News
ສິດທິມະນຸດ, ຄວາມສະເໝີພາບ ແລະ ການມີສ່ວນຮ່ວມ: ປ່ຽນວິກິດໂຄວິດ-19 ເປັນໂອກາດ
ທຸກປີໃນວັນທີ 10 ທັນວາ, ໂລກໄດ້ສະເຫຼີມສະຫຼອງ ວັນສິດທິມະນຸດ, ຮັບຮູ້ການຮັບຮອງເອົາຖະແຫຼງການສາກົນ ໂດຍເລຂາທິການໃຫຍ່ອົງການສະຫະປະຊາຊາດໃນປີ 1948. ຖະແຫຼງການດັ່ງກ່າວ ເປັນບາດລ້ຽວແຫ່ງຂະບວນວິວັດຂອງຄວາມສີວິໄລຂອງມະນຸດ ທີ່ໄດ້ຕັ້ງຫຼັກເກນພື້ນຖານຕ່າງໆດ້ານສິດທິມະນຸດ ແລະ ເສລີພາບ ທີ່ເຮົາທຸກຄົນໄດ້ຮັບນັ້ນ. ໄດ້ເປັນທີ່ຍອມຮັບ ເໝືອນກັບເປັນການເຊື່ອມໂຍງສັງຄົມ ລະຫວ່າງ ລັດຖະບານ ແລະ ປະຊາຊົນ – ແລະ ລະຫວ່າງປະຊາຊົນ, ຖະແຫຼງການໄດ້ຮັບປະກັນສິດທິຕ່າງໆ ໂດຍບໍ່ຈຳແນກສັນຊາດ, ເຜົ່າພັນ, ພາສາ, ເພດ, ສາສະໜາ, ທັດສະນະການເມືອງ ຫຼື ສະຖານະພາບອື່ນໆ. ອ່ານເພິ່ມເຕີມ ...
ສຳນັກຂ່າວສານປະເທດລາວ
ລາວຮ່ວມສະເຫຼີມສະຫຼອງຖະແຫຼງການວ່າດ້ວຍສິດທິມະນຸດສາກົນ
ອົງການຈັດຕັ້ງລັດຖະບານ ພ້ອມດ້ວຍຜູ້ຕາງໜ້າທາງການທູດ ແລະ ອົງການຈັດຕັ້ງສາກົນ ຮ່ວມຊຸມນຸມກັນທີ່ວຽງຈັນເພື່ອສະເຫຼີມສະຫຼອງວັນສ້າງຕັ້ງຖະແຫຼງການວ່າດ້ວຍສິດທິມະນຸດສາກົນ ຄົບຮອບ 70 ປີ ແລະ ໝາກຜົນຂອງການຈັດຕັ້ງປະຕິບັດ ພາຍໃຕ້ການສະໜັບສະໜູນຂອງອົງການສະຫະປະຊາຊາດ, ສະຫະພາບເອີຣົບ ແລະ ອົດສະຕຣາລີ.ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 10 ທັນວາ ພາຍໃຕ້ການເຂົ້າຮ່ວມຂອງບັນດາສະມາຊິກອົງການຈັດຕັ້ງສັງຄົມສົງເຄາະ ແລະ ນັກຮຽນນັກສຶກສາ, ຕາມການລາຍງານຂອງກະຊວງການຕ່າງປະເທດລາວ.ອ່ານຕໍ່ ...
ບັນນາທິການວຽງຈັນທາມສ໌