FEATURE: ນັກຂຸດເຈາະນ້ຳສ້າງຢູ່ລາວ

ບໍ່ແກ້ວ, ລາວ (ວຽງຈັນທາມສ໌/ANN) – ສິ່ງທີ່ມີຊີວິດທັງໝົດ ບໍ່ວ່າຈະເປັນພືດ, ​ສັດ ຫຼື ຄົນກໍລ້ວນແລ້ວແຕ່ຕ້ອງການນ້ຳເພື່ອການດຳລົງຊີວິດ. ແຕ່ວ່າເຖິງວ່າປະເທດລາວອຸດົມສົມບູນໄປດ້ວຍນ້ຳ ແລະ ແມ່ນ້ຳລຳເຊ, ໃນລະດູແລ້ງປະຊາຊົນໃນຫຼາຍບ້ານ ກໍ່ຍັງບໍ່ທັນເຂົ້າເຖິງແຫຼ່ງນ້ຳສະອາດ ເຊິ່ງເຮັດໃຫ້ມີຄວາມສ່ຽງສູງຕໍ່ສຸຂະພາບ ແລະ ຊີວິດການເປັນຢູ່ຂອງເຂົາເຈົ້າ.

ລັດຖະບານໄດ້ທຳການສູ້ຊົນເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງທີ 6 (SDG 6) ເພື່ອຮັບປະກັນການສະໜອງ ແລະ ການຄຸ້ມຄອງນ້ຳ ແລະ ສຸຂາພິບາານແບບຍືນຍົງສຳລັບທຸກຄົນພາຍໃນປີ 2030. ແຕ່ຍັງຕ້ອງມີການບຸກບືນຕື່ມ ເນື່ອງຈາກການສຳຫຼວດຕົວຊີ້ວັດທາງດ້ານສັງຄົມຂອງລາວ ໃນປີ 2018 ເປີດເຜີຍວ່າ ປະຊາຊົນລາວ 17% ບໍ່ມີການເຂົ້າເຖິງແຫຼ່ງນ້ຳສະອາດ.

ນີ້ໝາຍຄວາມວ່າມີປະຊາຊົນຢ່າງໜ້ອຍ 30,000 ຄົນທີ່ບໍ່ມີນ້ຳໃຊ້ພຽງພໍໃນຊີວິດປະຈຳວັນ. ແນ່ນອນວ່າຄົນເຫຼົ່ານີ້ແມ່ນອາໄສຢູ່ໃນຊຸມຊົນຊົນນະບົດ ແລະ ປະກອບອາຊີບກະສິກຳ.

ບ້ານໃນເຂດຊົນນະບົດພູສູງຫຼາຍແຫ່ງແມ່ນຕັ້ງຢູ່ໃກ້ກັບບໍ່ນ້ຳພຸທຳມະຊາດ ເຊິ່ງຊ່ວຍສະໜອງນ້ຳໃຊ້ທີ່ສະອາດໄດ້ເປັນຢ່າງດີ. ແຕ່ວ່າ ຫຼາຍບ້ານໃນຊົນນະບົດໃນເຂດທົ່ງພຽງທີ່ຕັ້ງຢູ່ຫ່າງຈາກແມ່ນ້ຳລຳເຊ ຍັງຕ້ອງອາໄສໂປມນ້ຳ ແລະ ນ້ຳສ້າງເພື່ອນຳໃຊ້ນ້ຳຈາກບາດານ.

ອ່ານຕໍ່…

ປະຕິທິນ ເພັດເມືອງພວນ