ລາວ, ຈີນ ຮ່ວມມືໃນການອະນຸລັກກ້ວຍໄມ້
ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ຈີນໄດ້ຕົກລົງໃນໂຄງການກ່ຽວກັບການອະນຸລັກພັນພືດ ແລະ ຊີວະນາໆພັນໃນລາວ ສຳລັບປີ 2019-2021, ເຊິ່ງແນໃສ່ການສຳຫຼວດຊີວະນາໆພັນ.ຂໍ້ຕົກລົງກ່ຽວກັບການລິເລີ່ມດັ່ງກ່າວໄດ້ມີການລົງນາມທີ່ວຽງຈັນ ໃນວັນອັງຄານນີ້ ພາຍໃຕ້ການເຂົ້າຮ່ວມຂອງທ່ານ ປອ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ນັກຂັບຂີ່ລາວທີ່ມີໃບອະນຸຍາດສາມາດຂັບຂີ່ຕາມທ້ອງຖະໜົນໃນອາຊຽນ
ອຳນາດການປົກຄອງທ້ອງຖິ່ນໄດ້ຊີ້ແຈງວ່າ ນັກຂັບຂີ່ລາວທີ່ຖືໃບອະນຸຍາດຂັບຂີ່ສາກົນສາມາດຂັບຂີ່ຍານພາຫະນະໄດ້ຢ່າງເສລີ ໃນບັນດາປະເທດຕ່າງໆທົ່ວໂລກທີ່ລາວໄດ້ລົງນາມໃນອະນຸສັນຍາທີ່ກ່ຽວຂ້ອງ.ນອກນີ້ ນັກຂັບຂີ່ທີ່ຖືໃບຂັບຂີ່ລາວແມ່ນມີສິດຂັບຂີ່ໃນບັນດາປະເທດອາຊຽນໄດ້ຢ່າງເປັນທາງການ ຖ້າຫາກວ່າມີຊື່ໃນໃບຂັບຂີ່ເປັນພາສາອັງກິດ.ອ່ານຕໍ່ ...
ໄພສີທອງ ຈັນດາລາ
ບໍລິສັດຈີນ ສຳຫຼວດໂອກາດທາງທຸລະກິດໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດອາຫານ ແລະ ເຄື່ອງດື່ມຈາກຈີນ – ບໍລິສັດໄຫໜານ ປິນຊຽງ ສະບຽງອາຫານ ຈຳກັດ – ຫວັງຂະຫຍາຍຕະຫຼາດໃນປະເທດລາວ, ໂດຍເລີ່ມຈາກນະຄອນຫຼວງວຽງຈັນ.ບໍລິສັດດັ່ງກ່າວ ໄດ້ຮ່ວມວາງສະແດງຜະລິດຕະພັນ ໃນງານວາງສະແດງສິນຄ້າເສດຖະກິດ ແລະ ເທັກໂນໂລຢີ ເພື່ອການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ 2019 ເຊິ່ງໄດ້ເປີດຂຶ້ນຢູ່ນະຄອນຫຼວງວຽງຈັນໃນຕົ້ນອາທິດນີ້.ອ່ານຕໍ່ ...
ສຸກສະໄໝ ບູລົມ
ເຈົາໜ້າທີ່ອຸຕຸນິຍົມ ຄາດວ່າອາກາດໃນລາວ ຍັງຈະສືບຕໍ່ໜາວເຢັນ
ເຈົ້າໜ້າທີ່ອຸຕຸນິຍົມ ໄດ້ແຈ້ງເຕືອນປະຊາຊົນໃນທົ່ວປະເທດກ່ຽວກັບສະພາບອາກາດທີ່ຍັງຈະສືບຕໍ່ໜາວເຢັນ, ພ້ອມທັງມີໝອກໜາ ແລະ ລົມພັດແຮງຢູ່ທາງພາກເໜືອຂອງລາວ ໃນຊ່ວງວັນທີ 4-8 ທັນວານີ້.ກົມອຸຕຸນິຍົມວິທະຍາ ແລະ ອຸທຸກະສາດ ໄດ້ອອກແຈ້ງເຕືອນວ່າສະພາບອາກາດໜາວເຢັນກຳລັງແຜ່ປົກຄຸມໃນທົ່ວປະເທດ ເຊິ່ງອຸນນະພູມຄາດວ່າຈະສືບຕໍ່ຫຼຸດລົງເຖິງລະດັບ 5-7C ຢູ່ທາງພາກເໜືອຂອງປະເທດ.ແຂວງໄຊສົມບູນ ຄາດວ່າຈະມີອາກາດທີ່ໜາວເຢັນກວ່າໝູ່ ພ້ອມມີໝອກໜາໃນຕອນເຊົ້າ ເຊັ່ນດຽວກັບຢູ່ເຂດພູພຽງບໍລະເວນທາງພາກໃຕ້ ເຊິ່ງອຸນນະພູມອາດຫຼຸດລົງເຖິງ 3-5C ພ້ອມທັງມີໝອກໜາ ແລະ ລົມພັດແຮງ.ອ່ານຕໍ່ ...
ໂຕະຂ່າວວຽງຈັນທາມສ໌
ສະຄູດຈະເປີດຕົວຖ້ຽວບິນສາຍກົງ ສິງກະໂປ-ລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ສະຄູດ ສາຍການບິນລາຄາຍ່ອມເຍົາຂອງສິງກະໂປແອລາຍ ຈະພ້ອມໃຫ້ບໍລິການຖ້ຽວບິນ ສິງກະໂປ-ລາວ ໃນເດືອນເມສາປີນີ້ ໃນລາຄາປີ້ຍົນເລີ່ມຕົ້ນ US$88 ໂດລາ ຕາມການເປີດເຜີຍໃນວານນີ້.ສະຄູດຈະໃຫ້ບໍລິການບິນຮັບສົ່ງຈາກສິງກະໂປ ຫາວຽງຈັນ ຫາຫຼວງພະບາງ. ເຊິ່ງຖ້ຽວບິນຈະເລີ່ມຈາກສິງກະໂປ ໄປຫາຫຼວງພະບາງ ຕາມດ້ວຍວຽງຈັນ ກ່ອນທີ່ຈະບິນກັບໄປສິງກະໂປ ຕາມຂໍ້ມູນຈາກ Straits Times ໜັງສືພິມຊັ້ນນຳຂອງສິງກະໂປ.ອ່ານຕໍ່ ...
ໂຕະຂ່າວ
ການຄ້າສອງຝ່າຍ ລາວ-ເກົາຫຼີໃຕ້ ທະລຸ 120 ລ້ານໂດລາສະຫະລັດ
(ຂປລ) ການຄ້າສອງຝ່າຍລະຫວ່າງສາທາລະນະລັດເກົາຫຼີ ແລະ ລາວໃນປີ 2017 ທະລຸ 120 ລ້ານໂດລາສະຫະລັດ, ຕາມການລາຍງານຂອງອົງການສົ່ງເສີມການຄ້າ-ການລົງທຶນເກົາຫຼີ.ອ່ານຕໍ່ ...
ຂປລ
ການຮ່ວມມືດ້ານການຄົ້ນຄວ້າອອສ໌ເຕຣເລຍ-ລາວ ສົ່ງເສີມການພັດທະນາດ້ານກະສິກຳ
ວຽງຈັນ (ວຽງຈັນທາມສ໌/ANN) – ສູນຄົ້ນຄວ້າດ້ານກະສິກຳສາກົນ ອອສ໌ເຕຣເລຍ (ACIAR) ສືບຕໍ່ການຮ່ວມມືກັບລັດຖະບານລາວ ໃນການຄົ້ນຄວ້າກ່ຽວກັບລະບົບການກະສິກຳແບບຍືນຍົງ ເພື່ອແກ້ໄຂບັນຫາທ້າທາຍທີ່ເກີດຂຶ້ນໃນບັນດາປະເທດກຳລັງພັດທະນາ.ຕາມຂໍ້ມູນຈາກສູນ, ອອສ໌ເຕຣເລຍໄດ້ໃຫ້ທຶນ AUD 4.8 ລ້ານໂດລາອອສ໌ເຕຣເລຍ ເພື່ອສະໜັບສະໜູນ 22 ໂຄງການຄົ້ນຄວ້າເພື່ອການພັດທະນາກະສິກຳ ສຳລັບປີ 2018-2019.ອ່ານຕໍ່ ...
ໂຕະຂ່າວ
ບໍລິສັດຕ່າງປະເທດໝາຍຕາຂະຫຍາຍຕະຫຼາດໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ບັນດາບໍລິສັດຈາກອາຊີ, ປະເທດສະມາຊິກອາຊຽນ ແລະ ຢູໂຣບກຳລັງຊອກຫາຕະຫຼາດເພື່ອຈຳໜ່າຍສິນຄ້າໃນລາວ ເຊິ່ງກຳລັງມີຄວາມຕ້ອງການທີ່ສູງ.ເຖິງວ່າລາວຈະເປັນຕະຫຼາດທີ່ນ້ອຍໃນພາກພື້ນອາຊຽນ ມີປະຊາກອນພຽງ 6.8 ລ້ານຄົນ, ລາວກໍເປັນເປົ້າໝາຍຕະຫຼາດທີ່ໜ້າສົນໃຈສຳລັບຜູ້ຜະລິດຈາກຈີນ, ຍີ່ປຸ່ນ, ເກົາຫຼີ, ສິງກະໂປ, ມາເລເຊຍ, ໄທ, ເຢຍລະມັນ ແລະ ອີຕາລີ. ປະເທດເຫຼົ່ານີ້ລ້ວນແລ້ວແຕ່ພວມກຳລັງຊອກຫາໂອກາດທາງທຸລະກິດໃນລາວ.ອ່ານຕໍ່ ...
ໂຕະຂ່າວ
http://annx.asianews.network/content/foreign-firms-eye-bigger-markets-laos-99160
ລັດຖະບານຈະເພີ່ມການສ້າງເຂດອະນຸລັກພັນປາ
ການຫຼຸດລົງຂອງປະຊາກອນປາໃນລາວ ເຮັດໃຫ້ລັດຖະບານຈຳຕ້ອງເພີ່ມຈຳນວນເຂດອະນຸລັດພັນປາ ເພື່ອເປັນການຮັກສາຄວາມຍືນຍົງຂອງປະຊາກອນປາ. ໃນຊ່ວງທົດສະວັດທີ່ຜ່ານມາ ບັນດາຊ່ຽວຊານໄດ້ໃຫ້ເຫດຜົນໃນການຫຼຸດລົງຂອງປະລິມານປາໃນແມ່ນ້ຳ ຍ້ອນການຫາປາແບບບໍ່ຍືນຍົງ, ຍ້ອນມົນລະພິດ ແລະ ຍ້ອນການເພີ່ມຂຶ້ນຂອງປະຊາກອນ.ອ່ານຕໍ່ ...
ວຽງຈັນທາມສ໌
ລາວຮ່ວມສະເຫຼີມສະຫຼອງຖະແຫຼງການວ່າດ້ວຍສິດທິມະນຸດສາກົນ
ອົງການຈັດຕັ້ງລັດຖະບານ ພ້ອມດ້ວຍຜູ້ຕາງໜ້າທາງການທູດ ແລະ ອົງການຈັດຕັ້ງສາກົນ ຮ່ວມຊຸມນຸມກັນທີ່ວຽງຈັນເພື່ອສະເຫຼີມສະຫຼອງວັນສ້າງຕັ້ງຖະແຫຼງການວ່າດ້ວຍສິດທິມະນຸດສາກົນ ຄົບຮອບ 70 ປີ ແລະ ໝາກຜົນຂອງການຈັດຕັ້ງປະຕິບັດ ພາຍໃຕ້ການສະໜັບສະໜູນຂອງອົງການສະຫະປະຊາຊາດ, ສະຫະພາບເອີຣົບ ແລະ ອົດສະຕຣາລີ.ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 10 ທັນວາ ພາຍໃຕ້ການເຂົ້າຮ່ວມຂອງບັນດາສະມາຊິກອົງການຈັດຕັ້ງສັງຄົມສົງເຄາະ ແລະ ນັກຮຽນນັກສຶກສາ, ຕາມການລາຍງານຂອງກະຊວງການຕ່າງປະເທດລາວ.ອ່ານຕໍ່ ...
ບັນນາທິການວຽງຈັນທາມສ໌
ອີຢູ ໃຫ້ການຊ່ວຍເຫຼືອສຳລັບຜູ້ປະສົບໄພນ້ຳຖ້ວມໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ສະຫະພາບຢູໂຣບ (ອີຢູ) ໄດ້ແຈ້ງກ່ຽວກັບການຈັດສັນທຶນ €200,000 ຢູໂຣ (1.95 ຕື້ກີບ) ເພື່ອການຊ່ວຍເຫຼືອເພື່ອມະນຸດສະທຳສຳລັບຄອບຄົວທີ່ປະສົບໄພນ້ຳຖ້ວມໃນລາວ ທີ່ໄດ້ຮັບຜົນກະທົບຈາກພະຍຸເຂດຮ້ອນທີ່ຜ່ານມາ.ຕາມບົດຂ່າວໃນເວັບໄຊຂອງຄະນະຜູ້ແທນສະຫະພາບຢູໂຣບປະຈຳລາວ, ທຶນຊ່ວຍເຫຼືອດັ່ງກ່າວແມ່ນມາຈາກໜ່ວຍງານຊ່ວຍເຫຼືອເພື່ອມະນຸດສະທຳ ແລະ ປົກປ້ອງສັງຄົມຢູໂຣບ (ECHO) ໂດຍຜ່ານ ກົນໄກເຄື່ອງມືຂະໜາດນ້ອຍ.ອ່ານຕໍ່ ...
ເອກະພອນ ພູທອນສີ
ລັດຖະບານຊຸກຍູ້ໃຫ້ມີການແກ້ໄຂບັນຫາກ່ຽວກັບການຄ້າອີເລັກໂທຣນິກ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານຕ້ອງແກ້ໄຂສິ່ງທ້າທາຍຫຼາຍຢ່າງ ເພື່ອເສີມຂະຫຍາຍຄວາມພະຍາຍາມໃນການພັດທະນາວຽກງານການຄ້າອີເລັກໂທຣນິກ (e-commerce) ໃຫ້ມີປະສິດທິພາບ ແລະ ເພື່ອເພີ່ມປະສິດທິຜົນທາງການຄ້າ, ຕາມບົດລາຍງານຫຼ້າສຸດ.ໃນບົດລາຍງານປີ 2018, ພາຍໃຕ້ການສະໜັບສະໜູນຂອງທະນາຄານໂລກ, ລັດຖະບານອອສ໌ເຕຣເລຍ, ເຢຍລະມັນ, ສະຫະພາບຢູໂຣບ ແລະ ໄອແລນ ໄດ້ສະແດງໃຫ້ເຫັນສິ່ງທ້າທາຍຕົ້ນຕໍຂອງລາວຄື ຂໍ້ຈຳກັດດ້ານການເຂົ້າເຖິງອິນເຕີເນັດ, ຄ່າບໍລິການອິນເຕີເນັດທີ່ສູງ ແລະ ຄວາມບໍ່ພຽງພໍທາງດ້ານລະບຽບການ.ນອກນີ້ ບັນຫາຄວາມບໍ່ພຽງພໍດ້ານພື້ນຖານໂຄງລ່າງໄອທີ ກໍຄືຕົ້ນທຶນການອຳນວຍຄວາມສະດວກດ້ານການຄ້າ ແລະ ການຂົນສົ່ງທີ່ສູງ ຍັງເປັນອຸປະສັກຕໍ່ການພັດທະນາດ້ານ e-commerce ຕາມບົດລາຍງານໃນຫົວຂໍ້ “ການສ້າງປະໂຫຍດຈາກ E-commerce“.ອ່ານຕໍ່ບົດລາຍງານທີ່ກ່ຽວຂ້ອງ (ພາສາອັງກິດ)Digital Connectivity in Lao PDR Lagging Behind Peers : A Short Assessment with Policy Recommendations to ...
ເອກະພອນ ພູທອນສີ
ເຢຍລະມັນ ສືບຕໍ່ຊ່ຍເຫຼືອໃນອະນຸລັກຊີວະນາໆພັນໃນລາວ
ລັດຖະບານເຢຍລະມັນ ໄດ້ຕົກລົງສືບຕໍ່ຊ່ວຍເຫຼືອດ້ານການເງິນມູນຄ່າ EUR 6.2 ລ້ານຢູໂຣ ໃນການຈັດຕັ້ງປະຕິບັດໂຄງການປົກປ້ອງ ແລະ ນຳໃຊ້ລະບົບນິເວດປ່າໄມ້ ແລະ ຊີວິນາໆພັນຢ່າງຍືນຍົງ (ProFEB) ໄລຍະທີ 2 ໃນລາວ.ຕາງໜ້າລັດຖະບານລາວ ແລະ ເຢຍລະມັນ ໄດ້ລົງນາມໃນຂໍ້ຕົກລົງການຈັດຕັ້ງປະຕິບັດທາງວິຊາການ ວານນີ້ ເພື່ອສົ່ງເສີມການບໍລິຫານຈັດການປ່າໄມ້ທີ່ດີ, ການຄຸ້ມຄອງປ່າສະຫງວນໃຫ້ມີປະສິດທິພາບ ແລະ ການສຶກສາທາງດ້ານສິ່ງແວດລ້ອມ.ອ່ານຕໍ່ ...
ໂຕະຂ່າວວຽງຈັນທາມສ໌
ໂຄງການຊີວິນາໆພັນສະໜັບສະໜູນເບ້ຍໄມ້ໃນວັນປູກຕົ້ນໄມ້ແຫ່ງຊາດ
ວຽງຈັນ (ວຽງຈັນທາມສ໌/ANN) – ໂຄງການອະນຸລັກຊີວະນາໆພັນ (BCC) ຂອງທະນາຄານພັດທະນາອາຊີ (ADB) ໄດ້ສະໜອງເບ້ຍໄມ້ 10,000 ເບ້ຍ ເພື່ອຊ່ວຍເຫຼືອລັດຖະບານລາວໃຫ້ບັນລຸເປົ້າໝາຍອັນສູງສົ່ງໃນການຂະຫຍາຍພື້ນທີ່ສີຂຽວໃນນະຄອນຫຼວງວຽງຈັນໃນປີນີ້.ເບ້ຍໄມ້ບາງສ່ວນໄດ້ນຳໄປປູກທີ່ສວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍ ເມືອງໄຊທານີ. ສ່ວນທີ່ເຫຼືອຈະນຳໄປປູກພາຍໃນເດືອນນີ້ ທີ່ປ່າສະຫງວນແຫ່ງຊາດພູເຂົາຄວາຍ ແລະ ພູພະນັງ ແຂວງວຽງຈັນ ແລະ ແຂວງບໍລິຄຳໄຊ.ອ່ານຕໍ່ ...
ໂຕະຂ່າວ
http://annx.asianews.network/content/biodiversity-project-supports-national-arbour-day-97836
ກົດໝາຍສະບັບໃໝ່ກຳນົດໜ້າທີ່ຂອງຜູ້ປະກອບການປ້າຍໂຄສະນາ
ຫົວໜ່ວຍທຸລະກິດທີ່ກ່ຽວຂ້ອງກັບການເຮັດປ້າຍ ແລະ ປ້າຍໂຄສະນາ ຈຳຕ້ອງງົດການດຳເນີນກິດຈະການ ຖ້າວ່າບໍ່ປະຕິບັດຕາມລະບຽບການກ່ຽວກັບເນື້ອໃນ ແລະ ພາສາ.ການຢຸດກິດຈະການ, ບໍ່ວ່າຈະເປັນການຊົ່ວຄາວ ຫຼື ຖາວອນ, ຈະບໍ່ມີຂໍ້ຍົກເວັ້ນໃດໆ ນັບແຕ່ການປະຕິບັດພັນທະຕາມກົດໝາຍ ໄປເຖິງການຊົດໃຊ້ໜີ້ສິນໃຫ້ແກ່ບຸກຄົນ, ນິຕິບຸກຄົນ ແລະ ລັດຖະບານ.ກົດໝາຍວ່າດ້ວຍປ້າຍ ແລະ ປ້າຍໂຄສະນາ ທີ່ຫາກໍ່ປະກາດໃຊ້ນີ້ ໄດ້ກຳນົດລະບຽບການໃນການຄຸ້ມຄອງທຸລະກິດປ້າຍ ແລະ ປ້າຍໂຄສະນາໃນລາວ.ອ່ານຕໍ່ ...
ບັນນາທິການວຽງຈັນທາມສ໌
ລາວ, ຫວຽດນາມສົ່ງເສີມການຮ່ວມມືດ້ານການພັດທະນາຂະແໜງພະລັງງານ
ຮ່າໂນຍ (ວຽງຈັນທາມສ໌/ANN) – ລາວ ແລະ ຫວຽດນາມຈະສືບຕໍ່ຮ່ວມມືດ້ານການຄ້າຂາຍໄຟຟ້າ ຫຼັງຈາກຄະນະນຳຈາກກກະຊວງພະລັງງານ ແລະ ບໍ່ແຮ່ລາວ ເດີນທາງຢ້ຽມຢາມເຈົ້າໜ້າທີ່ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ທີ່ນະຄອນຮ່າໂນຍ ປະເທດຫວຽດນາມ.ການຢ້ຽມຢາມດັ່ງກ່າວແມ່ນນຳໂດຍທ່ານ ປອ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໃນວັນທີ 16-19 ກຸມພາ, ເພື່ອຮັດແໜ້ນສາຍພົວພັນດ້ານການຄ້າໄຟຟ້າ ລະຫວ່າງສອງປະເທດແຕ່ເໜືອເຖິງໃຕ້, ເຊິ່ງລວມມີ 9 ຈຸດໃນລະບົບສາຍສົ່ງ 220kV, 230 kV ແລະ 500kV.ອ່ານຕໍ່ ...
ໂຕະຂ່າວ
ໂຄງການ ມຊ ຊ່ວຍສ້າງຄວາມສາມາດໃນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ
ວຽງຈັນ (ວຽງຈັນທາມສ໌/ANN) – ຄະນະວິທະຍາສາດສິ່ງແວດລ້ອມ ມະຫາວິທະຍາໄລແຫ່ງຊາດ (ມຊ) ລາຍງານຄວາມຄືບໜ້າໃນໂຄງການສ້າງຄວາມສາມາດ ກ່ຽວກັບຄວາມຮູ້ວິຊາການ ເພື່ອການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ (EIA).ໂຄງການດັ່ງກ່າວ ເຊິ່ງດຳເນີນແຕ່ປີ 2018-2020 ໄດ້ມີການພັດທະນາຫຼັກສູດຝຶກອົບຮົມ EIA ແລະ ປຶ້ມແບບຮຽນ ສຳລັບລັດຖະກອນ ກໍຄືເຈົ້າໜ້າທີ່ຂັ້ນເມືອງ ແລະ ຂັ້ນແຂວງໃນທົ່ວປະເທດ, ເພື່ອເສີມຂະຫຍາຍຄວາມຮູ້ຄວາມເຂົ້າໃຈໃນຂົງເຂດວຽກງານດັ່ງກ່າວ.ອ່ານຕໍ່ ...
ສັງຄົມໄຊ ບຸບຜານຸວົງ
ລາວ, ລັດເຊຍ ຖະແຫຼງການຮ່ວມມືໃນຫຼາຍຂະແໜງການ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ລັດເຊຍໄດ້ຕົກລົງຮ່່ວມມືກັນໃນຂະແໜງການຄ້າ, ເສດຖະກິດ, ແລະ ວິທະຍາສາດ ແລະ ວິຊາການ ເພື່ອສືບຕໍ່ສາຍພົວພັນສອງຝ່າຍ.ທ່ານ ປອ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຂອງລາວ ແລະ ທ່ານ ກອນສ໌ຕັນຕິນ ໂນສ໌ກອຟ໌ ລັດຖະມົນຕີກະຊວງການພັດທະນາດິຈິຕອລ໌, ການສື່ສານ ແລະ ສື່ມວນຊົນແຫ່ງສະພັນພັນລັດເຊຍ ໄດ້ລົງນາມໃນຂໍ້ຕົກລົງການຮ່ວມມືໃນຂົງເຂດວຽກງານດັ່ງກ່າວ, ໃນລະຫວ່າງການເດີນທາງຢ້ຽມປະເທດລັດເຊຍຂອງທ່ານສຸພັນໃນອາທິດແລ້ວນີ້.ອ່ານຕໍ່ ...
ໂຕະຂ່າວ
http://annx.asianews.network/content/laos-russia-announce-cooperation-numerous-fields-100197
ການຄວບຄຸມລາຄາສິນຄ້າໃນລາວຍັງຄົງມີຄວາມຫຍຸ້ງຍາກ
ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງອຸດສາຫະກຳ ແລະ ການຄ້າຍັງຄົງຜະເຊີນກັບຂໍ້ຫຍຸ້ງຍາກໃນການຄວບຄຸມລາຄາສິນຄ້າໃນລາວ ເນື່ອງຈາກສິນຄ້າສ່ວນໃຫຍ່ແມ່ນນຳເຂົ້າຈາກປະເທດໄທ, ຕາມບົດລາຍງານຂອງກະຊວງ.ກະຊວງການຄ້າໄດ້ເຜີຍແຜ່ບົດລາຍງານກ່ຽວກັບການຄຸ້ມຄອງລາຄາສິນຄ້າ ແລະ ສິນຄ້ານຳເຂົ້າ ໃນກອງປະຊຸມລະຫວ່າງຄະນະລັດຖະບານ, ເຈົ້າແຂວງ ແລະ ເຈົ້າຄອງນະຄອນວຽງຈັນໃນອາທິດແລ້ວນີ້, ເຊິ່ງຢືນຢັນວ່າການປ່ຽນແປງຂອງລາຄາສິນຄ້າຢູ່ໄທໄດ້ສົ່ງຜົນກະທົບຜົນຢ່າງໃຫຍ່ຫຼວງຕໍ່ລາຄາສິນຄ້າໃນລາວ.ອ່ານຕໍ່ ...
ເອກະພອນ ພູທອນສີ
ທະນາຄານຫວຽດຕິນ ເປີດສຳນັກງານໃຫຍ່ຢູ່ນະຄອນວຽງຈັນ
ທະນາຄານພານິດຮ່ວມຫຸ້ນ ເພື່ອອຸດສາຫະກຳ ແລະ ການຄ້າ ຫວຽດນາມ (ຫວຽດຕິນແບັງ) ໄດ້ເປີດສຳນັກງານໃຫຍ່ ຢູ່ນະຄອນຫຼວງວຽງຈັນ, ເພື່ອສົ່ງເສີມບາດກ້າວໃນການຂະຫຍາຍການຮ່ວມມືລະຫວ່າງລາວ ແລະ ຫວຽດນາມ ໃນຂະແໜງການເງິນ ແລະ ການທະນາຄານ.ທະນາຄານຫວຽດຕິນ ໄດ້ເປີດສາຂາທຳອິດໃນລາວໃນປີ 2012, ເຊິ່ງໄດ້ມີການຍົກລະດັບເປັນທະນາຄານຫວຽດຕິນລາວໃນປີ 2015 ເຊິ່ງເປັນເຄືອຂ່າຍຂອງທະນາຄານຫວຽດຕິນ. ຈາກນັ້ນໄດ້ມີການເປີດສາຂາເພີ່ມຢູ່ແຂວງຈຳປາສັກໃນເດືອນກັນຍາ ປີ 2016.ອ່ານຕໍ່ ...
Taejun Kang
https://laotiantimes.com/2019/09/19/vietinbank-opens-laos-headquraters-in-vientiane/