງບໍລິຄໍາໄຊ. ທີ່ຢູ່ອາໃສ່ໃໝ່ນັ້ນ ໄດ້ຕັ້ງຢູ່ບ້ານເມືອງມ່ວນ, ເມືອງວຽງທອງ, ແຂວງບໍລິຄຳໄຊ. ໂຄງການດັ່ງກ່າວຄາດວ່າຈະເປີດໃຫ້ບໍລິການພາຍໃນເດືອນພຶດສະພາ 2022. ການກໍ່ສ້າງໂຄງການໄດ້ເລີ່ມຕົ້ນຂື້ນໃນເດືອນມິຖຸນາ 2016, ດ້ວຍມູນຄ່າທັງໝົດ 1.335 ຕື້ໂດລາສະຫະລັດ, ເປັນເງິນກູ້ 70 % ຈາກກຸ່ມທະນາຄານໄທ ແລະ ການປະກອບສ່ວນ 30 % ຈາກບັນດາຜູ້ຮ່ວມຮຸ້ນ. ອ່ານເພິ່ມເຕີມ ...
ໄພບູນ ທະນະບົວສີ
ຊາວບ້ານ ຄັດຄ້ານການສຳປະທານທີ່ດິນໄລຍະ 50 ປີ ໃຫ້ແກ່ບໍລິສັດໄທ

ປະຊາຊົນໃນເຈັດບ້ານຂອງແຂວງຫຼວງນ້ຳທາ ກຳລັງພະຍາຍາມຄັດຄ້ານການອະນຸມັດການສຳປະທານທີ່ດິນຂະໜາດ 5,000 ເຮັກຕາໃຫ້ແກ່ບໍລິສັດໄທ ເຊິ່ງບັງຄັບໃຫ້ພວກເຂົາຕ້ອງຍ້າຍພູມລຳເນົາອອກຈາກພື້ນທີ່.ຊາວບ້ານມີຄວາມກັງວົນວ່າ ພື້ນທີ່ໂຄງການດັ່ງກ່າວຈະໄດ້ຮັບການພັດທະນາໃຫ້ເປັນເຂດອຸດສາຫະກຳໂດຍບໍລິສັດອາມະຕະຂອງໄທ ເຊິ່ງຈະສົ່ງຜົນເສຍຕໍ່ສະພາບແວດລ້ອມໃນໄລຍະຍາວ.ໜຶ່ງຊາວບ້ານໃນເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ເຊິ່ງທີ່ດິນຂອງຕົນນອນຢູ່ໃນພື້ນທີ່ສຳປະທານ ໄດ້ຢືນຢັນຕໍ່ສຳນັກຂ່າວວິທະຍຸເສລີອາຊີລາວ ໃນອາທິດແລ້ວນີ້ວ່າ ໂຄງການສຳປະທານດັ່ງກ່າວກວມເອົາພື້ນທີ່ບ້ານຫ້ວຍດຳ, ຫ້ວຍຫອມ, ນ້ຳແດງເໜືອ, ນ້ຳແດງໃຕ້ ແລະ ບ້ານອື່ນໆອີກສາມແຫ່ງ.ອ່ານຕໍ່ ...
ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/laos-thailand-concession-10012019165645.html