ທະນາຄານຫວຽດຕິນ ເປີດສຳນັກງານໃຫຍ່ຢູ່ນະຄອນວຽງຈັນ

ທະນາຄານພານິດຮ່ວມຫຸ້ນ ເພື່ອອຸດສາຫະກຳ ແລະ ການຄ້າ ຫວຽດນາມ (ຫວຽດຕິນແບັງ) ໄດ້ເປີດສຳນັກງານໃຫຍ່ ຢູ່ນະຄອນຫຼວງວຽງຈັນ, ເພື່ອສົ່ງເສີມບາດກ້າວໃນການຂະຫຍາຍການຮ່ວມມືລະຫວ່າງລາວ ແລະ ຫວຽດນາມ ໃນຂະແໜງການເງິນ ແລະ ການທະນາຄານ.

ທະນາຄານຫວຽດຕິນ ໄດ້ເປີດສາຂາທຳອິດໃນລາວໃນປີ 2012, ເຊິ່ງໄດ້ມີການຍົກລະດັບເປັນທະນາຄານຫວຽດຕິນລາວໃນປີ 2015 ເຊິ່ງເປັນເຄືອຂ່າຍຂອງທະນາຄານຫວຽດຕິນ. ຈາກນັ້ນໄດ້ມີການເປີດສາຂາເພີ່ມຢູ່ແຂວງຈຳປາສັກໃນເດືອນກັນຍາ ປີ 2016.

ອ່ານຕໍ່…

Taejun Kang
https://laotiantimes.com/2019/09/19/vietinbank-opens-laos-headquraters-in-vientiane/