ພະຍຸຝົນພັດກະໜ່ຳທີ່ແຂວງຫົວພັນ ເສຍຫາຍ 30 ຫຼັງຄາເຮືອນ

ເຮືອນຊານປະຊາຊົນປະມານ 30 ຫຼັງຄາເຮືອນທີ່ເມືອງຊຽງຄໍ້ ແຂວງຫົວພັນ ໄດ້ຮັບຄວາມເສຍຫາຍຈາກພະຍຸຝົນທີ່ພັດກະໜ່ຳພື້ນທີ່ໃນອາທິດຜ່ານມາ ເຊິ່ງມີທັງພະຍຸ, ຝົນ, ໝາກເຫັບ ແລະ ລົມແຮງ.

ທ່ານເຈົ້າເມືອງ ພັນຕາ ທອງວົງສາ ໄດ້ລາຍງານຜ່ານວຽງຈັນທາມສ໌ໃນວັນຈັນນີ້ວ່າ ‘ພະຍຸຝົນໄດ້ພັດຜ່ານເກົ້າບ້ານຂອງເມືອງໃນວັນທີ 19 ກຸມພາ. ໃນນັ້ນ ມີສາມສິບຫຼັງຄາເຮືອນ ພ້ອມດ້ວຍໂຮງຮຽນສອງຫຼັງ ທີ່ເມືອງນາຄາງ ແລະ ມົນງາມ ໄດ້ຮັບຄວາມເສຍຫາຍໜັກ. ມີຫຼັງຄາເປີດ ແລະ ໂຄງສ້າງອື່ນໆຖືກພັດພັງເສຍຫາຍ.’

ໂຊກດີທີ່ບໍ່ມີລາຍງານຜູ້ໄດ້ຮັບບາດເຈັບ.

ອ່ານຕໍ່…

ພົມພົງ ເຫຼົາອິນ