ຖ້ຽວບິນລາວ-ຍີ່ປຸ່ນ ຄາດຈະດຶງດູດນັກທ່ອງທ່ຽວຂາເຂົ້າ
ບໍລິສັດການບິນລາວ ມີແຜນເປີດຖ້ຽວບິນຈາກນະຄອນວຽງຈັນ ແລະ ເມືອງຫຼວງພະບາງ ເຖິງເມືອງກຸມາໂມໂຕ ແຂວງກິວຊິວ ປະເທດຍີ່ປຸ່ນ ໃນເດືອນມິນາປີໜ້າ ພາຍຫຼັງໄດ້ຮັບການຕອບຮັບຈາກຫ້ອງການຄຸ້ມຄອງການບິນພົນລະເຮືອນຂອງຍີ່ປຸ່ນ.ຖ້ຽວບິນ ວຽງຈັນ-ກຸມາໂມໂຕ ຈະໃຫ້ບໍລິການຜູ້ໂດຍສານໃນທຸກໆວັນພຸດ ແລະ ວັນເສົາ, ໃນຂະນະທີ່ຖ້ຽວບິນ ຫຼວງພະບາງ-ກຸມາໂມໂຕ ຈະບິນໃນທຸກໆວັນຈັນ ແລະ ວັນສຸກ.ຖ້ຽວບິນທັງສອງຈະນຳໃຊ້ຍົນໂດຍສານແອບັສ໌ 142 ບ່ອນນັ່ງ, ຕາມເຈົ້າໜ້າທີ່ການຕະຫຼາດຂອງບໍລິສັດການບິນລາວ.ອ່ານຕໍ່ ...
ໂຕະຂ່າວວຽງຈັນທາມສ໌
ລາວ, ຊີລີ ສົ່ງເສີມການຮ່ວມມືດ້ານທຸລະກິດ, ການຄ້າ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ຊີລີ ມີເປົ້າໝາຍເສີມຂະຫຍາຍການຮ່ວມມືທາງດ້ານທຸລະກິດ ແລະ ການຄ້າ ພາຍຫຼັງພິທີຕ້ອນຮັບທ່ານ ເຈມມີ ໂຊມາລີ ເອກອັກຄະລັດຖະທູດຊີລີປະຈຳລາວ ຢ່າງເປັນທາງການ ຂອງສະພາທຸລະກິດທ້ອງຖິ່ນ ທີ່ນະຄອນຫຼວງວຽງຈັນໃນວັນອັງຄານຜ່ານມາ.ນຳພາຄະນະຜູ້ແທນລາວໃນພິທີດັ່ງກ່າວ ເຊິ່ງລວມມີເຈົ້າໜ້າທີ່ສະພາການຄ້າ ແລະ ຜູ້ປະກອບການທຸລະກິດ ແມ່ນທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI). ອ່ານຕໍ່ ...
ໂຕະຂ່າວ
ລາວຮ່ວມມືກັບສະຫະລັດໃນການສົ່ງເສີມການລົງທຶນດ້ານເຮືອບິນ
(ຂປລ) ເຈົ້າໜ້າທີ່ລັດປະມານ 40 ຄົນ ຮ່ວມກັບເຈົ້າໜ້າທີ່ຈາກສະຫະລັດ ແລະ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຳມະນາວ່າດ້ວຍອະນຸສັນຍາ Cape Town ເພື່ອຫາລືກ່ຽວກັບມາດຕະການປະຕິບັດທີ່ດີທີ່ສຸດໃນການສົ່ງເສີມສະພາບແວດລ້ອມທຸລະກິດກ່ຽວກັບການຊື້ ແລະ ການລົງທຶນດ້ານເຮືອບິນໃນ ສປປ ລາວ.ກອງປະຊຸມສຳມະນາດັ່ງກ່າວແມ່ນຈັດໂດຍສະຖານທູດສະຫະລັດ ຮ່ວມກັບກົມການບິນພົນລະເຮືອນຂອງກະຊວງໂຍທາທິການ ແລະ ຂົນສົ່ງ, ພາຍໃຕ້ການສະໜັບສະໜູນຂອງບໍລິສັດ Boeing ແລະ GE ທີ່ນະຄອນຫຼວງວຽງຈັນ ໃນວັນທີ 20 ກຸມພາ 2019.ອ່ານຕໍ່ ...
ຂປລ
ຮ້ານອອກພົບຕົກ: ວາງສະແດງເຄື່ອງຫັດຖະກຳຂອງລາວສູ່ຊາວໂລກ
ໃນປະເທດທີ່ຖືວ່າການຕ່ຳແຜ່ນແມ່ນເປັນວຽກໃນຄົວເຮືອນອັນໜຶ່ງທີ່ສ່ວນໃຫຍ່ແມ່ນເຮັດໂດຍແມ່ຍິງ, ຮ້ານອອກພົບຕົກ ກຳລັງພະຍາຍາມປ່ຽນແປງທັດສະນະດັ່ງກ່າວ.ຮ້ານອອກພົບຕົກ ເຊິ່ງມີຄວາມໝາຍໃນພາສາລາວວ່າ “ຊາວຕາເວັນອອກພົບກັບຊາວຕາເວັນຕົກ” ເຊື່ອວ່າສາມາດປະກອບສ່ວນໃນອຸດສາຫະກຳທ້ອງຖິ່ນລາຍຍ່ອຍຂອງລາວ ແລະ ສົ່ງເສີມເອກະລາດດ້ານເງິນໃນກຸ່ມແມ່ຍິງທົ່ວປະເທດ ຜ່ານການຄ້າຂາຍເຄື່ອງຫັດຖະກຳພື້ນເມືອງລາວແບບຍຸດຕິທຳ.ອ່ານຕໍ່ ...
Kim Jee-won
https://laotiantimes.com/2019/07/18/ock-pop-tok-showcasing-lao-handicrafts-to-the-world/
ຄະນະວິຊາໃນ ມຊ, ຊາວໜຸ່ມ ຮ່ວມຫາລືກ່ຽວກັບການພັດທະນາດ້ານການສຶກສາ
ໃນວັນພຸດນີ້ ເຈົ້າໜ້າທີ່ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບຄູອາຈານ ແລະ ນັກສຶກສາມະຫາວິທະຍາໄລແຫ່ງຊາດລາວ (ມຊ) ໄດ້ເຕົ້າໂຮມກັນເພື່ອຫາລື ກ່ຽວກັບການພັດທະນາດ້ານການສຶກສາ ແລະ ສືບຕໍ່ປະກອບສ່ວນຕໍ່ປະເທດຊາດ.ເຂົ້າຮ່ວມໃນກອງປະຊຸມຊາວໜຸ່ມ ມຊ ດັ່ງກ່າວ ມີທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ, ທ່ານນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ເຈົ້າໜ້າທີ່ການນຳກະຊວງ, ຄູອາຈານ ແລະ ນັກສຶກສາຈາກມະຫາວິທະຍາໄລ.ອ່ານຕໍ່ ...
ສັງຄົມໄຊ ບຸບຜານຸວົງ
ເຈົ້າໜ້າທີ່ລະດັບສູງຈາກສະຫະລັດພົບປະລັດຖະບານລາວກ່ຽວກັບຍຸດທະສາດອິນໂດ-ປາຊິຟິກ
(ຂປລ) ໃນວັນທີ 14-16 ຕຸລາ, ເຈົ້າໜ້າທີ່ລະດັບສູງຈາກກະຊວງການຕ່າງປະເທດສະຫະລັດ ໄດ້ຢ້ຽມຢາມລາວເພື່ອທົບທວນຄວາມຄືບໜ້າຕໍ່ເນື່ອງດ້ານການພົວພັນສອງຝ່າຍ ແລະ ແນະນຳເຈົ້າໜ້າທີ່ລາວກ່ຽວກັບຍຸດທະສາດອິນໂດ-ປາຊິຟິກ.ອ່ານຕໍ່ ...
ຂປລ
ຜູ້ປະກອບການລາວໝາຍຕາໂອກາດທາງທຸລະກິດ ແລະ ການເຂົ້າເຖິງຕະຫຼາດການສົ່ງອອກ
ວຽງຈັນ (ວຽງຈັນທາມສ໌/ANN) – ຕາງໜ້າທຸລະກິດກ່ຽວກັບຊາ, ເຄື່ອງເທດ, ໝາກແໜ່ງ ແລະ ຜົງກະຫຼີ່ອິນເດຍ, ອົງການຈັດຕັ້ງເພື່ອສົ່ງເສີມທຸລະກິດຊຸມຊົນ ແລະ ຜູ້ປະກອບການດ້ານບໍລິການ ໄດ້ເຂົ້າຮ່ວມກອງປະຊຸມວິຊາການເພື່ອສົ່ງເສີມໂອກາດທາງທຸລະກິດ ແລະ ຕະຫຼາດການສົ່ງອອກ ຜ່ານການຫັນສູ່ມາດຕະຖານ ແລະ ການຢັ້ງຢືນ.ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນທີ່ສູນສົ່ງເສີມ SME, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ວຽງຈັນ.ອ່ານຕໍ່ ...
ໂຕະຂ່າວ
WhatsApp ແມ່ນແອັບມືຖືທີ່ນິຍົມໃຊ້ທີ່ສຸດໃນລາວ
WhatsApp ແມ່ນແອັບມືຖືທີ່ນິຍົມໃຊ້ທີ່ສຸດໃນລາວ ຕາມການສຳຫຼວດຂອງອົງການສົ່ງເສີມການຄ້າ-ການລົງທຶນເກົາຫຼີ (Kotra).“WhatsApp ແມ່ນແອັບມືຖືທີ່ເປັນທີ່ນິຍົມທີ່ສຸດໃນກຸ່ມນັກສົ່ງຂໍ້ຄວາມໃນລາວ ເຊິ່ງມີຄວາມສະດວກຕໍ່ນຳໃຊ້ໃນການສື່ສານຜ່ານໝາຍເລກໂທລະສັບທີ່ຕັ້ງໃສ່ໃນໂທລະສັບມືຖື” ອົງການ Kotra ລາຍງານ.ອ່ານຕໍ່ ...
The Laotian Times
https://laotiantimes.com/2019/07/12/whatsapp-the-most-popular-mobile-app-in-laos/
ການຫັນປ່ຽນປະເທດລາວຈາກດິນແດນທີ່ບໍ່ມີທາງອອກສູ່ທະເລ ໃຫ້ເປັນດິນແດນທີ່ມີການເຊື່ອມຈອດ
ໃນຖານະເປັນປະເທດດຽວ ໃນອາຊີຕາເວັນອອກສຽງໃຕ້ ທີ່ບໍ່ມີທາງອອກສູ່ທະເລ ລາວແມ່ນຂຶ້ນກັບພື້ນຖານໂຄງລ່າງຂອງປະເທດເພື່ອນບ້ານ ເພື່ອນໍາເຂົ້າ ແລະ ການຂົນສົ່ງສິນຄ້າ. ດັ່ງນັ້ນ, ຄວາມສຳເລັດ ຫຼື ຄວາມລົ້ມເຫຼວຂອງປະເທດລາວແມ່ນຂຶ້ນກັບປະສິດທິພາບຂອງເຄືອຂ່າຍພື້ນຖານໂຄງລ່າງຂອງປະເທດເຫຼົ່ານີ້. ລະບົບການຂົນສົ່ງສາກົນຂອງລາວສ່ວນຫຼາຍແມ່ນຂຶ້ນກັບປະສິດທິພາບຂອງ “ເສັ້ນທາງທະເລ” ທີ່ຜ່ານທ່າເຮືອດານັງຂອງຫວຽດນາມ. ຕາມທະນາຄານໂລກປີ 2018, ທ່າກຳປັ່ນດານັງມີຄວາມສາມາດແກ່ງແຍ້ງສູງ, ປະກອບສ່ວນຊຸກຍູ້ຂະແໜງການນຳເຂົ້າຂອງລາວໃຫ້ມີປະສິດທິຜົນ. ຄຽງຄູ່ກັນນັ້ນ, “ທາງລົດໄຟທາງທະເລ” ຜ່ານທ່າກຳປັ່ນ Klang ຂອງມາເລເຊຍທີ່ຜ່ານໄທຍັງເຮັດໃຫ້ຜູ້ນຳເຂົ້າໃຊ້ເວລາໜ້ອຍສຸດໃນການຂົນສົ່ງຜ່ານ.ອ່ານເພິ່ມເຕີມ ...
ສຸກສາຄອນ ເພັງສະຫວັດ
ການຈົດທະບຽນທຸລະກິດທີ່ງ່າຍຂຶ້ນຈະຊ່ວຍປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ນັກລົງທຶນ ແລະ ນັກທຸລະກິດໃນລາວຈະບໍ່ປະສົບຄວາມຫຍຸ້ງຍາກໃນການຈົດທະບຽນທຸລະກິດອີກຕໍ່ໄປ ຍ້ອນວ່າກະຊວງອຸດສາຫະກຳ ແລະ ການຄ້າມີແຜນໃໝ່ໃນການຫຼຸດຜ່ອນໄລຍະເວລາການຈົດທະບຽນທຸລະກິດໃຫ້ເປັນພາຍໃນ 10 ວັນ.ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກຳ ແບະ ການຄ້າ ໄດ້ອອກຂໍ້ຕົກລົງກ່ຽວກັບການຈົດທະບຽນທຸລະກິດໃນວັນທີ 9 ມັງກອນນີ້ ແລະ ມາດຕະການດັ່ງກ່າວຈະມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 1 ກຸມພານິ້ເປັນຕົ້ນໄປ.ອ່ານຕໍ່ ...
News Desk
ຈັບຊາຍຄົນລາວສາມຄົນໃນຂະນະຂົນສົ່ງຢາເສບຕິດມູນຄ່າ $430,000 ໂດລາ
ເຈົ້າໜ້າທີ່ໄດ້ຈັບກຸມຊາຍຄົນລາວສາມຄົນ ຢູ່ແຂວງຮາຕິນ ໃນວັນຈັນຜ່ານມາ ໃນຂະນະຂົນຍ້າຍຢາເສບຕິດມູນຄ່າ 10 ຕື້ດົງ ($430,000 ໂດລາ) ຈາກລາວໄປຫວຽດນາມ.ຊາຍສາມຄົນດັ່ງກ່າວ ທີ່ຍັງບໍ່ທັນໄດ້ຢືນຢັນຕົວຕົນ ແມ່ນຖືກຈັບຕົວໄດ້ໃກ້ກັບປະຕູດ່ານຊາຍແດນ ທີ່ເມືອງຮຸງຊົນ ທາງພາກກາງຂອງຫວຽດນາມ ໂດຍເຈົ້າໜ້າທີ່ຊາຍແດນຮາຕິນ ແລະ ເຈົ້າໜ້າທີ່ຕຳຫຼວດລາວ. ເຈົ້າໜ້າທີ່ສາມາດຍຶດຂອງກາງເປັນຢາເສບຕິດ 62,000 ເມັດທີ່ເຊື່ອງມານຳກະເປົາ ແລະ ຖົງຊາ, ລົດໃຫຍ່ສອງຄັນ ພ້ອມດ້ວຍເອກະສານທີ່ກ່ຽວຂ້ອງຈຳນວນໜຶ່ງ.ອ່ານຕໍ່ ...
Duc Hung
https://e.vnexpress.net/news/news/three-lao-men-caught-transporting-drugs-worth-430-000-3960803.html
ເຈົ້າໜ້າທີ່ບໍ່ແຮ່ຮຽນຮູ້ວິທີການໃນການປຸງແຕ່ງແຮ່ທາດ
ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ຈາກຂະແໜງບໍ່ແຮ່ຂັ້ນສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມຫຼັກສູດຝຶກອົບຮົມ ເພື່ອເສີມຂະຫຍາຍຄວາມຮູ້ກ່ຽວກັບການປຸງແຕ່ງແຮ່ທາດ.ຫຼັກສູດຝຶກອົບຮົມກ່ຽວກັບເຕັກນິກໃນການປຸງແຕ່ງແຮ່ທາດ ໄດ້ໄຂຂຶ້ນວານນີ້ທີ່ນະຄອນຫຼວງວຽງຈັນ ແລະ ຈະດຳເນີນໄປເຖິງວັນທີ 23 ກັນຍານີ້ ພາຍໃຕ້ການສະໜັບສະໜູນຂອງກະຊວງການຄ້າແຫ່ງປະເທດຈີນ.ອ່ານຕໍ່ ...
ໂຕະຂ່າວ
http://annx.asianews.network/content/mining-officials-dig-deeper-mineral-processing-methods-103446
ງານປະກວດນາງສາວມົ້ງຈະຈັດຂຶ້ນໃນເດືອນທັນວາ
ສາວງາມຊາວມົ້ງກຳລັງທະຍອຍກັນສະໝັກເຂົ້າປະກວດໃນງານປະກວດນາງສາວມົ້ງ ເຊິ່ງຈະຈັດຂຶ້ນໃນເດືອນທັນວາປີນີ້.ງານປະກວດນາງສາວມົ້ງລວມມີການສະແດງແບບຕ່າງໆ ເຊິ່ງສະແດງເຖິງເອກະລັກ ແລະ ວັດທະນະທຳຂອງຊົນເຜົ່າມົ້ງ, ເພື່ອສົ່ງເສີມມູນມໍລະດົກທາງວັດທະນະທຳໃນເວທີລາວ ແລະ ສາກົນ.ອ່ານຕໍ່. ...
The Laotian Times
https://laotiantimes.com/2019/09/06/miss-hmong-laos-contest-to-be-held-in-december/
ດ່ານສາກົນນາເພົ້າສຳເລັດການຍົກລະດັບສິ່ງອຳນວຍຄວາມສະດວກ
(ຂປລ) ບໍລິສັດພູເບ້ຍມາຍນິ້ງ (PBM) ໄດ້ຮ່ວມພິທີເປີດດ່ານພາສີສາກົນນາເພົ້າແຂວງຄຳມ່ວນທີ່ໄດ້ຮັບການຍົກລະດັບຢ່າງເປັນທາງການ ໃນວັນທີ 30 ມັງກອນ 2019.ການຍົກລະດັບດັ່ງກ່າວເຊິ່ງໃຊ້ງົບ 19,359,000 ກີບ (US$ 2,600 ໂດລາ) ລວມມີ ການສ້ອມແປງຫຼັງຄາເຮືອນຄົວ ແລະ ບ່ອນຮັບປະທານອາຫານຂອງພະນັກງານ.ອ່ານຕໍ່ ...
ຂປລ
ລັດຖະມົນຕີກ່າວ, ລາວຍັງເວລາສອງປີເພື່ອສຳເລັດແຜນພັດທະນາປະເທດ
ໄພພິບັດທຳມະຊາດ ແລະ ຄວາມບໍ່ໝັ້ນຄົງດ້ານເສດຖະກິດ ແລະ ການເມືອງໃນທົ່ວໂລກ ໄດ້ສົ່ງຜົນກະທົບໂດຍກົງຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຫ້າປີ ຄັ້ງທີ 8 (NSEDP 2016-20), ຕາມການລາຍງານຂອງເຈົ້າໜ້າທີ່ລະດັບສູງຂອງລັດຖະບານ. ປະເທດລາວຍັງເຫຼືອເວລາອີກສອງປີໃນການຈັດຕັ້ງປະຕິບັດບັນດາຕົວຊີ້ວັດທີ່ກ່ຽວຂ້ອງ ເພື່ອນຳພາປະເທດຊາດໃຫ້ຫຼຸດພົ້ນຈາກສະຖານະດ້ອຍພັດທະນາທີ່ສຸດ (LDC) ພາຍໃນປີ 2020.ອ່ານຕໍ່ ...
ນັກຂ່າວວຽງຈັນທາມສ໌
ລາວ, ໄທເສີມຂະຫຍາຍວຽກງານການຮ່ວມມືດ້ານຄວາມປອດໄພຊາຍແດນ
ວຽງຈັນ (ວຽງຈັນທາມສ໌/ANN) — ລັດຖະບານລາວ ແລະ ໄທ ຈະສືບຕໍ່ຊ່ວຍເຫຼືອເຊິ່ງກັນແລະກັນໃນດ້ານຄວາມປອດໄພຊາຍແດນ ແລະ ການປ້ອງກັນອາດສະຍາກຳຂ້າມຊາດ, ໂດຍສະເພາະຢູລຽບເຂດຊາຍແດນແຂວງໄຊຍະບູລີ ແລະ ຈັງຫວັດນ່ານ.ຂໍ້ຕົກລົງການຮ່ວມມືດັ່ງກ່າວໄດ້ມີການລົງນາມທີ່ບໍລິສັດໄຟຟ້າຫົງສາ ຈຳກັດ ແຂວງໄຊຍະບູລີ ໃນອາທິດແລ້ວນີ້ ລະຫວ່າງທ່ານພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ແລະ ທ່ານ ວໍຣະກິດຕິ ສີທິບພະກອນ ຜູ້ວ່າລາດຊະການຈັງຫວັດນ່ານ.ອ່ານຕໍ່ ...
ພົມພົງ ເຫຼົາອິນ
http://annx.asianews.network/content/laos-thailand-extend-partnership-border-security-cooperation-99102
ເກົາຫຼີ, ອາຊຽນມອບເຂົ້າສານ 1,000 ໂຕນເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມໃນລາວ
ລັດຖະບານສາທາລະນະລັດເກົາຫຼີສືບຕໍ່ໃຫ້ການຊ່ວຍເຫຼືອປະເທດລາວ ເນື່ອງຈາກໄພນ້ຳຖ້ວມເປັນບໍລິເວນກວ້າງໃນຫຼາຍແຂວງ, ເຊິ່ງໜັກກວ່າໝູ່ແມ່ນຢູ່ແຂວງອັດຕະປື.ເອກອັກຄະລັດຖະທູດສາທາລະນະລັດເກົາຫຼີ ກ່າວຢືນຢັນການຊ່ວຍເຫຼືອສຳລັບປະເທດລາວໃນວັນສຸກຜ່ານມາ ໃນການມອບເຂົ້າສານຈຳນວນ 1,000 ໂຕນຈາກໂຄງການຄັງສຳຮອງເຂົ້າສຸກເສີນອາຊຽນບວກສາມ (APTERR) ລະດັບສາມ ໃຫ້ແກ່ເຈົ້າໜ້າທີ່ຝ່າຍລາວ, ເຊິ່ງເປັນສ່ວນໜຶ່ງຂອງການຊ່ວຍເຫຼືອຂອງເກົາຫຼີສຳລັບຊຸມຊົນທີ່ປະສົບໄພນ້ຳຖ້ວມໃນລາວ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ການເຕີບຕົວດ້ານເສດຖະກິດຂອງ ສປປ ລາວ ປີ 2018 ຄາດວ່າຈະຢູ່ໃນລະດັບປານກາງ: ທະນາຄານພັດທະນາອາຊີ
ຄາດຄະເນຂະແໜງການກະສິກຳຈະຂະຫຍາຍຕົວ 2% ໃນປີນີ້, ສ່ວນຂະແໜງພະລັງງານໄຟຟ້າຈະເຕີບໂຕ 8%, ແຕ່ຂະແໜງບໍ່ແຮ່ຈະປັບລົງ 2.0%ຕາມບົດລາຍງານສະບັບໃໝ່ຂອງທະນາຄານພັດທະນາອາຊີ (ADB) ຄາດວ່າການຂະຫຍາຍຕົວດ້ານເສດຖະກິດຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ຈະຢູ່ໃນລະດັບປານກາງໃນປີ 2018, ເຊິ່ງໃນນັ້ນຂະແໜງການກະສິກຳ ແລະ ຂຸດຄົ້ນບໍ່ແຮ່ຈະປັບຫຼຸດລົງ, ແຕ່ວ່າຂະແໜງການຜະລິດກະແສໄຟຟ້າ, ກໍ່ສ້າງ ແລະ ການບໍລິການຈະຂະຫຍາຍຕົວຮອງຮັບຜົນເສຍດ່ງກ່າວເປັນບາງສ່ວນ.ອ່ານຕໍ່ ...
ໂຕະຂ່າວເດັບວ໌ດິສ໌ຄອສ໌
ຫວຽດນາມ, ລາວຮ່ວມມືດ້ານການບັງຄັບໃຊ້ກົດໝາຍປ່າໄມ້
ຮາຕິນ (VNA)– ຜູ້ຕາງໜ້າຈາກໜ່ວຍງານຄຸ້ມຄອງປ່າໄມ້ຫວຽດນາມ (VNFOREST) ແລະ ກົມກວດກາປ່າໄມ້ລາວ (DOFI) ຮ່ວມປະຊຸມທີ່ແຂວງພາກກາງຮາຕິນ ຂອງຫວຽດນາມໃນວັນທີ 30 ຕຸລານີ້ ເພື່ອທົບທວນການຮ່ວມມືໃນການບັງຄັບໃຊ້ກົດໝາຍປ່າໄມ້.ຫວຽດນາມ ແລະ ລາວມີຊາຍແດນຕິດຕໍ່ກັນເປັນໄລຍະຍາວ 2,340 ກມໃນສິບແຂວງ. ສອງຊາດມີດ່ານຊາຍແດນສາກົນຮ່ວມ 7 ແຫ່ງ ແລະ ມີ 6 ດ່ານເຂົ້າອອກຫຼັກລຽບຕາມແນວຊາຍແດນ.ອ່ານຕໍ່ ...
ບັນນາທິການ VNA
ລາວຊອກຫາວິທີເພີ່ມຕະຫຼາດສົ່ງອອກນ້ຳຕານໄປຈີນ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວກຳລັງຊອກຫາວິທີການເພີ່ມປະລິມານການສົ່ງອອກນ້ຳຕານ ໄປສູ່ຕະຫຼາດຈີນໃນປີນີ້ໃຫ້ໄດ້ 100,000 ໂຕນ, ຈາກຕົວເລກການສົ່ງອອກ 55,000 ໂຕນ ໃນປີ 2018. ສ່ວນໜຶ່ງຂອງຄວາມພະຍາຍາມໃນການເພີ່ມທະວີການຄ້າສອງຝ່າຍ ແລະ ຊ່ວຍເຫຼືອຜູ້ຜະລິດນ້ຳຕານຊອກຫາຕະຫຼາດໃນຕ່າງປະເທດ, ລັດຖະບານໄດ້ຊຸກຍູ້ໃຫ້ຈີນເປີດກວ້າງຕະຫຼາດໃຫ້ຫຼາຍຂຶ້ນສຳລັບຊາວກະສິກອນລາວ.ອ່ານຕໍ່ ...
ໂຕະຂ່າວ