ລັດຖະບານຊຸກຍູ້ໃຫ້ມີການແກ້ໄຂບັນຫາກ່ຽວກັບການຄ້າອີເລັກໂທຣນິກ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານຕ້ອງແກ້ໄຂສິ່ງທ້າທາຍຫຼາຍຢ່າງ ເພື່ອເສີມຂະຫຍາຍຄວາມພະຍາຍາມໃນການພັດທະນາວຽກງານການຄ້າອີເລັກໂທຣນິກ (e-commerce) ໃຫ້ມີປະສິດທິພາບ ແລະ ເພື່ອເພີ່ມປະສິດທິຜົນທາງການຄ້າ, ຕາມບົດລາຍງານຫຼ້າສຸດ.

ໃນບົດລາຍງານປີ 2018, ພາຍໃຕ້ການສະໜັບສະໜູນຂອງທະນາຄານໂລກ, ລັດຖະບານອອສ໌ເຕຣເລຍ, ເຢຍລະມັນ, ສະຫະພາບຢູໂຣບ ແລະ ໄອແລນ ໄດ້ສະແດງໃຫ້ເຫັນສິ່ງທ້າທາຍຕົ້ນຕໍຂອງລາວຄື ຂໍ້ຈຳກັດດ້ານການເຂົ້າເຖິງອິນເຕີເນັດ, ຄ່າບໍລິການອິນເຕີເນັດທີ່ສູງ ແລະ ຄວາມບໍ່ພຽງພໍທາງດ້ານລະບຽບການ.

ນອກນີ້ ບັນຫາຄວາມບໍ່ພຽງພໍດ້ານພື້ນຖານໂຄງລ່າງໄອທີ ກໍຄືຕົ້ນທຶນການອຳນວຍຄວາມສະດວກດ້ານການຄ້າ ແລະ ການຂົນສົ່ງທີ່ສູງ ຍັງເປັນອຸປະສັກຕໍ່ການພັດທະນາດ້ານ e-commerce ຕາມບົດລາຍງານໃນຫົວຂໍ້ “ການສ້າງປະໂຫຍດຈາກ E-commerce“.

ອ່ານຕໍ່…

ບົດລາຍງານທີ່ກ່ຽວຂ້ອງ (ພາສາອັງກິດ)

  1. Digital Connectivity in Lao PDR Lagging Behind Peers : A Short Assessment with Policy Recommendations to Catch Up
  2. Taking Advantage of E-Commerce : Legal, Regulatory and Trade Facilitation Priorities for Lao PDR

ເອກະພອນ ພູທອນສີ