ລາວປ່ອຍໂຕ ແລະ ເນລະເທດຊາວອາເມລິກາທີ່ຖືກຂໍ້ຫາເຂົ້າມາເຜີຍແຜ່ສາດສະໜາໂດຍບໍ່ໄດ້ຮັບອະນຸຍາດ

ປັບປຸງເວລາ 3.45 P.M. ວັນທີ 2019-04-18

ຊາວອາເມລິກາສາມຄົນທີ່ຖືກກັກຕົວໃນລາວມາແຕ່ອາທິດແລ້ວນີ້ ໃນຂໍ້ຫາເຂົ້າມາເຜີຍແຜ່ຄຳພີໄບເບີ້ນ ແລະ ສື່ສາດສະໜາດໂດຍບໍ່ໄດ້ຮັບອະນຸຍາດຈາກການຈັດຕັ້ງ ໄດ້ຖືກປ່ອຍຕົວ ແລະ ເນລະເທດໄປປະເທດໄທ ໃນວັນພະຫັດນີ້, ອົງການຈັດຕັ້ງສາດສະໜາທີ່ກ່ຽວຂ້ອງເຜີຍຕໍ່ໜ່ວຍຂ່າວ RFA ລາວ.

ອາສາສະໝັກຈາກ ອົງການສາດສະໜາ Vision Beyond Borders ທີ່ຕັ້ງຢູ່ຫວຽວໝິງ, ໃນນາມສົມມຸດ: ເວ, ອໍທຳ ແລະ ໂຈເຊັບ ໄດ້ຖືກກັກຕົວໂດຍເຈົ້າໜ້າທີ່ຕຳຫຼວດ ທີ່ແຂວງຫຼວງນ້ຳທາ ພາກເໜືອຂອງລາວ ໃນວັນທີ 8 ເມສາ, ຫຼັງຈາກທີ່ໄດ້ລົງເຜີຍແຜ່ສື່ສາດສະໜາໃຫ້ແກ່ຊາວບ້ານ, ຕາມການບອກກ່າວຂອງເຈົ້າໜ້າທີ່ ແລະ ພະຍານ ຕໍ່ໜ່ວຍຂ່າວ RFA.

ອ່ານຕໍ່…

ໜ່ວຍຂ່າວ RFA ລາວ