ພະຍຸເຂດຮ້ອນໂພດູຈະພັດເຂົ້າລາວໃນມື້ນີ້

ພະຍຸເຂດຮ້ອນໂພດູຈະສົ່ງຜົນກະທົບຕໍ່ພາກເໜືອ, ພາກກາງ ແລະ ພາກໃຕ້ຂອງລາວ, ສະນັ້ນທຸຄົນຄວນມີສະຕິກຽມພ້ອນ ເພື່ອຮັບມືກັບສະພາບຝົນຕົກໜັກ ແລະ ລົມພັດແຮງຈາກພະຍຸລູກດັ່ງກ່າວ ແຕ່ວັນທີ 29 ສິງຫາ ເຖິງ 1 ກັນຍານີ້.

ລົມພະຍຸດັ່ງກ່າວກຳລັງມຸ່ງໜ້າໄປທາງທິດຕາເວັນຕົກດ້ວຍຄວາມໄວ 40 ກິໂລແມັດ ຕາມຂ່າວພະຍາກອນອາກາດ. ກົມອຸຕຸນິຍົມວິທະຍາ ແລະ ອຸທຸກະສາດໄດ້ແຈ້ງເຕືອນມາຍັງປະຊາຊົນໃນ 15 ແຂວງເພື່ອກຽມຮັບມືກັບສະພາບອາກາດດັ່ງກ່າວ.

ພື້ນທີ່ສ່ຽງທີ່ຈະໄດ້ຮັບຜົນກະທົບຈາກພະຍຸດັ່ງກ່າວລວມມີ ນະຄອນຫຼວງວຽງຈັນ, ແຂວງຫົວພັນ, ຊຽງຂວາງ, ອຸດົມໄຊ, ຫຼວງພະບາງ, ໄຊຍະບູລີ, ໄຊສົມບູນ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ, ແລະ ອັດຕະປື.

ອ່ານຕໍ່…

ໂຕະຂ່າວວຽງຈັນທາມສ໌