ສ ເກົາຫຼີ ຖືກວິຈານທີ່ບໍ່ສາມາດປົກປ້ອງສິດທິເດັກຈາກເຫດເຂື່ອນແຕກໃນລາວ

ເກົາຫຼີໃຕ້ ໄດ້ຖືກວິຈານ ເນື່ອງຈາກບໍ່ສາມາດປົກປ້ອງສິດທິເດັກຈາກເຫດເຂື່ອນແຕກໃນລາວປີກາຍນີ້ ເຊິ່ງເຮັດໃຫ້ຫຼາຍສິບຊີວິດຕ້ອງສູນເສຍ. ອົງການສະຫະປະຊາຊາດ ແນະນຳໃຫ້ລາວ ກວດກາໂຄງການຕ່າງປະເທດຢ່າງໃກ້ຊິດ ເພື່ອປ້ອງກັນການລ່ວງລະເມີດສິດທິດັ່ງກ່າວທີ່ອາດເກີດຂຶ້ນ.

ຄະນະສົນທິສັນຍາສະຫະປະຊາຊາດວ່າດ້ວຍສິດທິເດັກ ກ່າວໃນວັນທີ 3 ຕຸລານີ້ວ່າ ປະເທດເກົາຫຼີໃຕ້ຄວນພິຈາລະນາວ່າ ບໍລິສັດ ຫຼື ອົງການຈັດຕັ້ງຂອງຕົນລ່ວງລະເມີດສິດທິເດັກໃນທ້ອງຖິ່ນຫຼືບໍ່ ເມື່ອມີການໄປລົງທຶນຢູ່ຕ່າງປະເທດ ຫຼື ດຳເນີນໂຄງການຮ່ວມມືເພື່ອການພັດທະນາສາກົນ, ແລະ ຄວນສ້າງລະບົບເພື່ອຮັບປະກັນວ່າເຈົ້າໜ້າມີຄວາມຮັບຜິດຊອບທີ່ດີຕໍ່ເຫດການທີ່ເຮັດໃຫ້ເກີດຄວາມເສຍຫາຍ.

ອ່ານຕໍ່…

Taejun Kang
https://laotiantimes.com/2019/10/09/s-korea-criticized-for-failing-to-protect-childrens-rights-over-laos-dam-collapse/