ລາວຈັບ 3 ຄົນອາເມລິກາ ຖານເຜີຍແຜ່ສື່ສາດສະໜາຄຣິສໂດຍບໍ່ໄດ້ຮັບອະນຸຍາດ

ແກ້ໄຂ 7 P.M. ວັນທີ 2019-04-12

ເຈົ້າໜ້າທີ່ລາວໄດ້ຈັບຕົວຊາວອາເມລິກາ 3 ຄົນ ທີ່ເມືອງສິງ ແຂວງຫຼວງນ້ຳທາ ທີ່ທຳການເຜີຍແຜ່ຄຳພີໄບເບີ້ນ ແລະ ສື່ໂຄສະນາສາດສະໜາຕ່າງໆ ໂດຍບໍ່ໄດ້ຮັບອະນຸຍາດ, ອົງການຄຣິສຕຽນອາເມລິກາລາຍງານຕໍ່ໜ່ວຍຂ່າວ RFA ລາວໃນວັນສຸກຜ່ານມາ.

ຕາມການເປີດເຜີຍລາຍຊື່ຈາກອົງການ, ເວນ, ອໍທຳ ແລະ ໂຈເຊັບ ຄາດວ່າໄດ້ຖືກກັກຕົວທີ່ບ້ານພັກມາແຕ່ວັນຈັນ, ຫຼັງຈາກທີ່ໄດ້ລົງເຜີຍແຜ່ສື່ສາດສະໜາດັ່ງກ່າວຢູ່ຕາມບ້ານທາງພາກເໜືອຂອງລາວ.

ອ່ານຕໍ່…

ໜ່ວຍຂ່າວ RFA ລາວ