ຊາວບ້ານ ຄັດຄ້ານການສຳປະທານທີ່ດິນໄລຍະ 50 ປີ ໃຫ້ແກ່ບໍລິສັດໄທ

ປະຊາຊົນໃນເຈັດບ້ານຂອງແຂວງຫຼວງນ້ຳທາ ກຳລັງພະຍາຍາມຄັດຄ້ານການອະນຸມັດການສຳປະທານທີ່ດິນຂະໜາດ 5,000 ເຮັກຕາໃຫ້ແກ່ບໍລິສັດໄທ ເຊິ່ງບັງຄັບໃຫ້ພວກເຂົາຕ້ອງຍ້າຍພູມລຳເນົາອອກຈາກພື້ນທີ່.
ຊາວບ້ານມີຄວາມກັງວົນວ່າ ພື້ນທີ່ໂຄງການດັ່ງກ່າວຈະໄດ້ຮັບການພັດທະນາໃຫ້ເປັນເຂດອຸດສາຫະກຳໂດຍບໍລິສັດອາມະຕະຂອງໄທ ເຊິ່ງຈະສົ່ງຜົນເສຍຕໍ່ສະພາບແວດລ້ອມໃນໄລຍະຍາວ.
ໜຶ່ງຊາວບ້ານໃນເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ເຊິ່ງທີ່ດິນຂອງຕົນນອນຢູ່ໃນພື້ນທີ່ສຳປະທານ ໄດ້ຢືນຢັນຕໍ່ສຳນັກຂ່າວວິທະຍຸເສລີອາຊີລາວ ໃນອາທິດແລ້ວນີ້ວ່າ ໂຄງການສຳປະທານດັ່ງກ່າວກວມເອົາພື້ນທີ່ບ້ານຫ້ວຍດຳ, ຫ້ວຍຫອມ, ນ້ຳແດງເໜືອ, ນ້ຳແດງໃຕ້ ແລະ ບ້ານອື່ນໆອີກສາມແຫ່ງ.
ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/laos-thailand-concession-10012019165645.html