Human rights

Economic, social and cultural rights

ການສ້າງທີ່ຢູ່ອາໃສສຳເລັດເພື່ອມອບໃຫ້ປະຊາຊົນທີ່ຍ້າຍອອກຈາກໂຄງການເຂື່ອນໄຟຟ້ານ້ຳເທີນ 1​

ໂຄງການເຂື່ອນໄຟຟ້ານໍ້າເທີນ 1 ໄດ້ມອບເຮືອນຫຼັງໃໝ່ໃຫ້ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການ. ປະຈຸບັນນີ້ມີເຮືອນຈຳນວນ 88 ຫຼັງກຽມພ້ອມເພື່ອມອບໃຫ້ຄອບຄົວປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໂຄງການໄຟຟ້າຢູ່ແຂວງບໍລິຄໍາໄຊ. ທີ່ຢູ່ອາໃສ່ໃໝ່ນັ້ນ ໄດ້ຕັ້ງຢູ່ບ້ານເມືອງມ່ວນ, ເມືອງວຽງທອງ, ແຂວງບໍລິຄຳໄຊ. ໂຄງການດັ່ງກ່າວຄາດວ່າຈະເປີດໃຫ້ບໍລິການພາຍໃນເດືອນພຶດສະພາ 2022. ການກໍ່ສ້າງໂຄງການໄດ້ເລີ່ມຕົ້ນຂື້ນໃນເດືອນມິຖຸນາ 2016, ດ້ວຍມູນຄ່າທັງໝົດ 1.335 ຕື້ໂດລາສະຫະລັດ, ເປັນເງິນກູ້ 70 % ຈາກກຸ່ມທະນາຄານໄທ ແລະ ການປະກອບສ່ວນ 30 % ຈາກບັນດາຜູ້ຮ່ວມຮຸ້ນ. ອ່ານເພິ່ມເຕີມ  ...

ໄພບູນ ທະນະບົວສີ

ຊາວບ້ານ ຄັດຄ້ານການສຳປະທານທີ່ດິນໄລຍະ 50 ປີ ໃຫ້ແກ່ບໍລິສັດໄທ

ປະຊາຊົນໃນເຈັດບ້ານຂອງແຂວງຫຼວງນ້ຳທາ ກຳລັງພະຍາຍາມຄັດຄ້ານການອະນຸມັດການສຳປະທານທີ່ດິນຂະໜາດ 5,000 ເຮັກຕາໃຫ້ແກ່ບໍລິສັດໄທ ເຊິ່ງບັງຄັບໃຫ້ພວກເຂົາຕ້ອງຍ້າຍພູມລຳເນົາອອກຈາກພື້ນທີ່.ຊາວບ້ານມີຄວາມກັງວົນວ່າ ພື້ນທີ່ໂຄງການດັ່ງກ່າວຈະໄດ້ຮັບການພັດທະນາໃຫ້ເປັນເຂດອຸດສາຫະກຳໂດຍບໍລິສັດອາມະຕະຂອງໄທ ເຊິ່ງຈະສົ່ງຜົນເສຍຕໍ່ສະພາບແວດລ້ອມໃນໄລຍະຍາວ.ໜຶ່ງຊາວບ້ານໃນເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ເຊິ່ງທີ່ດິນຂອງຕົນນອນຢູ່ໃນພື້ນທີ່ສຳປະທານ ໄດ້ຢືນຢັນຕໍ່ສຳນັກຂ່າວວິທະຍຸເສລີອາຊີລາວ ໃນອາທິດແລ້ວນີ້ວ່າ ໂຄງການສຳປະທານດັ່ງກ່າວກວມເອົາພື້ນທີ່ບ້ານຫ້ວຍດຳ, ຫ້ວຍຫອມ, ນ້ຳແດງເໜືອ, ນ້ຳແດງໃຕ້ ແລະ ບ້ານອື່ນໆອີກສາມແຫ່ງ.ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/laos-thailand-concession-10012019165645.html

ລາວປ່ອຍໂຕ ແລະ ເນລະເທດຊາວອາເມລິກາທີ່ຖືກຂໍ້ຫາເຂົ້າມາເຜີຍແຜ່ສາດສະໜາໂດຍບໍ່ໄດ້ຮັບອະນຸຍາດ

ປັບປຸງເວລາ 3.45 P.M. ວັນທີ 2019-04-18ຊາວອາເມລິກາສາມຄົນທີ່ຖືກກັກຕົວໃນລາວມາແຕ່ອາທິດແລ້ວນີ້ ໃນຂໍ້ຫາເຂົ້າມາເຜີຍແຜ່ຄຳພີໄບເບີ້ນ ແລະ ສື່ສາດສະໜາດໂດຍບໍ່ໄດ້ຮັບອະນຸຍາດຈາກການຈັດຕັ້ງ ໄດ້ຖືກປ່ອຍຕົວ ແລະ ເນລະເທດໄປປະເທດໄທ ໃນວັນພະຫັດນີ້, ອົງການຈັດຕັ້ງສາດສະໜາທີ່ກ່ຽວຂ້ອງເຜີຍຕໍ່ໜ່ວຍຂ່າວ RFA ລາວ.ອາສາສະໝັກຈາກ ອົງການສາດສະໜາ Vision Beyond Borders ທີ່ຕັ້ງຢູ່ຫວຽວໝິງ, ໃນນາມສົມມຸດ: ເວ, ອໍທຳ ແລະ ໂຈເຊັບ ໄດ້ຖືກກັກຕົວໂດຍເຈົ້າໜ້າທີ່ຕຳຫຼວດ ທີ່ແຂວງຫຼວງນ້ຳທາ ພາກເໜືອຂອງລາວ ໃນວັນທີ 8 ເມສາ, ຫຼັງຈາກທີ່ໄດ້ລົງເຜີຍແຜ່ສື່ສາດສະໜາໃຫ້ແກ່ຊາວບ້ານ, ຕາມການບອກກ່າວຂອງເຈົ້າໜ້າທີ່ ແລະ ພະຍານ ຕໍ່ໜ່ວຍຂ່າວ RFA.ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ

ລາວຈັບ 3 ຄົນອາເມລິກາ ຖານເຜີຍແຜ່ສື່ສາດສະໜາຄຣິສໂດຍບໍ່ໄດ້ຮັບອະນຸຍາດ

ແກ້ໄຂ 7 P.M. ວັນທີ 2019-04-12ເຈົ້າໜ້າທີ່ລາວໄດ້ຈັບຕົວຊາວອາເມລິກາ 3 ຄົນ ທີ່ເມືອງສິງ ແຂວງຫຼວງນ້ຳທາ ທີ່ທຳການເຜີຍແຜ່ຄຳພີໄບເບີ້ນ ແລະ ສື່ໂຄສະນາສາດສະໜາຕ່າງໆ ໂດຍບໍ່ໄດ້ຮັບອະນຸຍາດ, ອົງການຄຣິສຕຽນອາເມລິກາລາຍງານຕໍ່ໜ່ວຍຂ່າວ RFA ລາວໃນວັນສຸກຜ່ານມາ.ຕາມການເປີດເຜີຍລາຍຊື່ຈາກອົງການ, ເວນ, ອໍທຳ ແລະ ໂຈເຊັບ ຄາດວ່າໄດ້ຖືກກັກຕົວທີ່ບ້ານພັກມາແຕ່ວັນຈັນ, ຫຼັງຈາກທີ່ໄດ້ລົງເຜີຍແຜ່ສື່ສາດສະໜາດັ່ງກ່າວຢູ່ຕາມບ້ານທາງພາກເໜືອຂອງລາວ.ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

2hDrf
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!