ເຂື່ອນຊຽງຮຸ່ງຂອງຈີນຈະຫຼຸດຜ່ອນການປ່ອຍນ້ຳ

(ຂປລ) ປະລິນ້ຳທີ່ປ່ອຍຈາກສະຖານນີໄຟຟ້າຊຽງຮຸ່ງ ແຂວງຢຸນນານຂອງຈີນ ຈະຫຼຸດຜ່ອນລົງປະມານ 25-45 ເປີເຊັນພາຍໃນໄລຍະເວລາຫ້າວັນ, ຕາມການແຈ້ງການຢ່າງເປັນທາງການຈາກກະຊວງຊັບພະຍາກອນນ້ຳຂອງຈີນ ທີ່ໄດ້ສົ່ງໃຫ້ແກ່ຄະນະກຳມາທິການແມ່ນ້ຳຂອງໃນວັນຈັນຜ່ານມາ.ຕາມແຈ້ງການດັ່ງກ່າວ, ທາງກະຊວງໄດ້ແຈ້ງວ່າ ປະລິມານນ້ຳຈາກເຂື່ອນຊຽງຮຸ່ງຈະເລີ່ມຫຼຸດລົງຈາກ 1,100 ແມັດກ້ອນຕໍ່ວິນາທີ (m3/s) ມາເປັນປະມານ 600-800 m3/s ແຕ່ວັນທີ 11 – 15 ສິງຫານີ້ ກ່ອນທີ່ຈະຄ່ອຍໆກັບຄືນສູ່ລະດັບປົກກະຕິ.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=47434

ລະດັບແມ່ນ້ຳຂອງ ແລະ ສາຂາຄາດວ່າຈະເພີ່ມຂຶ້ນພາຍໃນສອງສາມອາທິດຕໍ່ໜ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ລະດັບນ້ຳໃນແມ່ນ້ຳຂອງ – ແມ່ນ້ຳທີ່ຍາວທີ່ສຸດໃນອາຊີຕາເວັນອອກສຽງໃຕ້ – ຈະຄ່ອຍໆເພີ່ມຂຶ້ນໃນອີກສອງສາມອາທິດຕໍ່ໜ້າ ຫຼັງຈາກທີ່ມີປະລິມານນ້ຳໃນຊ່ວງລະດູຝົນຫຼຸດລົງຕ່ຳສຸດໃນປະຫວັດສາດ ສົ່ງຜົນກະທົບຕໍ່ຊາວກະສິກອນ ແລະ ການດຳລົງຊີວິດ.ໃນວັນຈັນຜ່ານມານີ້ ກົມອຸຕຸນິຍົມວິທະຍາ ແລະ ອຸທຸກະສາດ ໄດ້ອອກພະຍາກອນວ່າ ປະລິມານຝົນຈະເພີ່ມຂຶ້ນໃນທ້າຍເດືອນນີ້ ແລະ ຕົ້ນເດືອນໜ້າ. ເຊິ່ງຈະສົ່ງຜົນໃຫ້ລະດັບນ້ຳໃນແມ່ນ້ຳຂອງ ແລະ ແມ່ນ້ຳສາຂາເພີ່ມສູງຂຶ້ນເປັນລຳດັບ.ອ່ານຕໍ່  ...

ໂຕະຂ່າວວຽງຈັນທາມສ໌
http://annx.asianews.network/content/level-mekong-tributaries-forecast-rise-coming-weeks-100733

ລະດັບນ້ຳໃນແມ່ນ້ຳຂອງຫຼຸດລົງຕ່ຳຢູ່ໃນຂັ້ນວິກິດ

ວຽງຈັນ (ວຽງຈັນທາມສ໌) – ແມ່ນ້ຳຂອງ ໜຶ່ງໃນແມ່ນ້ຳທີ່ໃຫຍ່ທີ່ສຸດໃນອາຊີຕາເວັນອອກສຽງໃຕ້ ກຳລັງຜະເຊີນກັບວິກິດລະດັບນ້ຳທີ່ຕ່ຳທີ່ສຸດໃນປະຫວັດສາດ, ເຊິ່ງຊາວນະຄອນວຽງຈັນທີ່ອາໄສແມ່ນ້ຳໃນການດຳລົງຊີວິດ ກຳລັງຜະເຊີນກັບຄວາມຫຍຸ້ງຍາກໃນການດຳເນີນກິດຈະກຳ.ໄຊຊະນະ ບຸນຍະລັດ ທີ່ດຳລົງຊີວິດດ້ວຍການຫາປາຕາມລຳແມ່ນ້ຳໃນເຂດທ່າວັດຈັນມາແຕ່ 1975 ກ່າວໃນມື້ວານນີ້ວ່າ ບໍ່ເຄີຍເຫັນລະດັບນ້ຳທີ່ຫຼຸດຕ່ຳເຊັ່ນນີ້ມາກ່ອນໃນຊ່ວງໄລຍະນີ້ຂອງປີ.ອ່ານຕໍ່  ...

ໂຕະຂ່າວວຽງຈັນທາມສ໌
http://annx.asianews.network/content/feature-mekong-falls-critically-low-level-100570

ລະດັບແມ່ນ້ຳຂອງຢູ່ເຂດຊາຍແດນໄທ, ລາວ, ມຽນມາ ຫຼຸດລົງຕ່ຳສຸດໃນຮອບສັດຕະວັດ

ລະດັບນ້ຳໃນແມ່ນ້ຳຂອງໃນປະຈຸບັນແມ່ນຕ່ຳທີ່ສຸດໃນຮອບສັດຕະວັດຕາມການບັນທຶກໃນວັນທີ 19 ກໍລະກົດນີ້, ເຊິ່ງຫຼຸດຕ່ຳກວ່າລະດັບທີ່ບັນທຶກໃນເດືອນເມສາ 1973.ສູນ Stimson ອາຊີຕາເວັນອອກສຽງໃຕ້ ລາຍງານວ່າ ຕາມພາບຖ່າຍຈາກດາວທຽມຫຼ້າສຸດ ລະດັບນ້ຳໃນແມ່ນ້ຳດັ່ງກ່າວແມ່ນຫຼຸດຕ່ຳລົງຢ່າງເຫັນໄດ້ຈະແຈ້ງ ຈາກຈຳນວນເກາະດອນ ແລະ ສັນຊາຍທີ່ພົ້ນຂຶ້ນເໜືອໜ້ານ້ຳເປັນຈຳນວນຫຼວງຫຼາຍ. ບົດລາຍງານດັ່ງກ່າວຕົ້ນຕໍແມ່ນອ້າງອີງເຖິງລະດັບນ້ຳໃນບໍລິເວນສາມຫຼ່ຽມທອງຄຳ ເຊິ່ງເປັນເຂດຊາຍແດນລະຫວ່າງໄທ, ລາວ ແລະ ມຽນມາ.ບົດລາຍງານຍັງກ່າວອີກວ່າ “ນີ້ອາດຈະເປັນສະພາບປົກກະຕິຂອງແມ່ນ້ຳຂອງໃນຍຸກໃໝ່ ເນື່ອງຈາກການຄວບຄຸມການໄຫຼຂອງນ້ຳໃນເຂື່ອນຕົ້ນນ້ຳ ແລະ ການປ່ຽນແປງຂອງສະພາບອາກາດ ສົ່ງຜົນໃຫ້ເກີດໄພແລ້ງທີ່ກິນເວລາຍາວນານ.”ອ່ານຕໍ່ ...

The Thaiger
https://thethaiger.com/news/national/mekong-river-drops-to-lowest-level-in-a-century-around-thai-lao-myanmar-border

ລະດັບນ້ຳໃນແມ່ນ້ຳຂອງຫຼຸດລົງຕ່ຳທີ່ສຸດທ່າມກາງສະພາບຝົນຂາດຊ່ວງ

ແມ່ນ້ຳຂອງເຊິ່ງໄຫຼຜ່ານປະເທດລາວ ກຳລັງຜະເຊີນກັບສະພາບລະດັບນ້ຳທີ່ຕ່ຳທີ່ສຸດໃນປະຫວັດສາດ ເນື່ອງຈາກຝົນຂາດຊ່ວງ.ຢູ່ວຽງຈັນ ລະດັບນ້ຳໃນແມ່ນ້ຳຂອງແມ່ນຢູ່ທີ່ 0.7 ແມັດ, ຫຼື 5.54 ແມັດຕ່ຳກວ່າລະດັບນ້ຳສະເລ່ຍໃນຮອບ 57 ປີ (1961-2018). ເຊິ່ງຕ່ຳກວ່າລະດັບນ້ຳຕ່ຳສຸດທີ່ເຄີຍວັດແທກໄດ້ 1.36 ແມັດ.ໃນລະຫວ່າງວັນທີ 16 ແລະ 18 ກໍລະກົດ, ລະດັບນ້ຳຢູ່ສະຖານນີວັດແທກນ້ຳດັ່ງກ່າວແມ່ນຢູ່ທີ່ 5.58 ແມັດ, ຕາມຄະນະກຳມາທິການແມ່ນ້ຳຂອງ (MRC).ອ່ານຕໍ່ ...

The Laotian Times

ລະດັບນ້ຳຂອງຫຼຸດລົງຕ່ຳກວ່າລະດັບທີ່ເຄີຍມີມາ

ວຽງຈັນ, 18 ກໍລະກົດ 2019 -​ ລະດັບແມ່ນ້ຳຂອງໃນຊ່ວງຕົ້ນລະດູຝົນແຕ່ເດືອນມິຖຸນາຫາເດືອນກໍລະກົດປີນີ້ ຫຼຸດລົງຕ່ຳສຸດເທົ່າທີ່ເຄີຍບັນທຶກມາ, ຕ່ຳກວ່າລະດັບນ້ຳຕ່ຳສຸດທີ່ເຄີຍບັນທຶກໃນປະຫວັດສາດ. ແຕ່ຢ່າງໃດກໍຕາມ ກໍມີການຄາດຄະເນວ່າ ສະຖານະການນ້ຳຈະດີຂຶ້ນພາຍໃນທ້າຍເດືອນກໍລະກົດນີ້.ນັບແຕ່ເຂດຕົ້ນແມ່ນ້ຳຂອງຕອນລຸ່ມຄືຊຽງແສນປະເທດໄທ ລົງມາເຖິງຫຼວງພະບາງ ແລະ ວຽງຈັນ ຕໍ່ໄປຫາໜອງຄາຍປະເທດໄທ ແລະ ນຽກເລິງປະເທດກຳປູເຈຍ, ລະດັບນ້ຳໃນແຕ່ລະຈຸດແມ່ນຕ່ຳກວ່າລະດັບໃນປີ 1992, ເຮັດໃຫ້ປີນີ້ເປັນປີທີ່ມີລະດັບນ້ຳຕ່ຳທີ່ສຸດ.ອ່ານຕໍ່  ...

Sopheak Meas
http://www.mrcmekong.org/news-and-events/news/mekong-water-levels-reach-low-record/

ຄະນະກຳມະການແມ່ນ້ຳຂອງ ແລະ ອອສ໌ເຕຣເລຍສືບຕໍ່ການຮ່ວມມື

ວຽງຈັນ (ວຽງຈັນທາມສ໌/ANN) – ຄະນະກຳມາທິການແມ່ນ້ຳຂອງ (MRC) ແລະ ອົງການອ່າງແມ່ນ້ຳເມີເຣ-ດາລິງ (MDBA) ຂອງອອສ໌ເຕຣເລຍ ໄດ້ລົງນາມໃນຂໍ້ຕົກລົງ ເພື່ອເປັນຂີດໝາຍສືບຕໍ່ການຈັດຕັ້ງຊ່ອງທາງ ເພື່ອໂອນຖ່າຍຄວາມຮູ້ລະຫວ່າງສອງອົງການ.ທ່ານ ອັນ ປິກ ຫັດດາ ຫົວໜ້າເລຂາທິການ MRC ແລະ ທ່ານ ຟິລິບ ໄກລ ປະທານບໍລິຫານ MDBA ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈຢ່າງເປັນທາງການທີ່ເມືອງແຄນເບີຣາ ປະເທດອອສ໌ເຕຣເລຍ ໃນວັນທີ 6 ມິຖຸນາຜ່ານມາ.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌
http://annx.asianews.network/content/mekong-australian-river-bodies-renew-partnership-98642

FEATURE: ນັກຂຸດເຈາະນ້ຳສ້າງຢູ່ລາວ

ບໍ່ແກ້ວ, ລາວ (ວຽງຈັນທາມສ໌/ANN) – ສິ່ງທີ່ມີຊີວິດທັງໝົດ ບໍ່ວ່າຈະເປັນພືດ, ​ສັດ ຫຼື ຄົນກໍລ້ວນແລ້ວແຕ່ຕ້ອງການນ້ຳເພື່ອການດຳລົງຊີວິດ. ແຕ່ວ່າເຖິງວ່າປະເທດລາວອຸດົມສົມບູນໄປດ້ວຍນ້ຳ ແລະ ແມ່ນ້ຳລຳເຊ, ໃນລະດູແລ້ງປະຊາຊົນໃນຫຼາຍບ້ານ ກໍ່ຍັງບໍ່ທັນເຂົ້າເຖິງແຫຼ່ງນ້ຳສະອາດ ເຊິ່ງເຮັດໃຫ້ມີຄວາມສ່ຽງສູງຕໍ່ສຸຂະພາບ ແລະ ຊີວິດການເປັນຢູ່ຂອງເຂົາເຈົ້າ.ລັດຖະບານໄດ້ທຳການສູ້ຊົນເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງທີ 6 (SDG 6) ເພື່ອຮັບປະກັນການສະໜອງ ແລະ ການຄຸ້ມຄອງນ້ຳ ແລະ ສຸຂາພິບາານແບບຍືນຍົງສຳລັບທຸກຄົນພາຍໃນປີ 2030. ແຕ່ຍັງຕ້ອງມີການບຸກບືນຕື່ມ ເນື່ອງຈາກການສຳຫຼວດຕົວຊີ້ວັດທາງດ້ານສັງຄົມຂອງລາວ ໃນປີ 2018 ເປີດເຜີຍວ່າ ປະຊາຊົນລາວ 17% ບໍ່ມີການເຂົ້າເຖິງແຫຼ່ງນ້ຳສະອາດ.ນີ້ໝາຍຄວາມວ່າມີປະຊາຊົນຢ່າງໜ້ອຍ 30,000 ຄົນທີ່ບໍ່ມີນ້ຳໃຊ້ພຽງພໍໃນຊີວິດປະຈຳວັນ. ແນ່ນອນວ່າຄົນເຫຼົ່ານີ້ແມ່ນອາໄສຢູ່ໃນຊຸມຊົນຊົນນະບົດ ແລະ ປະກອບອາຊີບກະສິກຳ.ບ້ານໃນເຂດຊົນນະບົດພູສູງຫຼາຍແຫ່ງແມ່ນຕັ້ງຢູ່ໃກ້ກັບບໍ່ນ້ຳພຸທຳມະຊາດ ເຊິ່ງຊ່ວຍສະໜອງນ້ຳໃຊ້ທີ່ສະອາດໄດ້ເປັນຢ່າງດີ. ແຕ່ວ່າ ຫຼາຍບ້ານໃນຊົນນະບົດໃນເຂດທົ່ງພຽງທີ່ຕັ້ງຢູ່ຫ່າງຈາກແມ່ນ້ຳລຳເຊ ຍັງຕ້ອງອາໄສໂປມນ້ຳ ແລະ ນ້ຳສ້າງເພື່ອນຳໃຊ້ນ້ຳຈາກບາດານ.ອ່ານຕໍ່ ...

ປະຕິທິນ ເພັດເມືອງພວນ

ລາວ ແລະ ກຳປູເຈຍຮ່ວມມືໃນໂຄງການກ່ຽວກັບຊັບພະຍາກອນແຫຼ່ງນ້ຳຂ້າມຊາຍແດນ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ກຳປູເຈຍໄດ້ຕົກລົງກ່ຽວກັບການປະຕິບັດການຮ່ວມ ກ່ຽວກັບບູລິມະສິດຕົ້ນຕໍຂອງໂຄງການຮ່ວມມືໃນການພັດທະນາ ແລະ ການຄຸ້ມຄອງຊັບພະຍາກອນແຫຼ່ງນ້ຳຂ້າມຊາຍແດນ.ຕົວແທນຈາກສອງຊາດໄດ້ຮ່ວມຫາລືແຜນການໃນກອງປະຊຸມຂອງຄະນະກວດສອບລະດັບພາກພື້ນ, ເຊິ່ງໄດ້ກຳນົດເອົາການທ່ອງທ່ຽວແບບອະນຸລັກ ແລະ ການຄຸ້ມຄອງການປະມົງເປັນບູລິມະສິດສູງສຸດສຳລັບໂຄງການ ລະຫວ່າງແຂວງສະຕັງເຕຣັງຂອງກຳປູເຈຍ ແລະ ແຂວງຈຳປາສັກຂອງລາວ.ອ່ານຕໍ່ ...

ໂຕະຂ່າວ

KOICA, ລາວ ປະເມີນແຜນແມ່ບົດສຳລັບການຄຸ້ມຄອງລ້ອງແມ່ນ້ຳງື່ມ

ອົງການຮ່ວມມືສາກົນເກົາຫຼີ (KOICA) ແລະ ກະຊວງພະລັງງານ ແລະ ບໍ່ແຮ່ ປະຊຸມກັນວານນີ້ ເພື່ອຫາລືບົດລາຍງານໂຄງການຂັ້ນສຸດທ້າຍ ເພື່ອຂຽນເປັນແຜນແມ່ບົດສຳລັບການຄຸ້ມຄອງຊັບພະຍາກອນນ້ຳໂດຍລວມໃນລ້ອງແມ່ນ້ຳງື່ມ.ໂຄງການດັ່ງກ່າວແມ່ນໄດ້ຮັບທຶນຊ່ວຍເຫຼືອລ້າ ຈຳນວນ US$2.68 ລ້ານໂດລາ ຈາກລັດຖະບານສາທາລະນະລັດເກົາຫຼີ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

mJsgg
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!