ການຊ່ວຍເຫຼືອ ແລະ ການພັດທະນາ

ການຊ່ວຍເຫຼືອດ້ານການພັດທະນາແບບສອງຝ່າຍ

ສະຫະລັດ ແລະ ອົງການຢູນີເຊັບ ສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ ສປປ ລາວ ການຮັບມືກັບພະຍາດໂຄວິດ-19

ອົງການຢູນີເຊັບປະຈຳ ສປປ ລາວ ໄດ້ສະໜອງໂທລະໂຄ່ງ, ເຄື່ອງຂະຫຍາຍສຽງ ແລະ ໄມໂຄໂຟນ ໃຫ້ແກ່ສະຫະພັນແມ່ຍິງລາວ ເພື່ອເພິ່ມຄວາມເອົາໃຈໃສ່ກ່ຽວກັບພະຍາດໂຄວິດ-19 ແລະ ມາດຕະການກັນຕ່າງໆ ໃນລະດັບຊຸມຊົນ. ການສະໜອງດັ່ງກ່າວ ໄດ້ຖືກສະໜັບສະໜູນໂດຍກອງທຶນຈາກ ລັດຖະບານຂອງສະຫະລັດໂດຍຜ່ານອົງການເພື່ອການພັດທະນາສາກົນຂອງສະຫະລັດອາເມລິກາ ຫຼື USAID. ອ່ານຕໍ່  ...

ສຳນັກຂ່າວສານປະເທດລາວ

ສະຫະລັດອາເມລິກາ ໃຫ້ລາງວັນໃນການຊ່ວຍເຫຼືອດ້ານການພັດທະນາກະສິກຳເພິ່ມເຕີມໃນ ສປປ ລາວ

ກອງທຶນຫຼາຍກ່ວາ 73,000 ໂດລາສະຫະລັດ ໄດ້ຖືກມອບເປັນລາງວັນໃຫ້ແກ່ ສະມາຄົມມັນຕົ້ນລາວ ໃນວັນທີ 10 ທັນວາ ໂດຍ ພະແນກກະສິກຳ (USDA) ຂອງສະຫະລັດອາເມລິກາ ຊຶ່ງເປັນການສ້າງການເຊື່ອມໂຍງໃຫ້ແກ່ໂຄງການເຄືອຂ່າຍກະສິກຳຂະຫຍາຍ (CLEAN). ອ່ານຕໍ່  ...

ຝຣັ່ງຊິດ ສະຫວັນຄຳ

ສປ.ຈີນ ໃຫ້ການຊ່ວຍເຫຼືອສ້າງສູນກິດຈະກຳຊາວໜຸ່ມລາວ

ພິທີເປີດສູນກິດຈະກຳຂອງສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ກຳເນີນຂື້ນທີ່ນະຄອນຫຼວງວຽງຈັນ ໂດຍພາຍໃຕ້ການຊ່ວຍເຫຼືອຂອງລັດຖະບານ ສປ.ຈີນ. ພິທີວາງສີລາລຶກຂອງງານດັ່ງກ່າວ ໄດ້ໄຂຂື້ນໃນວັນຈັນ ຊຶ່ງທ່ານ ອາລຸນໄຊ ສູນນະລາດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ກ່າວວ່າ ໂຄງການດັ່ງກ່າວຈະເປັນການອຳນວຍດ້ານສະຖານທີ່ ໃຫ້ຊາວໜຸ່ມລາວຈາກທຸກຊົນເຜົ່າໃນລາວ ພ້ອມອຸປະກອນທີ່ທັນສະໄໝ ເພື່ອສົ່ງເສີມຄວາມຮຸ້ດ້ານວິທະຍາສາດ ແລະ ປັບປຸງທັກສະໃນດ້ານຕ່າງໆ.  ອ່ານຕໍ່ ...

ຫົວເຊຍ

ສາລະຄະດີປະເພນີລາວຈະຫັນເຂົ້າສູ່ລະບົບອອນລາຍ

ຫໍສະໝຸດແຫ່ງຊາດໄດ້ຈັດກອງປະຊຸມສຳມະນາ ເພື່ອນຳສະເໜີຜົນຂອງໂຄງການສາລະຄະດີກ່ຽວກັບປະເພນີລາວ ຊຶ່ງໄດ້ຈັດຂື້ນນັບແຕ່ເດືອນມິຖຸນາ ເຖິງ ທັນວາ ຈາກການອຸປະຖຳຂອງສະຖາທູດເຢຍລະມັນ, ນະຄອນຫຼວງວຽງຈັນ.​ ອ່ານຕໍ່  ...

ຂ່າວສານປະເທດລາວ

ອົງການຢູນີເຊັບ ຮ່ວມກັບ ສະຖານທູດຍີ່ປຸ່ນ ລົງຢ້ຽມຢາມແຂວງອັດຕະປື ເພື່ອຊຸກຍູ້ມາດຕະການຮັບມືກັບໄພພິບັດ

(KPL)- ທ່ານ ເອກອັກຄະລັດຖະທູດປະຈຳ ສປປ ລາວ Keizo Takewaka ພ້ອມດ້ວຍຕົວແທນຈາກ ອົງການຢູນີເຊັບ ໄດ້ລົງຢ້ຽມຢາມເມືອງສະໜາມໄຊ, ແຂວງອັດຕະປີ ໃນວັນທີ 12 ພະຈິກ ເພື່ອສຳຫຼວດຕິດຕາມຊຸກຍູ້ການມາດຕະການຮັບມືກັບໄພພິບັດທີ່ກະທົບຕໍ່ຊຸມຊົນ. ອ່ານຕໍ່ ...

KPL

ອີຢູ ໃຫ້ການສະໜັບສະໜູນໂຄງການສະໜອງນຳ້ສະອາດຢູ່ແຂວງສະຫວັນນະເຂດ ຜ່ານໂຄງການ SUNWIP

ສຳນັກຂ່າວສານປະເທດລາວ- ລັດຖະບານ ສປປ ລາວ ແລະ ສະຫະພາບເອີຣົບ (ອີຢູ) ໄດ້ຮ່ວມມືກັນພັດທະນາໂຄງການ ສະໜອງນ້ຳໃຊ້ ຢູ່ແຂວງຄຳມ່ວນ ແລະ ສະຫວັນນະເຂດ ໂດຍຜ່ານ ຂອບຂະຫຍາຍພື້ນຖານໂຄງຮ່າງ ດ້ານໂພສະນາການ ແລະ ໂຄງການ WASH, ເພື່ອແນໃສ່ເປົ້າໝາຍເພື່ອການພັດທະນາແບບຍືນຍົງທີ 2 ແລະ ທີ 4. ມູນຄ່າການການສະໜັບສະໜູນຈາກສະຫະພາບເອີຣົບຈຳນວນ 16.95 ລ້ານເອີໂຣ ຊຶ່ງໃນນັ້ນ 1.95 ລ້ານເອີໂຣ ແມ່ນເປັນສ່ວນຂອງລັດຖະບານ ສປປ ລາວ. ແຫຼ່ງຂ່າວຈາກ: ສຳນັກຂ່າວສານປະເທດລາວ  ...

ໂຕະຂ່າວສານປະເທດລາວ

ສະຫະພາບຢູໂຣບ ຢືນຢັນສະໜັບສະໜູນການລິເລີ່ມດ້ານການສຶກສາ ແລະ ໂພຊະນາການຂອງລັດຖະບານ

ຄະນະຜູ້ແທນສະຫະພາບຢູໂຣບປະຈຳລາວ ໄດ້ກ່າວສະໜັບສະໜູນຄວາມພະຍາຍາມຂອງລັດຖະບານລາວ ໃນການສືບຕໍ່ການພັດທະນາ ແລະ ຍົກລະດັບລະບົບການສຶກສາ ແລະ ໂພຊະນາການ ໃນທຸກເຂດທົ່ວປະເທດ.ການສະໜັບສະໜູນນີ້ ລວມມີການຊ່ວຍເຫຼືອດ້ານການເງິນ ແລະ ວິຊາການ ສຳລັບການລິເລີ່ມຕ່າງໆ ເຊັ່ນ ໂຄງການສົ່ງເສີມການສຶກສາຂັ້ນພື້ນຖານ ແລະ ໂຄງການສະໜັບສະໜູນງົບປະມານດ້ານໂພຊະນາການ.ອ່ານຕໍ່ ...

ສົງຄົມໄຊ ບຸບຜານຸວົງ

ຍີ່ປຸ່ນໃຫ້ການຊ່ວຍເຫຼືອໂຄງການກໍ່ສ້າງໂຮງຮຽນ, ນ້ຳປະປາ ໃນຊຸມຊົນທຸກຍາກຂອງລາວ

(ຂປລ) ລັດຖະບານຍີ່ປຸ່ນ ອະນຸມັດການຊ່ວຍເຫຼືອລ້າ ມູນຄ່າກວ່າ US$159,000 ໂດລາ ສຳລັບສອງໂຄງການກ່ຽວກັບການສຶກສາ ຢູ່ແຂວງບໍ່ແກ້ວ ແລະ ແຂວງເຊກອງ ແລະ ໜຶ່ງໂຄງການລະບົບນ້ຳປະປາ ຢູ່ແຂວງໄຊຍະບູລີ ຜ່ານໂຄງການຊ່ວຍເຫຼືອລ້າເພື່ອການສ້າງຮາກຖານຄວາມໝັ້ນຄົງຂອງມະນຸດ (GGP).ສັນຍາການຊ່ວຍເຫຼືອດັ່ງກ່າວ ໄດ້ມີການລົງນາມທີ່ສະຖານທູດຍີ່ປຸ່ນ ນະຄອນຫຼວງວຽງຈັນ ໃນວັນທີ 18 ທັນວານີ້, ລະຫວ່າງທ່ານ ທາເກວາກະ ເກໂຊະ, ເອກອັກຄະລັດຖະທູດຍີ່ປຸ່ນປະຈຳ ສປປ ລາວ, ແລະ ຕາງໜ້າອຳນາດການປົກຄອງແຂວງ ແລະ ເມືອງທີ່ກ່ຽວຂ້ອງກັບການຈັດຕັ້ງປະຕິບັດໂຄງການ.ອ່ານຕໍ່ ...

ໂຕະຂ່າວ ຂປລ

ຍີ່ປຸ່ນໃຫ້ການຊ່ວຍເຫຼືອເຄື່ອງຈັັກເກັບກູ້ລະເບີດລູກຫວ່ານ ສຳລັບການເກັບກູ້ຢູ່ແຂວງຊຽງຂວາງ

(ຂປລ) ໃນວັນທີ 11 ທັນວາ 2019 ນີ້, ລັດຖະບານຍີ່ປຸ່ນ ໄດ້ອະນຸມັດການຊ່ວຍເຫຼືອລ້າມູນຄ່າ USD 746,128 ໂດລາ ເພື່ອສະໜັບສະໜູນການເກັບກູ້ລະບີດບໍ່ທັນແຕກ (ລບຕ) ໂດຍການນຳໃຊ້ເຄື່ອງຈັກເກັບກູ້ລະເບີດລູກຫວ່ານ ຢູ່ແຂວງຊຽງຂວາງ.ສັນຍາກ່ຽວກັບໂຄງການດັ່ງກ່າວ ໄດ້ມີການລົງນາມ ທີ່ສະຖານທູດຍີ່ປຸ່ນປະຈຳ ສປປ ລາວ ໃນວັນທີ 11 ທັນວານີ້ ລະຫວ່າງທ່ານ ທາເກວະກະ ເຄໂຊະ ເອກອັກຄະລັດຖະທູດຍີ່ປຸ່ນປະຈຳ ສປປ ລາວ ແລະ ທ່ານ ໂດໂກະ ທາກາຮິຊະ ຮອງປະທານອົງການເກັບກູ້ລະເບີດຍີ່ປຸ່ນ (JMAS), ເຊິ່ງເປັນອົງການຈັດຕັ້ງທີ່ບໍ່ຫວັງຜົນກຳໄລ ທີ່ເປັນຜູ້ລິເລີ່ມ ແລະ ຄຸ້ມຄອງໂຄງການດັ່ງກ່າວ.ອ່ານຕໍ່ ...

ໂຕະຂ່າວ ຂປລ

ເກົາຫຼີໃຕ້ ໃຫ້ທຶນເກືອບ US$44 ລ້ານໂດລາສຳລັບໂຄງການນ້ຳປະປາໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ກອງທຶນການຮ່ວມມືເພື່ອການພັດທະນາເສດຖະກິດຂອງເກົາຫຼີໃຕ້ (EDCF) ຕົກລົງໃຫ້ທຶນກູ້ຢືມດອກເບ້ຍຕ່ຳ ມູນຄ່າເກືອບ US$44 ລ້ານໂດລາ ເພື່ອສະໜັບສະໜູນໂຄງການພັດທະນານ້ຳປະປາ ຢູ່ແຂວງຈຳປາສັກ ແລະ ແຂວງສາລະວັນ ທາງພາກໃຕ້ຂອງລາວ.ນີ້ແມ່ນການຕົກລົງໃນກອງປະຊຸມລະຫວ່າງຕົວແທນກອງທຶນ EDCF  ແລະ ລັດຖະບານລາວ ເພື່ອຫາລືຊ່ອງທາງໃນການຈັດຕັ້ງປະຕິບັດໂຄງການເຫຼົ່ານີ້.ອ່ານຕໍ່ ...

ໂຕະຂ່າວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

PWmBY
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!