ແມ່ນ້ຳຂອງປ່ຽນເປັນສີຟ້າ ຢູ່ເມືອງທ່າແຂກ

ແມ່ນ້ຳຂອງ ເຊິ່ງຕາມປົກກກະຕິຈະເປັນສີນ້ຳຕານຂຸ້ນ ໄດ້ປ່ຽນເປັນສີຟ້າຄາມ ຄ້າຍກັບສີຂອງນ້ຳທະເລ ຢູ່ບາງທ້ອງຖິ່ນ.

ປະຊາຊົນຊາວເມືອງທ່າແຂກ ແລະ ນະຄອນພະນົມຂອງໄທ ໄດ້ສັງເກດເຫັນສີຂອງແມ່ນ້ຳຂອງທີ່ປ່ຽນເປັນສີຟ້າໃນຊ່ວງອາທິດທີ່ຜ່ານມາ. ເຊິ່ງສື່ສັງຄົມອອນໄລ ໄດ້ມີການແລກປ່ຽນຮູບພາບປະກົດການອັນສວຍງາມນີ້ຂອງແມ່ນ້ຳຂອງ ເຊິ່ງມີບັນຍາກາດຄ້າຍຄືກັບທະເລ. 

ການປ່ຽນແປງຂອງສີຂອງແມ່ນ້ຳຂອງນີ້ ເຖິງວ່າຈະມີຄວາມສວຍງາມ ແຕ່ວ່າມັນເປັນສັນຍານເຕືອນໄພທີ່ໜ້າຕົກໃຈ ກ່ຽວກັບສະພາບຂອງແມ່ນ້ຳຂອງ.

ລະດັບນ້ຳໃນແມ່ນ້ຳຂອງ ໃນບາງທ້ອງຖິ່ນໄດ້ຫຼຸດຕ່ຳລົງເຫຼືອພຽງ 1 ແມັດ ເຊິ່ງເປັນລະດັບທີ່ຕ່ຳທີ່ສຸດໃນຮອບ 50 ປີທີ່ມີການບັນທຶກ.

ອ່ານຕໍ່…

Jasmina Yap