ການສ້າງທີ່ຢູ່ອາໃສສຳເລັດເພື່ອມອບໃຫ້ປະຊາຊົນທີ່ຍ້າຍອອກຈາກໂຄງການເຂື່ອນໄຟຟ້ານ້ຳເທີນ 1​

ໂຄງການເຂື່ອນໄຟຟ້ານໍ້າເທີນ 1 ໄດ້ມອບເຮືອນຫຼັງໃໝ່ໃຫ້ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການ. ປະຈຸບັນນີ້ມີເຮືອນຈຳນວນ 88 ຫຼັງກຽມພ້ອມເພື່ອມອບໃຫ້ຄອບຄົວປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໂຄງການໄຟຟ້າຢູ່ແຂວງບໍລິຄໍາໄຊ. ທີ່ຢູ່ອາໃສ່ໃໝ່ນັ້ນ ໄດ້ຕັ້ງຢູ່ບ້ານເມືອງມ່ວນ, ເມືອງວຽງທອງ, ແຂວງບໍລິຄຳໄຊ. ໂຄງການດັ່ງກ່າວຄາດວ່າຈະເປີດໃຫ້ບໍລິການພາຍໃນເດືອນພຶດສະພາ 2022. ການກໍ່ສ້າງໂຄງການໄດ້ເລີ່ມຕົ້ນຂື້ນໃນເດືອນມິຖຸນາ 2016, ດ້ວຍມູນຄ່າທັງໝົດ 1.335 ຕື້ໂດລາສະຫະລັດ, ເປັນເງິນກູ້ 70 % ຈາກກຸ່ມທະນາຄານໄທ ແລະ ການປະກອບສ່ວນ 30 % ຈາກບັນດາຜູ້ຮ່ວມຮຸ້ນ. 

ອ່ານເພິ່ມເຕີມ… 

ໄພບູນ ທະນະບົວສີ