ລະດັບນ້ຳຂອງຫຼຸດລົງຕ່ຳກວ່າລະດັບທີ່ເຄີຍມີມາ

ວຽງຈັນ, 18 ກໍລະກົດ 2019 -​ ລະດັບແມ່ນ້ຳຂອງໃນຊ່ວງຕົ້ນລະດູຝົນແຕ່ເດືອນມິຖຸນາຫາເດືອນກໍລະກົດປີນີ້ ຫຼຸດລົງຕ່ຳສຸດເທົ່າທີ່ເຄີຍບັນທຶກມາ, ຕ່ຳກວ່າລະດັບນ້ຳຕ່ຳສຸດທີ່ເຄີຍບັນທຶກໃນປະຫວັດສາດ. ແຕ່ຢ່າງໃດກໍຕາມ ກໍມີການຄາດຄະເນວ່າ ສະຖານະການນ້ຳຈະດີຂຶ້ນພາຍໃນທ້າຍເດືອນກໍລະກົດນີ້.

ນັບແຕ່ເຂດຕົ້ນແມ່ນ້ຳຂອງຕອນລຸ່ມຄືຊຽງແສນປະເທດໄທ ລົງມາເຖິງຫຼວງພະບາງ ແລະ ວຽງຈັນ ຕໍ່ໄປຫາໜອງຄາຍປະເທດໄທ ແລະ ນຽກເລິງປະເທດກຳປູເຈຍ, ລະດັບນ້ຳໃນແຕ່ລະຈຸດແມ່ນຕ່ຳກວ່າລະດັບໃນປີ 1992, ເຮັດໃຫ້ປີນີ້ເປັນປີທີ່ມີລະດັບນ້ຳຕ່ຳທີ່ສຸດ.

ອ່ານຕໍ່…

 

Sopheak Meas
http://www.mrcmekong.org/news-and-events/news/mekong-water-levels-reach-low-record/