ລະດັບນ້ຳໃນແມ່ນ້ຳງື່ມທີ່ຫຼຸດຕ່ຳລົງ ສ້າງຄວາມກັງວົນຕໍ່ການປູກພືດໃນລະດູແລ້ງ

ວຽງຈັນ (ວຽງຈັນທາມສ໌/ANN) – ລະດັບນ້ຳງື່ມທີ່ຫຼຸດຕ່ຳກວ່າປົກກະຕິ ພວມສ້າງຄວາມບໍ່ໝັ້ນໃຈໃນການສະໜອງນ້ຳໃຫ້ພໍພຽງຕໍ່ການຜະລິດໃນລະດູແລ້ງ ແລະ ສົ່ງຜົນກະທົບຕໍ່ການຜະລິດກະແສໄຟຟ້າໃນໂຮງງານໄຟຟ້ານ້ຳງື່ມ 1.

ຕາມການສຳພາດທ່ານ ບຸນທັບ ວົງໄຊ ຮອງເຈົ້າເມືອງ ເມືອງທຸລະຄົມ ແຂວງວຽງຈັນ ຜ່ານສຳນັກຂ່າວເສດຖະກິດສັງຄົມ ໃຫ້ຮູ້ວ່າ ນັບແຕ່ຊ່ວງຕົ້ນເດືອນແລ້ວນີ້ ລະດັບນ້ຳໃນແມ່ນ້ຳງື່ມແມ່ນຕ່ຳກວ່າລະດັບປົກກະຕິຢູ່ 3-4 ແມັດທຽບກັບໄລຍະດຽວກັນຂອງປີຜ່ານມາ.

ອ່ານຕໍ່…

ສົມໄຊ ແສງດາຣາ
http://annx.asianews.network/content/low-level-lao-nam-ngum-causes-concern-dry-season-crops-105665