ລະດັບແມ່ນໍ້າຂອງເພີ່ມຂື້ນ, ລະດູຝົນປີນີ້ກໍຈະເລີ່ມຂື້ນໄວກ່ວາທຸກປີ

ລະດັບນໍ້າໃນບາງສ່ວນຂອງແມ່ນໍ້າຂອງ ໄດ້ເພີ່ມຂື້ນເລັກນ້ອຍໃນ 7 ມື້ທີ່ຜ່ານມາ ອີງຕາມການລາຍງານຂອງ ກອງເລຂາຄະນະກໍາມະການແມ່ນໍ້າຂອງ (MRC). ອີງຕາມຂໍ້ມູນລະດັບນໍ້າຂອງສັງກັດ MRC, ການໄຫຼເຂົ້າຂອງສະຖານີອຸທົກກະສາດ Jinghong ເພີ່ມຂຶ້ນຈາກ 786 ແມັດກ້ອນຕໍ່ວິນາທີ (m³ / s) ໃນວັນຈັນອາທິດຜ່ານມາເຖິງ 1,020 m20 / s ໃນມື້ນີ້ (22 ກຸມພາ) ໃນເຂດລຸ່ມແມ່ນໍ້າຂອງ, ເຫດການດັ່ງກ່າວປາກົດຂື້ນຈາກເມືອງຊຽງແສນໃນປະເທດໄທ ເຖິງນະຄອນຫຼວງວຽງຈັນໃນ ສປປ ລາວ, ແຕ່ບໍ່ຄ່ອຍຈະແຈ້ງ ກ່ຽວກັບການເພິ່ມຂື້ນຂອງແມ່ນ້ ຳຂອງລະຫວ່າງ ນະຄອນພະນົມ, ປະເທດໄທ ແລະ ແຂວງສະຫວັນນະເຂດ, ສປປ ລາວ; ແລະ ກຳປົງຈາມ, ປະເທດກຳປຸເຈຍ ແລະ ແມ່ນໍ້າຂອງ ເດລຕາ, ປະເທດຫວຽດນາມ.

ສືບຕໍ່ອ່ານ … 

ລັດສະໝີ ພອນວິໄລ