ໄພພິບັດ

ພະຍຸ

ແປດຄົນເສຍຊີວິດເທິງເຮືອສຳລານຂອງໃນວັນອາທິດ

ແປດຄົນໄດ້ຈົມນ້ຳທີ່ເຮືອສຳລານອັບປາງໃນຕອນເຊົ້າຂອງວັນອາທິດ ໃນລະຫວ່າງການທ່ອງທ່ຽວຢູ່ອ່າງນ້ຳງື່ມ – ແຫຼ່ງທ່ອງທ່ຽວທີ່ນິຍົມຢູ່ແຂວງວຽງຈັນ. ໃນເຮືອດັ່ງກ່າວ ໄດ້ບັນຈຸ 39 ຄົນ ແລະ ໄດ້ຫຼົ້ມໃນເວລາ 9 ໂມງເຊົ້າຍ້ອນສາເຫດລົມພະຍຸ ທີ່ໄດ້ພັດປົກຄຸມທາງພາກເໜືອ ແລະ ພາກກາງຂອງລາວໃນວັນພັກທ້າຍສັບປະດາ. ອ່ານເພິ່ມເຕີມ   ...

ຜູ້ລາຍງານຂ່າວທາມສ໌

ພະຍຸຝົນພັດຖະຫຼົ່ມສ້າງຄວາມເສຍຫາຍໃນພາກກາງຂອງລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ຫຼາຍພື້ນທີ່ໃນແຂວງສະຫວັນນະເຂດ ແລະ ແຂວງຄຳມ່ວນໄດ້ປະສົບໄພນ້ຳຖ້ວມ ພາຍຫຼັງພະຍຸເຂດຮ້ອນໂພດູພັດກະໜ່ຳໃນທ້າຍອາທິດຜ່ານມາ, ເຮັດໃຫ້ມີຜູ້ເສຍຊີວິດໜຶ່ງຄົນ ແລະ ສ້າງຄວາມເສຍຫາຍຢ່າງກວ້າງຂວາງຕໍ່ພື້ນທີ່ໄຮ່ນາ.ໄພນ້ຳຖ້ວມໄດ້ເກີດຂຶ້ນໃນຫຼາຍພາກຂອງປະເທດລາວ ພາຍຫຼັງກົມອຸຕຸນິຍົມວິທະນາ ແລະ ອຸທຸກະສາດ ພາຍໃຕ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ແຈ້ງເຕືອນ 15​ ແຂວງໃຫ້ເຝົ້າລະວັງຝົນຕົກໜັກ ແລະ ລົມພັດແຮງ ເນື່ອງຈາກຜົນຂອງພະຍຸດັ່ງກ່າວແຕ່ວັນທີ 29 ສິງຫາ ເຖິງ 1 ກັນຍານີ້.ອ່ານຕໍ່ ...

ພົມພົງ ເຫຼົາອິນ
http://annx.asianews.network/content/storm-wreaks-havoc-central-lao-provinces-103256

ພະຍຸເຂດຮ້ອນໂພດູຈະພັດເຂົ້າລາວໃນມື້ນີ້

ພະຍຸເຂດຮ້ອນໂພດູຈະສົ່ງຜົນກະທົບຕໍ່ພາກເໜືອ, ພາກກາງ ແລະ ພາກໃຕ້ຂອງລາວ, ສະນັ້ນທຸຄົນຄວນມີສະຕິກຽມພ້ອນ ເພື່ອຮັບມືກັບສະພາບຝົນຕົກໜັກ ແລະ ລົມພັດແຮງຈາກພະຍຸລູກດັ່ງກ່າວ ແຕ່ວັນທີ 29 ສິງຫາ ເຖິງ 1 ກັນຍານີ້.ລົມພະຍຸດັ່ງກ່າວກຳລັງມຸ່ງໜ້າໄປທາງທິດຕາເວັນຕົກດ້ວຍຄວາມໄວ 40 ກິໂລແມັດ ຕາມຂ່າວພະຍາກອນອາກາດ. ກົມອຸຕຸນິຍົມວິທະຍາ ແລະ ອຸທຸກະສາດໄດ້ແຈ້ງເຕືອນມາຍັງປະຊາຊົນໃນ 15 ແຂວງເພື່ອກຽມຮັບມືກັບສະພາບອາກາດດັ່ງກ່າວ.ພື້ນທີ່ສ່ຽງທີ່ຈະໄດ້ຮັບຜົນກະທົບຈາກພະຍຸດັ່ງກ່າວລວມມີ ນະຄອນຫຼວງວຽງຈັນ, ແຂວງຫົວພັນ, ຊຽງຂວາງ, ອຸດົມໄຊ, ຫຼວງພະບາງ, ໄຊຍະບູລີ, ໄຊສົມບູນ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ, ແລະ ອັດຕະປື.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ພະຍຸຝົນພັດຜ່ານລາວ, ສ້າງຄວາມເສຍຫາຍໃຫ້ເຮືອນຊານ

ວຽງຈັນ (ວຽງຈັນທາມສ໌/ANN) – ເຮືອນຊານ ແລະ ສຳນັກງານຕ່າງໆໄດ້ຖືກທຳລາຍ ຫຼື ເສຍຫາຍ ຫຼັງຈາກທີ່ພະຍຸຝົນພັດຜ່ານປະເທດລາວໃນອາທິດຜ່ານມາ.ອົມອຸຕຸນິຍົມວິທະຍາ ແລະ ອຸທົກກະສາດ ພາຍໃຕ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ແຈ້ງເຕືອນກ່ຽວກັບສະພາບອາກາດທີ່ຮ້າຍແຮງທີ່ອາດເກີດຂຶ້ນທາງພາກເໜືອ ແລະ ພາກກາງຂອງລາວໃນຊ່ວງວັນທີ 25-27 ເມສາ. ເຊິ່ງຄຳເຕືອນດັ່ງກ່າວແມ່ນກ່ຽວກັບພະຍຸຝົນຟ້າຄະນອງ, ລົມແຮງ, ໝາກເຫັບຕົກ ແລະ ຝົນຕົກແຮງ ທີ່ອາດເກີດຂຶ້ນທີ່ນະຄອນຫຼວງວຽງຈັນ, ແຂວງຫົວພັນ, ຊຽງຂວາງ, ຫຼວງພະບາງ, ໄຊຍະບູລີ, ວຽງຈັນ, ໄຊສົມບູນ, ສະຫວັນນະເຂດ, ຄຳມ່ວນ ແລະ ບໍລິຄຳໄຊ.ອ່ານຕໍ່ ...

ໂຕະຂ່າວ

ພະຍຸຝົນພັດຖະຫຼົ່ມໄຊຍະບູລີ

ວຽງຈັນ (ວຽງຈັນທາມສ໌/ANN) – ກວ່າ 50 ຫຼັງຄາເຮືອນໃນສີ່ບ້ານຂອງເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຮັບຄວາມເສຍຫາຍຈາກລົມແຮງ ແລະ ຝົນຕົກໜັກ ເນື່ອງຈາກພະຍຸຝົນທີ່ພັດຜ່ານນະຄອນຫຼວງໃນອາທິດຜ່ານແລ້ວນີ້.ທ່ານນາງ ບຸນທັນ ຄຳສິງ ຮອງຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເຜີຍຕໍ່ວຽງຈັນທາມສ໌ໃນວັນສຸກຜ່ານມານີ້ ວ່າພະຍຸຝົນດັ່ງກ່າວແມ່ນເລີ່ມແຕ່ຕອນແລງຂອງວັນທີ 28 ກຸມພາ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ພະຍຸຝົນພັດກະໜ່ຳທີ່ແຂວງຫົວພັນ ເສຍຫາຍ 30 ຫຼັງຄາເຮືອນ

ເຮືອນຊານປະຊາຊົນປະມານ 30 ຫຼັງຄາເຮືອນທີ່ເມືອງຊຽງຄໍ້ ແຂວງຫົວພັນ ໄດ້ຮັບຄວາມເສຍຫາຍຈາກພະຍຸຝົນທີ່ພັດກະໜ່ຳພື້ນທີ່ໃນອາທິດຜ່ານມາ ເຊິ່ງມີທັງພະຍຸ, ຝົນ, ໝາກເຫັບ ແລະ ລົມແຮງ.ທ່ານເຈົ້າເມືອງ ພັນຕາ ທອງວົງສາ ໄດ້ລາຍງານຜ່ານວຽງຈັນທາມສ໌ໃນວັນຈັນນີ້ວ່າ ‘ພະຍຸຝົນໄດ້ພັດຜ່ານເກົ້າບ້ານຂອງເມືອງໃນວັນທີ 19 ກຸມພາ. ໃນນັ້ນ ມີສາມສິບຫຼັງຄາເຮືອນ ພ້ອມດ້ວຍໂຮງຮຽນສອງຫຼັງ ທີ່ເມືອງນາຄາງ ແລະ ມົນງາມ ໄດ້ຮັບຄວາມເສຍຫາຍໜັກ. ມີຫຼັງຄາເປີດ ແລະ ໂຄງສ້າງອື່ນໆຖືກພັດພັງເສຍຫາຍ.’ໂຊກດີທີ່ບໍ່ມີລາຍງານຜູ້ໄດ້ຮັບບາດເຈັບ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ປະຊາຊົນແຂວງບໍ່ແກ້ວຫຍຸ້ງຍາກໃນການຟື້ນຟູຄວາມເສຍຫາຍຈາກພະຍຸ

ບັນດາຄົວເຮືອນທີ່ສູນເສຍຊັບສິນ, ເຄື່ອງປູກຂອງຝັງ ແລະ ສັດລ້ຽງ ເນື່ອງຈາກພະຍຸຝົນໝາກເຫັບຕົກ ແລະ ລົມແຮງທີ່ກະໜ່ຳແຂວງບໍ່ແກ້ວໃນໄລຍະຜ່ານມາ ຍັງຕ້ອງການຄວາມຊ່ວຍເຫຼືອໃນການສ້ອມແປງເຮືອນຊານ ແລະ ແກ້ໄຂຊີວິດການເປັນຢູ່.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ພະຍາກອນອາກາດເຕືອນໄພພະຍຸລະດູຮ້ອນບາຣີຈັດ

ພະຍຸລະດູຮ້ອນບາຣີຈັດ ຄາດວ່າຈະສົ່ງຜົນຕໍ່ພື້ນທີ່ພາກເໜືອ ແລະ ພາກກາງຂອງລາວ ໃຫ້ທຸກຄົນຈົ່ງມີສະຕິລະວັງຝົນຕົກໜັກ ແລະ ລົມແຮງຍ້ອນພາຍຸດັ່ງກ່າວໃນລະຫວ່າງວັນທີ 12-18 ກັນຍານີ້.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ພະຍຸລະດູຮ້ອນເຮັດໃຫ້ເກີດຫາຍະນະ ຍ້ອນລົມມໍລະສຸມພັດປົກຄຸມ

ພະຍຸລະດູຮ້ອນສອງຫົວໄດ້ນຳເອົາກະແສມໍລະສຸມເຂົ້າປົກຄຸມຫຼາຍພາກຂອງລາວ, ສ້າງຄວາມເສຍຫາຍໃຫ້ແກ່ພື້ນທີ່ກະສິກຳ, ເຮືອນຊານ, ອາຄານຕ່າງໆ ແລະ ຖະໜົນ ດ້ວຍສະພາບຝົນຕົກໜັກຕິດຕໍ່ກັນຫຼາຍວັນ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ພະຍຸລະດູຮ້ອນເບບິນກາຈະພັດຜ່ານພາກເໜືອຂອງລາວ

ພື້ນທີ່ພາກເໜືອຂອງລາວໄດ້ຮັບຄຳເຕືອນໃຫ້ກຽມພ້ອມຕໍ່ຝົນຕົກໜັກ ແລະ ລົມແຮງ ເຊິ່ງກົມອຸຕຸນິຍົມຄາດວ່າພະຍຸລະດູຮ້ອນດັ່ງກ່າວຈະພັດຜ່ານຫວຽດນາມ ແລະ ພາກເໜືອຂອງລາວໃນວັນທີ 16-18 ສິງຫານີ້.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

zRH2t
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!