ພະຍຸຝົນພັດຜ່ານລາວ, ສ້າງຄວາມເສຍຫາຍໃຫ້ເຮືອນຊານ

ວຽງຈັນ (ວຽງຈັນທາມສ໌/ANN) – ເຮືອນຊານ ແລະ ສຳນັກງານຕ່າງໆໄດ້ຖືກທຳລາຍ ຫຼື ເສຍຫາຍ ຫຼັງຈາກທີ່ພະຍຸຝົນພັດຜ່ານປະເທດລາວໃນອາທິດຜ່ານມາ.

ອົມອຸຕຸນິຍົມວິທະຍາ ແລະ ອຸທົກກະສາດ ພາຍໃຕ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ແຈ້ງເຕືອນກ່ຽວກັບສະພາບອາກາດທີ່ຮ້າຍແຮງທີ່ອາດເກີດຂຶ້ນທາງພາກເໜືອ ແລະ ພາກກາງຂອງລາວໃນຊ່ວງວັນທີ 25-27 ເມສາ. ເຊິ່ງຄຳເຕືອນດັ່ງກ່າວແມ່ນກ່ຽວກັບພະຍຸຝົນຟ້າຄະນອງ, ລົມແຮງ, ໝາກເຫັບຕົກ ແລະ ຝົນຕົກແຮງ ທີ່ອາດເກີດຂຶ້ນທີ່ນະຄອນຫຼວງວຽງຈັນ, ແຂວງຫົວພັນ, ຊຽງຂວາງ, ຫຼວງພະບາງ, ໄຊຍະບູລີ, ວຽງຈັນ, ໄຊສົມບູນ, ສະຫວັນນະເຂດ, ຄຳມ່ວນ ແລະ ບໍລິຄຳໄຊ.

ອ່ານຕໍ່…

ໂຕະຂ່າວ