ແປດຄົນເສຍຊີວິດເທິງເຮືອສຳລານຂອງໃນວັນອາທິດ

ແປດຄົນໄດ້ຈົມນ້ຳທີ່ເຮືອສຳລານອັບປາງໃນຕອນເຊົ້າຂອງວັນອາທິດ ໃນລະຫວ່າງການທ່ອງທ່ຽວຢູ່ອ່າງນ້ຳງື່ມ – ແຫຼ່ງທ່ອງທ່ຽວທີ່ນິຍົມຢູ່ແຂວງວຽງຈັນ. ໃນເຮືອດັ່ງກ່າວ ໄດ້ບັນຈຸ 39 ຄົນ ແລະ ໄດ້ຫຼົ້ມໃນເວລາ 9 ໂມງເຊົ້າຍ້ອນສາເຫດລົມພະຍຸ ທີ່ໄດ້ພັດປົກຄຸມທາງພາກເໜືອ ແລະ ພາກກາງຂອງລາວໃນວັນພັກທ້າຍສັບປະດາ. ອ່ານເພິ່ມເຕີມ   ...

ຜູ້ລາຍງານຂ່າວທາມສ໌

ຍີ່ປຸ່ນຊ່ວຍຊຸກຍູ້ຄວາມອາດສາມາດຂອງອົງການ MRC ເພື່ອແກ້ໄຂບັນຫາໄພນ້ຳຖ້ວມຢູ່ພາກພື້ນແມ່ນ້ຳຂອງ

ລັດຖະບາຍຍີ່ປຸ່ນໄດ້ໃຫ້ເງິນຊຸກຍູ້ຈຳນວນ 2.9 ລ້ານໂດລາສະຫະລັດ ແກ່ຄະນະກຳມະການແມ່ນ້ຳຂອງ ຫຼື Mekong River Commission (MRC) ເພື່ອຈັດຕັ້ງແຜນຍຸດທະສາດໃໝ່, ຊອກຫາເພື່ອສົ່ງເສີມການພັດທະນາແບບມີຄວາມຮັບຜິດຊອບຢູ່ໃນພາກພື້ນແມ່ນ້ຳຂອງ.  ແມ່ນໍ້າຂອງ ແລະ ສາຂາແມ່ນໍ້າຂອງໄດ້ສະໜັບສະໜູນປະຊາຊົນເກືອບ 70 ລ້ານຄົນໃນເຂດລຸ່ມແມ່ນໍ້າຂອງ, ເຊິ່ງຊ່ວຍເຫຼືອຊີວິດການເປັນຢູ່, ຄວາມປອດໄພດ້ານສະບຽງອາຫານ ແລະ ການບໍລິການລະບົບນິເວດທີ່ອຸດົມສົມບູນ. ບັນດາປະເທດໃນອ່າງແມ່ນ້ ຳຂອງ ໄດ້ປະສົບບັນຫາລະດັບນ້ຳຫຼຸດລົງໃນປີ 2019 ແລະ 2020 ແລະ ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ.ອ່ານເພິ່ມເຕີມທີ່  ...

ສຳນັກຂ່າວສານປະເທດລາວ

ລະດັບແມ່ນໍ້າຂອງເພີ່ມຂື້ນ, ລະດູຝົນປີນີ້ກໍຈະເລີ່ມຂື້ນໄວກ່ວາທຸກປີ

ລະດັບນໍ້າໃນບາງສ່ວນຂອງແມ່ນໍ້າຂອງ ໄດ້ເພີ່ມຂື້ນເລັກນ້ອຍໃນ 7 ມື້ທີ່ຜ່ານມາ ອີງຕາມການລາຍງານຂອງ ກອງເລຂາຄະນະກໍາມະການແມ່ນໍ້າຂອງ (MRC). ອີງຕາມຂໍ້ມູນລະດັບນໍ້າຂອງສັງກັດ MRC, ການໄຫຼເຂົ້າຂອງສະຖານີອຸທົກກະສາດ Jinghong ເພີ່ມຂຶ້ນຈາກ 786 ແມັດກ້ອນຕໍ່ວິນາທີ (m³ / s) ໃນວັນຈັນອາທິດຜ່ານມາເຖິງ 1,020 m20 / s ໃນມື້ນີ້ (22 ກຸມພາ) ໃນເຂດລຸ່ມແມ່ນໍ້າຂອງ, ເຫດການດັ່ງກ່າວປາກົດຂື້ນຈາກເມືອງຊຽງແສນໃນປະເທດໄທ ເຖິງນະຄອນຫຼວງວຽງຈັນໃນ ສປປ ລາວ, ແຕ່ບໍ່ຄ່ອຍຈະແຈ້ງ ກ່ຽວກັບການເພິ່ມຂື້ນຂອງແມ່ນ້ ຳຂອງລະຫວ່າງ ນະຄອນພະນົມ, ປະເທດໄທ ແລະ ແຂວງສະຫວັນນະເຂດ, ສປປ ລາວ; ແລະ ກຳປົງຈາມ, ປະເທດກຳປຸເຈຍ ແລະ ແມ່ນໍ້າຂອງ ເດລຕາ, ...

ລັດສະໝີ ພອນວິໄລ

ແມ່ນ້ຳຂອງກຳລັງຕາຍລົງຢ່າງຊ້າໆ ແຕ່ແນ່ນອນ

ຄື້ນກະແສຂອງໄພແລ້ງ ແລະ ການກໍ່ສ້າງເຂື່ອນຕ່າງໆຕາມສາຍແມ່ນ້ຳຂອງ ໄດ້ສ້າງຄວາມກັງວົນຄັ້ງໃໝ່ ກ່ຽວກັບອະນາຄົດຂອງແມ່ນ້ຳທີ່ມີຄວາມຍາວ 4,700 ສາຍດັ່ງກ່າວ. ເຊິ່ງເປັນອູ່ເຂົ້າອູ່ນ້ຳຂອງຫຼາຍສິບລ້ານຊີວິດໃນປະເທດກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ.ເຂື່ອນທີ່ເກີດຂຶ້ນຢ່າງຫຼວງຫຼາຍ ກຳລັງກີດຂວງການໄຫຼຂອງແມ່ນ້ຳໃນອັດຕາທີ່ເພີ່ມຂຶ້ນ ເຮັດໃຫ້ບາງສ່ວນຂອງແມ່ນ້ຳທີ່ເຄີຍໄຫຼຢ່າງສະດວກເຫືອດແຫ້ງລົງ ແລະ  ເຮັດໃຫ້ທົ່ວພາກພື້ນປະສົບກັບໄພແຫ້ງແລ້ງຄັ້ງໃຫຍ່. ຕາມຄະນະກຳມາທິການແມ່ນ້ຳຂອງ ເຊິ່ງເປັນອົງກອງລະຫວ່າງລັດຖະບານ ທີ່ແນໃສ່ການຮ່ວມມືເພື່ອຄຸ້ມຄອງຊັບພະຍາກອນຂອງແມ່ນ້ຳດັ່ງກ່າວ.ເຂື່ອນໄຟຟ້າດອນສະໂຮງ ເຊິ່ງເປັນເຂື່ອນຫຼ້າສຸດໃນບັນດາເຂື່ອນນ້ຳຂອງຈຳນວນຫຼາຍສິບແຫ່ງ ໄດ້ເລີ່ມຕົ້ນການຜະລິດກະແສໄຟຟ້າ ຢູ່ໃກ້ກັບຊາຍແດນລະຫວ່າງລາວ-ກຳປູເຈຍ ໃນເດືອນພະຈິກນີ້. ເຊິ່ງພະລັງງານທີ່ຜະລິດສ່ວນໃຫຍ່ ຈະສົ່ງອອກໄປປະເທດໄທ ແລະ ກຳປູເຈຍ.ອ່ານຕໍ່ ...

SIMON ROUGHNEEN, BANGKOK

ແມ່ນ້ຳຂອງປ່ຽນເປັນສີຟ້າ ຢູ່ເມືອງທ່າແຂກ

ແມ່ນ້ຳຂອງ ເຊິ່ງຕາມປົກກກະຕິຈະເປັນສີນ້ຳຕານຂຸ້ນ ໄດ້ປ່ຽນເປັນສີຟ້າຄາມ ຄ້າຍກັບສີຂອງນ້ຳທະເລ ຢູ່ບາງທ້ອງຖິ່ນ.ປະຊາຊົນຊາວເມືອງທ່າແຂກ ແລະ ນະຄອນພະນົມຂອງໄທ ໄດ້ສັງເກດເຫັນສີຂອງແມ່ນ້ຳຂອງທີ່ປ່ຽນເປັນສີຟ້າໃນຊ່ວງອາທິດທີ່ຜ່ານມາ. ເຊິ່ງສື່ສັງຄົມອອນໄລ ໄດ້ມີການແລກປ່ຽນຮູບພາບປະກົດການອັນສວຍງາມນີ້ຂອງແມ່ນ້ຳຂອງ ເຊິ່ງມີບັນຍາກາດຄ້າຍຄືກັບທະເລ. ການປ່ຽນແປງຂອງສີຂອງແມ່ນ້ຳຂອງນີ້ ເຖິງວ່າຈະມີຄວາມສວຍງາມ ແຕ່ວ່າມັນເປັນສັນຍານເຕືອນໄພທີ່ໜ້າຕົກໃຈ ກ່ຽວກັບສະພາບຂອງແມ່ນ້ຳຂອງ.ລະດັບນ້ຳໃນແມ່ນ້ຳຂອງ ໃນບາງທ້ອງຖິ່ນໄດ້ຫຼຸດຕ່ຳລົງເຫຼືອພຽງ 1 ແມັດ ເຊິ່ງເປັນລະດັບທີ່ຕ່ຳທີ່ສຸດໃນຮອບ 50 ປີທີ່ມີການບັນທຶກ.ອ່ານຕໍ່ ...

Jasmina Yap

ບັນດາປະເທດໃນພາກພື້ນແມ່ນ້ຳຂອງຈຳເປັນຕ້ອງເພີ່ມທະວີຄວາມເປັນເຈົ້າການ ເພື່ອການວາງແຜນນຳໃຊ້ແມ່ນ້ຳ

(ຂປລ) ຄະນະກຳມາທິການແມ່ນ້ຳຂອງ ຊຸກຍູ້ໃຫ້ບັນດາປະເທດໃນພາກພື້ນລຸ່ມແມ່ນ້ຳຂອງ ເພີ່ມທະວີຄວາມເປັນເຈົ້າການໃນພາກພື້ນ ເພື່ອການວາງແຜນ ແລະ ການຄຸ້ມຄອງແມ່ນ້ຳ, ພາຍໃຕ້ກົນໄກການແລກປ່ຽນຂໍ້ມູນຂ່າວສານຢ່າງເປັນລະບົບ ແລະ ກ້າວໜ້າ ແລະ ການຕິດຕາມການໄຫຼຂອງນ້ຳຢ່າງເຂັ້ມແຂງ.MRC ກ່າວໃນບົດລານງານປະຈຳປີ “the State of the Basin Report 2018” ວ່າການດຳເນີນການດັ່ງກ່າວແມ່ນມີຄວາມຈຳເປັນເລັ່ງດ່ວນ ເພື່ອຈັດການກັບສິ່ງທ້າທາຍໃນທົ່ວນ່ານນ້ຳ ເຊັ່ນ ການຂະຫຍາຍຕົວຢ່າງວ່ອງໄວຂອງປະຊາກອນ, ການລົງທຶນທີ່ເພີ່ມທະວີໃນພາກພື້ນມ່ນ້ຳຂອງ, ການປ່ຽນແປງຂອງສະພາບອາກາດ ແລະ ໄພພິບັດທາງທຳມະຊາດ.ອ່ານຕໍ່ ...

ໂຕະຂ່າວ ຂປລ

ລະດັບນ້ຳໃນແມ່ນ້ຳງື່ມທີ່ຫຼຸດຕ່ຳລົງ ສ້າງຄວາມກັງວົນຕໍ່ການປູກພືດໃນລະດູແລ້ງ

ວຽງຈັນ (ວຽງຈັນທາມສ໌/ANN) – ລະດັບນ້ຳງື່ມທີ່ຫຼຸດຕ່ຳກວ່າປົກກະຕິ ພວມສ້າງຄວາມບໍ່ໝັ້ນໃຈໃນການສະໜອງນ້ຳໃຫ້ພໍພຽງຕໍ່ການຜະລິດໃນລະດູແລ້ງ ແລະ ສົ່ງຜົນກະທົບຕໍ່ການຜະລິດກະແສໄຟຟ້າໃນໂຮງງານໄຟຟ້ານ້ຳງື່ມ 1.ຕາມການສຳພາດທ່ານ ບຸນທັບ ວົງໄຊ ຮອງເຈົ້າເມືອງ ເມືອງທຸລະຄົມ ແຂວງວຽງຈັນ ຜ່ານສຳນັກຂ່າວເສດຖະກິດສັງຄົມ ໃຫ້ຮູ້ວ່າ ນັບແຕ່ຊ່ວງຕົ້ນເດືອນແລ້ວນີ້ ລະດັບນ້ຳໃນແມ່ນ້ຳງື່ມແມ່ນຕ່ຳກວ່າລະດັບປົກກະຕິຢູ່ 3-4 ແມັດທຽບກັບໄລຍະດຽວກັນຂອງປີຜ່ານມາ.ອ່ານຕໍ່ ...

ສົມໄຊ ແສງດາຣາ
http://annx.asianews.network/content/low-level-lao-nam-ngum-causes-concern-dry-season-crops-105665

ລະດັບນ້ຳເພີ່ມສູງຂຶ້ນເຖິງລະດັບສ່ຽງຕໍ່ໄພນ້ຳຖ້ວມ

ປະລິມານຝົນທີ່ຕົກຕໍ່ເນື່ອງທາງພາກເໜືອເຖິງພາກກາງຂອງປະເທດ ເຮັດໃຫ້ລະດັບນ້ຳໃນແມ່ນ້ຳເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ, ກົມອຸຕຸນິຍົມວິທະຍາ ແລະ ອຸທຸກະສາດແຈ້ງເຕືອນ.ທາງກົມໄດ້ແຈ້ງວ່າລະດັບນ້ຳໃນແມ່ນ້ຳເຊບັ້ງໄຟ ເມືອງເຊບັ້ງໄຟ ແຂວງຄຳມ່ວນປະຈຸບັນວັດແທກໄດ້ 19.14 ແມັດ ເກີນລະດັບອັນຕະລາຍ 18.50 ແມັດ. ເຮັດໃຫ້ຂົວແມ່ນ້ຳເຊບັ້ງໄຟ ເມືອງມະຫາໄຊ ສ່ຽງຕໍ່ໄພນ້ຳຖ້ວມ.ອ່ານຕໍ່ ...

ສີລັດດາ ສຸລິຍົງ

MRC ກຳລັງທຳການຕິດຕາມການໄຫຼຂອງນ້ຳໃນແມ່ນ້ຳຂອງຢ່າງໃກ້ຊິດ

ວຽງຈັນ (ວຽງຈັນທາມສ໌/ANN) — ຄະນະກຳມາທິການແມ່ນ້ຳຂອງ (MRC) ກຳລັງຕິດຕາມການໄຫຼຂອງນ້ຳໃນແມ່ນ້ຳຂອງຢ່າງໃກ້ຊິດ ທ່າມກາງໄພຂົ່ມຂູ່ທີ່ເພີ່ມທະວີຂຶ້ນຈາກການປ່ຽນແປງຂອງສະພາບອາກາດ.“ພາຍໃຕ້ສະພາບໃນປະຈຸບັນທີ່ການໄຫຼຂອງກະແສນ້ຳມີຕ່ຳ ແລະ ໄພແຫ້ງແລ້ງທີ່ຮ້າຍແຮງເປັນປະຫວັດສາດ, MRC ກຳລັງມີການຄາດຄະເນ ແລະ ແຈ້ງຂໍ້ມູນຂ່າວສານຕໍ່ພາກສ່ວນກ່ຽວຂ້ອງກ່ຽວກັບການປ່ຽນແປງການໄຫຼຂອງນ້ຳໃນແມ່ນ້ຳຂອງ, ເພື່ອໃຫ້ບັນດາປະເທດ ແລະ ຊຸມຊົນໃນຂົງເຂດລຸ່ມແມ່ນ້ຳຂອງໄດ້ກຽມຕົວ ແລະ ວາງແຜນຮັບມື,” ທ່ານ ປອ ສຸເທ ເຂັມ ຜູ້ຊ່ຽວຊານການປະເມີນແມ່ນ້ຳຂອງຄະນະເລຂາທິການ MRC ກ່າວໃນອາທິດນີ້.ອ່ານຕໍ່ ...

ເອກະພອນ ພູທອນສີ
http://annx.asianews.network/content/mrc-steps-monitoring-mekong-flows-102040

ສະຫວັນນະເຂດເລີ່ມລົງມືການກໍ່ສ້າງຄູກັນຕາຝັ່ງເຈື່ອນແມ່ນ້ຳຂອງ

ວຽງຈັນ (ວຽງຈັນທາມສ໌/ANN) – ໜ້າວຽກການກໍ່ສ້າງຄູກັນເຈື່ອນ ແລະ ທາງຍ່າງລຽບແຄມແມ່ນ້ຳຂອງຢູ່ໃຈກາງແຂວງສະຫວັນນະເຂດ ໄດ້ເລີ່ມຕົ້ນດຳເນີນການແລ້ວ, ພາຍໃຕ້ການສະໜັບສະໜູນຂອງທະນາຄານພັດທະນາອາຊີ.ພິທີວາງສິລາເລິກໂຄງການດັ່ງກ່າວໄດ້ຈັດຂຶ້ນຢູ່ນະຄອນໄກສອນພົມວິຫານຫວ່າງໝໍ່ໆມານີ້ ພາຍໃຕ້ການເຂົ້າຮ່ວມຂອງເຈົ້າໜ້າທີ່ການນຳແຂວງ.ໂຄງການກໍ່ສ້າງຄູກັນຕາຝັ່ງເຈື່ອນມູນຄ່າ US$4.5 ລ້ານໂດລາດັ່ງກ່າວ ບໍ່ພຽງແຕ່ນ້ຳໃຊ້ເພື່ອປ້ອງກັນໄພນ້ຳຖ້ວມ ແຕ່ຍັງເປັນການສ້າງພື້ນທີ່ພັກຜ່ອນສີຂຽວສຳລັບຄົນທ້ອງຖິ່ນ ແລະ ນັກທ່ອງທ່ຽວນຳອີກ.ອ່ານຕໍ່ ...

ສົມສັກ ພົງຂາວ
http://annx.asianews.network/content/work-begins-savannakhet%E2%80%99s-mekong-embankment-101668

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

enK7D
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!